ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໂຄງການ 6 ສໍ ຂອງນະຄອນຫລວງ ວຽງຈັນ ບັນດາທ່ານວ່າປະຕິບັດໄດ້ ສໍ ໃດແດ່?
Anonymous

Date:
ໂຄງການ 6 ສໍ ຂອງນະຄອນຫລວງ ວຽງຈັນ ບັນດາທ່ານວ່າປະຕິບັດໄດ້ ສໍ ໃດແດ່?
Permalink   
 


ໂຄງການ 6 ສໍ ຂອງນະຄອນຫລວງ ວຽງຈັນ ບັນດາທ່ານວ່າປະຕິບັດໄດ້ ສໍ ໃດແດ່?

ໂຄງການ 6 ສໍ ຂອງນະຄອນຫລວງວຽງຈັນມີດັ່ງຕໍ່ລົງໄປນີ້:

ສ1. ສໍ້ຣາຊ Bank ຫລວງ. ( ສູນກາງສໍ້ລາດບັງຫລວງແຫ່ງຊາດ )

ສ2. ສັງຄົມສົກະປົກ. ( ສູນກາງມົ້ວສຸມສັງຄົມມຶນເມົາຂອງຢາເສບຕິດແລະຄ້າປະເວນີ )

ສ3. ສືບເຊື້ອຕະກຸນຄອງ. ( ທຸກກະຊວງທະບວງກົມມີແຕ່ລູກຫລານເຈົ້າໃຫຍ່ນາຍໂຕສືບເຊື້ອກັນກຳ )

ສ4. ສິດທິປະຊາບໍ່ມີ. ( ພັກເວົ້າຄຳໃດ ປະຊາກໍເວົ້າຄຳນັ້ນ ຜິດໃຈປະຊາສິຕາຍແຕ່ບໍ່ມີສິດອອກຄຳເຫັນ )

ສ5. ເສັຽຊ່ວຍບໍ່ເຖິງຄັງຫລວງ. ( ປະຊາຊົນເສັຽພາສິເຂົ້າລັດ ເງິນພາສີປະຊາຊົນເຫັ່ຽໄປນຳທາງໝົດໂດຍບໍ່ຮອດຄັງຫລວງ )

ສ6. ສະພາສູນກາງພັກ. ( ສະພາປະຊາຊົນສູງສຸດບໍ່ມີເພາະວ່າປະຊາຊົນບໍ່ມີສິດອອກສຽງໃນສະພາ ມີແຕ່ສະມາຊິກສູນກາງພັກທີ່ສາມາດອອກສຽງໄດ້ )



__________________
Anonymous

Date:
RE: ໂຄງການ 6 ສໍ ຂອງນະຄອນຫລວງ ວຽງຈັນ ບັນດາທ່ານວ່າປະຕິບັດໄດ້ ສໍ ໃດແດ່?
Permalink   
 


ສໍ. ຊອດສອ່ງຫາສາວນ້ອຍ ກະມີຢູ່ບໍທ່ານ ?



__________________
Anonymous

Date:
Permalink   
 

Anonymous wrote:

ໂຄງການ 6 ສໍ ຂອງນະຄອນຫລວງ ວຽງຈັນ ບັນດາທ່ານວ່າປະຕິບັດໄດ້ ສໍ ໃດແດ່?

ໂຄງການ 6 ສໍ ຂອງນະຄອນຫລວງວຽງຈັນມີດັ່ງຕໍ່ລົງໄປນີ້:

ສ1. ສໍ້ຣາຊ Bank ຫລວງ. ( ສູນກາງສໍ້ລາດບັງຫລວງແຫ່ງຊາດ )

ສ2. ສັງຄົມສົກະປົກ. ( ສູນກາງມົ້ວສຸມສັງຄົມມຶນເມົາຂອງຢາເສບຕິດແລະຄ້າປະເວນີ )

ສ3. ສືບເຊື້ອຕະກຸນຄອງ. ( ທຸກກະຊວງທະບວງກົມມີແຕ່ລູກຫລານເຈົ້າໃຫຍ່ນາຍໂຕສືບເຊື້ອກັນກຳ )

ສ4. ສິດທິປະຊາບໍ່ມີ. ( ພັກເວົ້າຄຳໃດ ປະຊາກໍເວົ້າຄຳນັ້ນ ຜິດໃຈປະຊາສິຕາຍແຕ່ບໍ່ມີສິດອອກຄຳເຫັນ )

ສ5. ເສັຽຊ່ວຍບໍ່ເຖິງຄັງຫລວງ. ( ປະຊາຊົນເສັຽພາສິເຂົ້າລັດ ເງິນພາສີປະຊາຊົນເຫັ່ຽໄປນຳທາງໝົດໂດຍບໍ່ຮອດຄັງຫລວງ )

ສ6. ສະພາສູນກາງພັກ. ( ສະພາປະຊາຊົນສູງສຸດບໍ່ມີເພາະວ່າປະຊາຊົນບໍ່ມີສິດອອກສຽງໃນສະພາ ມີແຕ່ສະມາຊິກສູນກາງພັກທີ່ສາມາດອອກສຽງໄດ້ )


 ປະຕິບັດໄດ້ທັງ 6 ສ ແບບເຕັມຮ້ອຍເລີຍ ສັງເກດໄດ້ທີ່ເຂົ້າໃຫຍ່ນາຍໂຕພາກັນລວຍເອົາລວຍເອົາ

ບໍຮູ້ວ່າເພິ່ນໄດ້ເງິນມາແຕ່ໃສ ເຮືອນກໍປານພະຣາຊະວັງ ຣົຖກໍມີຕັ້ງ 3 ຄັນ 4 ຄັນ ບາດເງິນເດືອນຫັ້ນ

ບໍ່ມີໃຜຮອດ 500 ດອລລາ ສະຫະຣັຖຕໍ່ເດືອນຈັກຄົນ ຄັນບໍ່ສໍ້ຣາຊບັງຫລວງມັນຊີ່ບິນມາແຕ່ທາງໃດ?

ສັງຄົມກໍສຸດເປື່ອຍເຍື່ອຍ ບໍ່ຈັກຂາຍຢາບ້າ ບໍ່ຈັກຄ້າຢາເມົາ ຜູ່ສາວນ້ອຍສາວໃຫຍ່ພາກັນຂາຍມູນແມ່

ເກື່ອນບ້ານເກື່ອນເມືອງ. ພວກນັກສຶກສາທີ່ເປັນລູກຊາວໄຮ່ຊາວນາຮຽນຈົບມາບໍ່ມີວຽກເຮັດງານທຳ

ບາດລູກທ່ານຜູ່ນຳຫລືເຕົ້າໃຫຍ່ນາຍໂຕຈອງຫ້ອງການໄວ້ໃຫ້ແຕ່ຍັງບໍ່ທັນຮຽນຈົບພຸ້ນຈັ່ງແມ່ນເພິ່ນພາ

ກັນສືບເຊື້ອສືບສາຍກັນຄັກ. ຄັນຊິເວົ້າຊ້ຳຜັດເວົ້າບໍ່ໄດ້ ຄັນຊິອາໄສຜູ່ເພິ່ນເປັນຜູ້ແທນປະຊາຊົນທີ່ປ່ອນ

ບັດເລືອກເອົາເພິ່ນໄປເປັນຜູ້ແທນຫັ້ນກໍສ່ຳເອົາໄປນັ່ງງັບປາກກິນເງິນເດືອນຈາກພາສີປະຊາຊົນຊື່ໆ ບໍ່

ມີປັນຍາແລະບໍ່ມີສິດທີ່ຈະເປັນກະບອກປາກກະບອກສຽງຂອງປະຊາຊົນເລີຍ ມີແຕ່ຄນະພັກເວົ້າຄຳໃດ

ກໍຍົກມືເປັນດີນຳກັນໝົດ. ພາສີທີ່ປະຊາຊົນເສັຍໄປແຕ່ລະປີລະປີບໍ່ເຄີຍຮອດຄັງຫລວງຈັກເທື່ອ ປານ

ກັບວ່າຖົງເພິ່ນໃສ່ເງີນນັ້ນມີຮູຊອດບັກໃຫຍ່ພຸ້ນຕົ້ວ.

ຂໍຊົມເຊີຍພັກແລະລັດທີ່ມີຄວາມສລາດສ່ອງໃສທີ່ມີຄວາມສຳເຣັດປະຕິບັດ 6 ສ ໄດ້ຢ່າງສະຫງ່າງາມ

ດັ່ງທີ່ເຫັນແຈ້ງທັງ 6 ສ ຢູ່ຂ້າງເທິງນັ້ນ.....ຊົມເຊີຍໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard