ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຈົ້າໜ້າທີ່ຄືຜູ້ຕໍ່ອາຍຸ ການຄ້າມະນຸສ
Anonymous

Date:
ເຈົ້າໜ້າທີ່ຄືຜູ້ຕໍ່ອາຍຸ ການຄ້າມະນຸສ
Permalink   
 


ເຈົ້າໜ້າທີ່ຄືຜູ້ຕໍ່ອາຍຸ ການຄ້າມະນຸສ

ອະດີດ ເຈົ້າໜ້າທີ່ ຕ້ານການ ຄ້າມະນຸດ ໃນ ສປປລາວ ເວົ້າວ່າ ຍິງສາວລາວ ທີ່ຕົກເປັນເຫຍື່ອ ຂອງພວກ ຄ້າມະນຸດ

ບໍ່ຢາກແຈ້ງ ຄວາມຕໍ່ ເຈົ້າໜ້າທີ່ ຕຳຣວດ ຍ້ອນ ເຈົ້າໜ້າທີ່ ເອງ ເປັນຜູ້ ສໍ້ຣາສ ບັງຫລວງ ສົມຮູ້ ຮ່ວມຄິດ ແລະ ບໍ່ມັກຊ່ວຍເຫລືອ ຜູ້ເຄາະຮ້າຍ ຈາກກຸ່ມ ຄ້າມະນຸດ.

ອະດີດ ເຈົ້າໜ້າທີ່ ຜູ້ນີ້ ອະທິບາຍ ເພີ້ມຕື່ມວ່າ:

“ແຕ່ສ່ວນຫລາຍ ຄົນລາວ ກໍບໍ່ຄ່ອຍກ້າ ແຈ້ງຄວາມ ເພາະວ່າ ຕຳຣວດ ຂ້າເຈົ້າມີການ ຄໍຣັບຊັ້ນ ແຈ້ງມາ ກໍບໍ່ມີຜົນອີ່ຫຍັງ ເພາະວ່າ ກົດໝາຍຄົນລາວ ຂ້າເຈົ້າວ່າ ຜູ້ຍິງຄ້າ ບໍຣິການ ທາງເພດ ເປັນວຽກທີ່ຜິດ ກົດໝາຍ ເປັນວຽກ ທີ່ອັບອາຍ ແລ້ວຂ້າເຈົ້າ ກໍຄິດວ່າເປັນສິ່ງ ທີ່ບໍ່ຢາກ ຊ່ວຍເຫລືອຫັ້ນນ່າ".

ອະດີດ ເຈົ້າໜ້າທີ່ ເວົ້າອີກວ່າ ຖ້າຜູ້ຍິງ ທີ່ໄດ້ຮັບ ເຄາະຮ້າຍຈາກພວກ ຄ້າມະນຸດ ໄປແຈ້ງຕໍ່ ເຈົ້າໜ້າທີ່ ຕຳຣວດ ສ່ວນຫລາຍແລ້ວ ເຈົ້າໜ້າທີ່ ຈະບໍ່ດຳເນີນ ຄະດີຕາມ ຣະບຽບ ມັກຊັກຊ້າ ບໍ່ຄືບໜ້າ ສຸດທ້າຍ ກໍມິດຫງຽບ ໄປເລີຍ.

ເດັກນ້ອຍ ຍິງສາວລາວ ຕົກເປັນເຫຍື່ອ ຂອງການ ຄ້າມະນຸດ ຫລາຍທັງໃນ ແລະຕ່າງປະເທດ ຣັຖບານມີ ນະໂຍບາຍ ຊ່ວຍເຫລືອ ຜູ້ຖືກເຄາະຮ້າຍ ແລະວ່າ ມີການອອກ ຄໍາສັ່ງ ປາບປາມ ພວກຄ້າມະນຸດ ແຕ່ໃນຄວາມ ເປັນຈິງ ຣັຖບານ ກໍວ່າຍັງຂາດເຂີນ ທັງກຳລັງຊັພ ແລະ ກຳລັງຄົນ ຜ່ານມາ ກໍມີແຕ່ອາໄສ ຕ່າງປະເທດ ໃຫ້ຊ່ອຍເຫລືອ.

ບັນຫາ ທີ່ຮ້າຍແຮງ ໄປກວ່ານັ້ນ ເຈົ້າໜ້າທີ່ ກ່ຽວຂ້ອງ ແທນທີ່ຈະຊ່ວຍ ປາບປາມ ພວກຄ້າມະນຸດ ກັບສົມຮູ້ ຮ່ວມຄິດ ກັບພວກ ຄ້າມະນຸດ ຕົວະຍົວະ ຫຼອກລວງ ຜູ້ຍິງລາວ.
ຢູ່ປະເທດໄທ ມີຜູ້ຍິງລາວ ເຮັດວຽກ ຢູ່ສະຖານທີ່ ບັນເທີງ ເປັນຈໍານວນ ຫລວງຫລາຍ ຍິງສາວລາວ ເຫລົ່ານັ້ນ ສ່ວນຫລາຍແລ້ວ ແມ່ນຖືກພວກ ຄ້າມະນຸດ ຫລອກເອົາໄປ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard