ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ອໍານາດເງີນບັງຄັບ ໃຫ້ມີກາຊີໂນ
Anonymous

Date:
ອໍານາດເງີນບັງຄັບ ໃຫ້ມີກາຊີໂນ
Permalink   
 


ອໍານາດເງີນບັງຄັບ ໃຫ້ມີກາຊີໂນ

f-bokeo-casino

ເຈົ້າໜ້າທີ່ ຂັ້ນສູງ ຂອງ ຣັຖບານ ສປປລາວ ຫລາຍຄົນ ບໍ່ເຫັນດີ ໃຫ້ສ້າງ ບ່ອນຫຼີ້ນ ກາສີໂນ ຢູ່ລາວ ເພາະມັນສົ່ງຜົນ ກະທົບ ຕໍ່ສັງຄົມ ແລະ ປະຊາຊົນ ລາວ

"ຣັຖບານ ສປປລາວ ອະນຸຍາດ ໃຫ້ເປີດບ່ອນ ການພະນັນ ເພາະຄວາມກົດດັນ ຈາກນັກລົງທຶນ ຕ່າງປະເທດ".

ນັ້ນກໍຄື ຄວາມເຫັນຂອງ ເຈົ້າໜ້າທີ່ໄທ ທ່ານນຶ່ງ ທີ່ກ່າວກັບ ນັກຂ່າວ ວິທຍຸ ເອເຊັຍເສຣີ ເມື່ອວັນທີ່ 26 ກັນຍາ ປີ 2012 ນີ້. ເຈົ້າໜ້າທີ່ໄທ ທ່ານນີ້ ອະທິບາຍວ່າ:

“ຣັຖບານລາວເອງ ອາດຈະບໍ່ຢາກ ໃຫ້ມີກາສິໂນ ດອກ ແຕ່ກໍຕ້ອງໃຫ້ ອະນຸຍາດ ເພາະຣັຖບານ ໄດ້ຮັບຄວາມ ດົດດັນ ຈາກ ນັກທຸຣະກິດ ໂດຍສະເພາະ ນັກທຸຣະກິດ ໃຫຍ່ ຈາກຕ່າງປະເທດ. ອີກຢ່າງນຶ່ງ ກໍແມ່ນເຣື່ອງ ຜົນປໂຍດ ແລະ ເຣື່ອງອຳນາດ ຄົງຈະບໍ່ມີໃຜ ສາມາດ ຫ້າມໄດ້. ເມື່ອຖືກຖາມ ຄັກແນ່ວ່າ ຣັຖບານລາວ ຢາກໃຫ້ມີ ກາສິໂນ ແທ້ຫລືບໍ່? ຣັຖບານລາວ ຕ້ອງຕອບວ່າ (ບໍ່) ຢ່າງແນ່ນອນ ເພາະກາສິໂນ ມີຜົນກະທົບ ຕໍ່ການເປັນຢູ່ ຂອງ ປະຊາຊົນ.”

ເຈົ້າໜ້າທີ່ໄທ ທ່ານນີ້ ເວົ້າອີກວ່າ ຜ່ານມາ ຣັຖບານລາວ ມີຣາຍໄດ້ ຈາກກາສິໂນ ຫລາຍສົມຄວນ ແຕ່ປະຊາຊົນ ລາວ ຄົງບໍ່ໄດ້ຫຍັງ ບໍ່ພຽງແຕ່ ບໍ່ໄດ້ຫຍັງ ເທົ່ານັ້ນຊາວລາວ ຫລາຍຄົນ ຍັງຕິດ ກາສິໂນ ຢ່າງແຮງ ເສັຍເງິນ ມີໜີ້ສິນຕິດໂຕ.

ບັນຫາ ທີ່ຮ້າຍແຮງ ໄປກວ່ານັ້ນ ກາສິໂນ ພາໃຫ້ເກີດ ຄວາມວູ້ນວາຍ ໃນສັງຄົມ ມີອາຊຍາກັມ ການຄາຕກັມ ລັກປຸ້ນຈີ້ ຄ້າຂອງເຖື່ອນ ແລະ ຢາເສພຕິດ. ໂຮງກາສິໂນ ບໍ່ເຕັນ ໃນແຂວງ ຫລວງນ້ຳທາ ຈຳຕ້ອງປິດລົງ ຍ້ອນການຂ້າກັນ.

ສປປລາວ ມີກາສິໂນ ໃຫຍ່ຫລາຍແຫ່ງ ຄືກາສິໂນ ສວັນ-ເວກັສ ທີ່ແຂວງ ສວັນນະເຂດ ແລະ ກາສິໂນ ຄິ່ງໂຣມັນ ທີ່ແຂວງ ບໍ່ແກ້ວ ນອກນັ້ນກໍມີ ໂຮງກາສິໂນ ຂານດນ້ອຍ ເຊັ່ນ: ໂຮງກາສິໂນ ພູເຂົາຄວາຍ ໃນແຂວງ ວຽງຈັນ ແລະ ກາສິໂນໂຮງແຮມ ດອກຈຳປາ ໃນເຂດ ນະຄອນຫລວງ ວຽງຈັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard