ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວອາຈຕົກເປັນບ່ອນ ຜລິດຢາເສພຕິດ
Anonymous

Date:
ລາວອາຈຕົກເປັນບ່ອນ ຜລິດຢາເສພຕິດ
Permalink   
 


ລາວອາຈຕົກເປັນບ່ອນ ຜລິດຢາເສພຕິດ

/download.spark?ID=1186538&aBID=138054

ເຈົ້າໜ້າທີ່ ຫ້ອງກາຣ ຄວບຄຸມ ແລະ ປ້ອງກັນ ຢາເສພຕິດ ໃນລາວ ເປັນຫ່ວງຢ້ານວ່າ ໃນເມື່ອຫາກມີ ກາຣສ້າງຕັ້ງ ປະຊາຄົມ ເສຖກິຈອາຊ໊ຽນ ໃນປີ 2015 ແລ້ວນັ້ນ ຍີ່ງຈະເປັນກາຣສ້າງ ຄວາມສະດວກ ໃຫ້ແກ່ຊາວຕ່າງ ປະເທສ ເຂົ້າໄປເມືອງລາວ ໄດ້ງ່າຍຫລາຍຂຶ້ນ ຊື່ງຈະຕ້ອງໄດ້ ໃຫ້ມີກາຣ ຣະມັດຣະວັງ ຫລາຍຂື້ນ ກວ່າເກົ່າ ເພາະ ອາຈມີຊາວຕ່າງດ້າວ ເຂົ້າໄປລັກລອບ ຜລິຕຢາເສພຕິດ ໃນລາວ ກໍເປັນໄດ້. ດັ່ງເຈົ້າໜ້າທີ່ ກ່າວວ່າ:

“ຢູ່ລາວນີ້ ກໍຄືກັນ ຈະແມ່ນມີຄົນ ທີ່ມີຣະດັບ ສຶກສາສູງ ແລ້ວກໍມາຜລິຕ ສາຣເຄມີ ທີ່ມີສີ່ງເສພຕິດ ທີ່ວ່າເຮົາບໍ່ຮູ້ ບາງເທື່ອມັນ ຈະມີສາຣ ສິ່ງເສພຕິດຕ່າງໆ ມັນບໍ່ໄດ້ ນຳເຂົ້າ ວັຕຖຸດີບ ໂດຽກົງ ແຕ່ວ່າມັນ ຈະມີກາຣຜລິຕ ຈາກຄວາມຮູ້ ອັນນີ້ແມ່ນ ຄວາມສ່ຽງສູງ".

ທ່ານກໍວ່າ ຄວາມສ່ຽງຕໍ່ບັນຫາ ດັ່ງກ່າວນີ້ມີສູງ ເນື່ອງຈາກວ່າ ຢູ່ເມືອງລາວມີ ທັງວັຕຖຸດີບ ພືຊ ທັມມະຊາຕ ແລະ ສາຣເຄມີ ຫລາຍປະເພທ ທີ່ສາມາຕນຳມາ ສກັດ ແລະ ຜລິຕເປັນຢາເສພຕິດໄດ້. ໂດຽສະເພາະ ຊາວຕ່າງປະເທສ ທີ່ມີຄວາມຮູ້ດ້ານ ກາຣປຸງຢາເສພຕິດ ຕ່າງໆ ທີ່ອາຈເຂົ້າໄປ ຜລິຕຢາເສພຕິດ ຢູ່ໃນລາວ ພາຍຫຼັງປີ 2015.

ເຈົ້າໜ້າທີ່ລາວ ໄດ້ແຈ້ງອີກວ່າ ເວລາທີ່ທ່ານໄດ້ ໄປຮ່ວມ ກອງປະຊຸມ ຢູ່ປະເທສ ວຽຕນາມ ຫວ່າງມໍ່ໆມານີ້ ທ່ານກໍໄດ້ຮັບ ກາຣແນະນຳ ແລະ ຕັກເຕືອນ ໃຫ້ມີກາຣ ຣະວັງ ກ່ຽວກັບ ບັນຫາ ຢາເສພຕິດ ດັ່ງກ່າວນີ້ ເປັນພິເສດ ຫລັງຈາກ ທີ່ມີກາຣສ້າງຕັ້ງ ປະຊາຄົມ ເສຖກິຈອາຊ໊ຽນ ຢ່າງເປັນທາງກາຣ ໃນປີ 2015.



__________________
Anonymous

Date:
Permalink   
 

ບໍ່ຖ້າຮອດປີ 2015 ດອກທ່ານ ປັຈຸບັນນີ້ ພວກເຂົາກໍພາກັນລັກຜລິຕຢູ່ແລ້ວ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard