ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ແຜນຕ້ານການສໍ້ຣາສ ຂອງພັກຣັດໃນລາວ
Anonymous

Date:
ແຜນຕ້ານການສໍ້ຣາສ ຂອງພັກຣັດໃນລາວ
Permalink   
 


ແຜນຕ້ານການສໍ້ຣາສ ຂອງພັກຣັດໃນລາວ

f-thongsing3

ຣັຖບານລາວ ຕົກລົງ ເຫັນພ້ອມ ຮັບເອົາຮ່າງ ຍຸທສາດ ຕ້ານ ການສໍ້ຣາສ ບັງຫລວງ ໃນລາວ.

ເມື່ອວັນທີ 26-27 ກັນຍາ ກອງປະຊຸມ ຄນະຣັຖບານ ໄດ້ຕົກລົງ ເຫັນພ້ອມ ຮັບເອົາຮ່າງ ຍຸທສາດ ຕ້ານ ການສໍ້ຣາສບັງຫລວງ ແຫ່ງຊາດ ປະຈຳປີ 2012-2013 ແລ້ວ ພາຍໃຕ້ ການເປັນປະທານ ຂອງ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີລາວ.

ຮ່າງຕ້ານການ ສໍ້ຣາສບັງຫລວງ ສະບັບນີ້ ຫລັງຈາກຖືກອະນຸມັດ ຈາກ ຄນະຣັຖບານແລ້ວ ກ່ອນຈະກາຍເປັນ ກົດຫມາຍໄດ້ ກໍຕ້ອງໄດ້ຜ່ານ ສະພາກ່ອນ. ດັ່ງທ່ານ ສີນລາວົງ ຄຸດໄພທູນ ຣັຖມົນຕຣີ ປະຈຳ ສຳນັກງານ ນາຍົກຣັຖມົນຕຣີ ກ່າວວ່າ:

"ຣັຖບານລາວ ໄດ້ປະກາດ ໃຊ້ກົດຫມາຍ ການສໍ້ຣາສບັງຫລວງ ການທຸຈຣິດດົນແລ້ວ ເມື່ອວານນີ້ແມ່ນ ຍຸທສາດ ຫມາຍເຖີິງ ການກຳນົດ ໃນຣະຍະຍາວ ແລະ ຣະຍະ ຕ່າງໆ ວ່າຈະດຳເນີນ ການຢ່າງໃດ ຜ່ານແລ້ວ ເລີ້ມຈາກປັດຈຸບັນ ຈົນໄປເຖີງປີ 2020 ຫລື ຫລາຍກວ່ານັ້ນ".

ໃນຂນະດຽວກັນ ຄົນລາວ ກໍມີຄວາມຍີນດີ ໃນການອະນຸມັດ ຮ່າງຕ້ານ ການສໍ້ຣາສບັງຫລວງ ດັ່ງກ່າວ ເພື່ອຈະຊຸກຍູ້ ບໍ່ໃຫ້ບັນດາ ອົງການຣັຖບານ ພະນັກງານຣັຖ ສໍ້ໂກງ ປະຊາຊົນ ແລະ ປະເທດຊາດ ແລະເພື່ອໃຫ້ການພັທນາ ສ້າງສາ ປະເທດຊາດ ໃຫ້ມີຄວາມຈະເຣີນ ກ້າວຫນ້າກວ່າເກົ່າ. ແຕ່ຖ້າຮ່າງຍຸທສາຕ ຫາກຜ່ານສະພາ ກາຍເປັນ ກົດຫມາຍ ປາສຈາກ ການບັງຄັບໃຊ້ ຢ່າງຈີງຈັງ ການສໍ້ຣາສບັງຫລວງ ກໍຍັງຈະບໍ່ສີ້ນຊາກ ໄປຈັກເທື່ອ. ດັ່ງຊາວລາວຜູ້ນື່ງ ເວົ້າວ່າ:

"ມີກໍ ເຮັດຫຍັງກໍບໍ່ໄດ້ ເພາະວ່າ ຜູ້ນ້ອຍຜູ້ໃຫຍ່ ເພີ່ນກໍເປັນກັນໄປຫມົດ ໄດ້ຍີນວ່າ ຕໍ່ຕ້ານອີ່ຫຍັງ ບໍ່ໃຫ້ປະພຶດ ຕິແນວນັ້ນ ແນວນີ້ ແຕ່ວ່າຜູຸ້ເວົ້າເອງ ກໍຍັງຄໍຣັບຊັ້ນຢູ່ ບໍ່ຫຼາຍ ກໍຫນ້ອຍ".

ຄົນຜູ້ນີ້ເວົ້າອີກວ່າ ການອອກ ຮ່າງຍຸທສາດ ຕໍ່ຕ້ານການ ສໍ້ຣາສບັງຫລວງ ປະຊາຊົນ ສ່ວນນື່ງ ກໍມີຄວາມຍີນດີ ແລະ ຄາດຫວັງຢາກໃຫ້ ປາກົດການຫຍໍ້ທໍ້ ໃນລາວຫລຸດລົງ ແຕ່ປະຊາຊົນ ສ່ວນຫລາຍຄິດວ່າ ຈະມີຫລືບໍ່ມີ ກົດຫມາຍຕ້່ານການ ສໍ້ຣາສບັງຫລວງ ປາກົດການ ຫຍໍ້ທໍ້ ທາງສັງຄົມ ກໍຈະຍັງຄົງມີ ຢູ່ຕໍ່ໄປ ໃນສປປລາວ ເພາະມີຫລາຍ ກົດຫມາຍ ທີ່ຣັຖບານ ສປປລາວ ບໍ່ສາມາດ ບັງຄັບ ໃຊ້ໄດ້.



__________________
Anonymous

Date:
Permalink   
 

How he gonna do? because in Laos only one party runing country same group smae  O **** anyway.Noway they will done that to his communist party.



__________________
Anonymous

Date:
Permalink   
 

Anonymous wrote:

How he gonna do? because in Laos only one party runing country same group smae  O **** anyway.Noway they will done that to his communist party.


 stupid like you  are dont how to deal with corruption, you know only barking rather than finding solution 5555555



__________________
Anonymous

Date:
Permalink   
 

Yep go for it ! you the one will need to see laos country back to toilet..! i am happy with your idea . If laos have more people like you country will down to toilet soon  F ucker .



__________________
Anonymous

Date:
Permalink   
 

ຂ້າພະເຈົາຄິດວ່າບ້ານເມືອງພັດທະນາຢ້າກຄືສຸມື້່ນີ້   ຍ້ອນບັນດາການນຳຂັ້ນຜູ້ໃຫຍ່ ເຫັນແກ່ໂຕ

ນຳໄຊ້ງົບປະມານຂອງພັກລັດໃນທາງທີບໍ່ຖຶກຕ້ອງ  ດັ່ງຄຳສຸພາສິດທີ່ວ່າ ປ້າໃຫຍ່ກິນປານ້ອຍ ປາສ້ອຍກິນປາຊີວ

ປາຊີວບໍ່ມີຫຍັງກິນ ກິນຂີ້ໂຕເອງ  ແລະອົງການກວດສອບທີ່ສ້າງຕັ້ງຂື້ນ ຄວນມີຄວາມດູແລ ແລະເຄັ່ງຄັດ

ສົມຄວນໃຫ້ເປັນທີ່ເພິ່ງຂອງປະຊາຊົນໂດຍແທ້ຈິງ



__________________
Anonymous

Date:
Permalink   
 

If this communist party still rules in Laos country al of you keep dreaming Laos will go more properity than other country unless some thing has been change.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard