ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກຸ່ມທຸຈຣິຈເລັງເຂັມທິດ ໃສ່ໄມ້ເຖື່ອນ
Anonymous

Date:
ກຸ່ມທຸຈຣິຈເລັງເຂັມທິດ ໃສ່ໄມ້ເຖື່ອນ
Permalink   
 


ກຸ່ມທຸຈຣິຈເລັງເຂັມທິດ ໃສ່ໄມ້ເຖື່ອນ

laolumber01.jpg

ກຸ່ມຕັດໄມ້ເຖື່ອນ ສ່ວນຫລາຍ ມາໃນນາມ ບໍຣິສັດ ຊື່ດັງ ຂອງຕ່າງປະເທດ ເຊັ່ນ ບໍຣິສັດ ປູກຢາງພາຣາ ບໍຣິສັດ ຮັບເໝົາ ກໍ່ສ້າງ ຖນົນຫົນທາງ ແລະ ບໍຣິສັດ ຂຸດຄົ້ນບໍ່ແຮ່. ຖ້າເບິ່ງແບບຜິວເຜີນ ບໍຣິສັດ ເຫລົ່ານີ້ ດຳເນີນ ທຸຣະກິດ ຢ່າງຖືກຕ້ອງ ຕາມກົດໝາຍ ແຕ່ຖ້າເບິ່ງເລິກ ເຂົ້າໄປແທ້ໆ ມີຫລາຍ ບໍຣິສັດ ເຮັດທຸຣະກິດ ອອກໜ້າ ຢ່າງຖືກຕ້ອງ ແຕ່ເບື້ອງຫລັງ ຊຸກເຊື່ອງ ລັກຕັດໄມ້ ສົ່ງອອກຂາຍ ຕ່າງປະເທດ ໄປພ້ອມ.

ອົງການ ສະຫະປະຊາຊາດ ແລະ ຕຳຣວດສາກົນ ຣາຍງານວ່າ ກຸ່ມຕັດໄມ້ ເຖື່ອນ ທີ່ມີການ ຈັດຕັ້ງກັນ ຢ່າງດີ ໃນລັກສນະນີ້ ມີຫລາຍຢູ່ ເອເຊັຍ ຕາເວັນອອກ ສ່ຽງໃຕ້ ອະເມຣິກາໃຕ້ ແລະ ອະຟຣິກກາ. ອິນໂດນີເຊັຍ ເປັນປະເທດ ທີ່ມີການຕັດໄມ້ ເຖື່ອນ ແບບມີການ ຈັດຕັ້ງຫລາຍ ທີ່ສຸດ ໃນ ເອເຊັຍຕາເວັນອອກ ສ່ຽງໃຕ້. ສ່ວນຢູ່ ອະເມຣິກາໃຕ້ ແມ່ນເບຣຊິນ.

ປັດຈຸບັນ ເຈົ້າໜ້າທີ່ຕຳຣວດ ກຳລັງສືບສວນ ບໍຣິສັດຕ່າງໆ ເຖິງ 3,000 ບໍຣິສັດ ທີ່ຖືກສົງໄສ ລັກຕັດໄມ້ ໃນສະເພາະ ປະເທດເບຣຊິນ. ສ່ວນໃນ ອິນໂດນີເຊັຍ ການຕັດໄມ້ ເຖື່ອນ ແບບມີການຈັດຕັ້ງ ເພິ້ມຂື້ນເລື້ອຍໆ ເມື່ອປີ 2000 ມີການຕັດໄມ້ ບໍ່ເຖິງ 4 ລ້ານແມັດກ້ອນ ແຕ່ເມື່ອປີ 2008 ເພິ້ມຂື້ນ ເປັນເຖິງ 22 ລ້ານ ແມັດກ້ອນ.

ສະຫະປະຊາຊາດ ແລະ ຕຳຣວດສາກົນ ຣາຍງານອີກວ່າ ຕົ້ນໄມ້ ທີ່ຖືກຕັດ ຍ້ອນແກ໊ງຕັດໄມ້ ເຖື່ອນ ມີມູນຄ່າເຖິງ 100 ລ້ານດອນລ່າ ເທົ່າໆກັບ 30 ສ່ວນຮ້ອຍ ຂອງຈໍານວນໄມ້ ທີ່ຖືກຕັດ ທັງໝົດ ໃນໂລກ.

ເຈົ້າໜ້າທີ່ສືບສວນ ເຊື່ອວ່າ ບໍຣິສັດ ທີ່ໄດ້ ສັມປະທານ ປູກພືດ ອຸດສາຫະກັມ ການຄ້າເກືອບ ເຄິ່ງນຶ່ງ ບໍ່ມີຕົວຕົນ ຢ່າງຄັກແນ່ ຄົນເຮັດວຽກ ສ່ວນຫລາຍ ເປັນພຽງຄົນ ຮັບຈ້າງຕັດໄມ້ ເຖື່ອນ ເທົ່ານັ້ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard