ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຂື່ອນນໍ້າເທີນກະທົບ ໃນການທຳມາຫາກິນຂອງຊາວບ້ານ
Anonymous

Date:
ເຂື່ອນນໍ້າເທີນກະທົບ ໃນການທຳມາຫາກິນຂອງຊາວບ້ານ
Permalink   
 


ເຂື່ອນນໍ້າເທີນກະທົບ  ໃນການທຳມາຫາກິນຂອງຊາວບ້ານ

f-namtheun2-run-off

ໂດຍສະເພາະ ໃນຣະດູຝົນ ຣະດັບນໍ້າ ໄດ້ປ່ຽນແປງໄປ ຫລັງຈາກການສ້າງ ເຂື່ອນ ນໍ້າເທີນ ເປັນຕົ້ນມາ. ນັກວິໄຈ ກ່ຽວກັບ ເຣື່ອງເຂື່ອນ ອະທິບາຍວ່າ:

"ລົມກັບ ຂະເຈົ້າຫັ້ນແຫລ໋ະ ຊີວິດການເປັນຢູ່ ຂອງພວກຂະເຈົ້າ ເປັນແນວໃດ ຫລັງຈາກມີເຂື່ອນ ມີຫຍັງ ຂຶ້ນມາແລ້ວ ຂະເຈົ້າກໍເປັນ ແບບວ່າ ມັນກໍສົ່ງຜົນ ກະທົບຕໍ່ ຂະເຈົ້າຫລາຍ ຄືຊີ່ເຫັນ ແຫລະເນ໋າະ ເວົ້າເຣື່ອງນໍ້າ ເຣື່ອງການ ຫາຢູ່ຫາກິນ ຕ່າງໆແຫລ໋ະ ມັນຈະຍາກຂຶ້ນ ກວ່າເກົ່າເນ໋າະ ຍົກຕົວຢ່າງວ່າ ຍາມນີ້ ການໃສ່ເບັດ ໃສ່ມອງ ການຫາປາ ມັນກໍຊີ່ຍາກ ລໍາບາກ ນໍ້າຫລາຍ".

ທ່ານເວົ້າວ່າ ການຫາຢູ່ຫາກິນ ຂອງຊາວບ້ານ ໄດ້ຮັບຜົນກະທົບ ທັງທາງກົງ ແລະ ທາງອ້ອມ ພາຍຫລັງ ສ້າງເຂື່ອນໃສ່ ນໍ້າເທີນ ທີ່ເຊື່ອມຕໍ່ ນໍ້າເຊບັ້ງໄຟ ຄື: ຣະດັບນໍ້າ ໄດ້ປ່ຽນແປງໄປ ຂຶ້ນລົງຜິດ ປົກກະຕິ ຈົນຊາວປະມົງ ຫາປາບໍ່ໄດ້ ຄືເກົ່າ ສ່ວນທາງອ້ອມ ຊາວບ້ານ ທີ່ເຄີຍອາສັຍ ຢູ່ໃກ້ແຄມນໍ້າ ກໍບໍ່ສາມາດ ຢູ່ໄດ້ອີກ ຍ້ອນນໍ້າຂຶ້ນ ຫລາຍກວ່າແຕ່ກ່ອນ ໂດຍສະເພາະ ໃນຍາມຝົນ ແລະ ອີກບັນຫານຶ່ງ ກໍຄື ຜົນກະທົບ ຈາກນໍ້າທີ່ໄຫລ ເຂົ້າຖ້ວມນາ ເຮັດນາຕາມ ປົກກະຕິ ບໍ່

ນັກວິໄຈ ເວົ້າສລຸບວ່າ ຊາວບ້ານ ໃນຂົງເຂດນັ້ນ ໄດ້ຮັບຜົນ ກະທົບ ຕໍ່ຊີວິດການ ເປັນຢູ່ ຂອງພວກຂະເຈົ້າ ຢ່າງແນ່ນອນ ແຕ່ກໍບໍ່ສາມາດ ຕໍ່ວ່າປະທ້ວງ ທາງພາກຣັຖ ແລະ ບໍລິສັດ ກໍ່ສ້າງໄດ້. ຊາວບ້ານຕ້ອງໄດ້ ປ່ຽນແປງ ສະພາບຊີວິດ ການເປັນຢູ່ ຂອງຂະເຈົ້າ ໃຫ້ເຂົ້າກັບ ສະພາບແວດລ້ອມ ໃໝ່.

ໄດ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard