ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ມາອີກແລ້ວ! ຂີ້ເຫຍື້ອແຄມທາງ 450 ປີ
Anonymous

Date:
ມາອີກແລ້ວ! ຂີ້ເຫຍື້ອແຄມທາງ 450 ປີ
Permalink   
 


ມາອີກແລ້ວ! ຂີ້ເຫຍື້ອແຄມທາງ 450 ປີ

IMG_0129.jpg

ພະ­ຍາດ ​ຖິ້ມ​ຂີ້​ເຫຍື້ອ​ຊະ­ຊາຍ​ຕາມ​ແຄມ​ທາງ 450 ປີ ລະ­ບາດ​ແຮງ​ອີກ​ແລ້ວ​ສ້າງ​ຄວາມ​ເປິ­ເປື້ອນ​ແກ່​ຖະ­ຫນົນ​ກາຍ­ເປັນພາບ​ພົດ​ທີ່ ​ບໍ່​ຈົບ­ງາມ​ແກ່​ນະຄອນ​ຫລວງ​ວຽງ​ຈັນ ຫລື ນວ ຂະ­ນະ​ທີ່​ປະ­ຊາ­ຊົນ​ຮຽກ­ຮ້ອງ ເຖິງ​ເຈົ້າ​ຫນ້າ­ທີ່​ກ່ຽວ­ຂ້ອງ​ລົງ​ແກ້ດ່ວນ.

  ການ​ກະ­ທຳ​ບໍ່​ຖືກ­ຕ້ອງ​ຂັດ ຕໍ່​ກົດ​ລະ­ບຽບລວມ​ທັງ​ຄວາມຈົບ­ງາມ​ຂອງ​ບ້ານ​ເມືອງ​ໃນເຫດ­ການ​ຖອກ​ສີ່ງ​ເສດ​ ເຫລືອ​ຊະຊາຍ​ຕາມ​ແຄມ​ທາງ 450 ປີ​ບໍລິ​ເວນ​ບ້ານ​ນາ​ຄວາຍ ນວ ຂອງລົດ​ດູດ​ວິດ​ບາງ​ຄັນ​ທີ່​ຫນັງ­ສື­ພິມ ເສດ­ຖະ­ກິດ-Œສັງ­ຄົມ ໄດ້​ນຳ​ສະເຫນີ​ເມື່ອ​ກາງ​ເດືອນ​ພຶດ­ສະ­ພາຜ່ານ​ມາ ກໍ່­ໃຫ້­ເກີດ​ສຽງ​ວິ­ພາກ​ວິຈານ​ກັນ​ຢ່າງ​ແພ່​ຫລາຍ​ໃນ​ກຸ່ມຄົນ​ທີ່​ນຳ​ໃຊ້​ ຍານ­ພາ­ຫະ­ນະ​ຜ່ານ ເຂດ​ດັ່ງ­ກ່າວ ແຕ່​ມາ​ຮອດ​ປະ­ຈຸບັນ ບັນ­ຫາ​ດັ່ງ­ກ່າວ​ກໍ່​ຄ່ອຍໆ​ໄດ້ຮັບ​ການ​ແກ້​ໄຂ ຂະ­ນະ​ທີ່​ມີ​ການກະ­ທຳ​ໃນ​ຮູບ​ແບບ​ໃຫມ່​ອີກ ແຕ່ເປັນ​ຂີ້​ເຫຍື້ອ​ມາ​ຖິ້ມ​ໄວ້​ນັບ 10 ຈຸດ​ທີ່​ຫ່າງ​ຈາກ 4 ແຍກ​ໄຟ​ແດງບ້ານ​ຊ້າງ​ຄູ້​ປະ­ມານ 2 ກິ​ໂລແມັດ​ກວ່າ.
ປະ­ຊາ­ຊົນ​ຄົນ​ຫນຶ່ງ​ເລົ່າ​ສູ່​ຟັງວ່າ: ບໍ­ລິ­ເວນ​ດັ່ງ­ກ່າວ​ແມ່ນ​ເຂດ​ບ້ານ​ໂຊກ​ໃຫຍ່ ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫລວງ​ວຽງ​ຈັນ ແລະ ຈຳ­ນວນ​ກອງ​ຂີ້​ເຫຍື້ອ​ທີ່​ວ່າ​ນັ້ນ ແມ່ນ​ມີ​ການ​ກະ­ທຳ​ມາ​ຫລາຍ ເດືອນ​ແລ້ວ​ໂດຍ​ເບື້ອງ​ຕົ້ນ​ແມ່ນເຫັນ​ຖອກ​ຫ່າງ​ຈາກ​ແຄມ​ທາງປະ­ມານ 1 ຮ້ອຍ​ແມັດ ຫລັງຈາກ​ນັ້ນ ​ກໍ່​ຄ່ອຍ​ຫຍັບ​ເຂົ້າ​ຈົນເຖິງ​ແຄມ​ທາງ​ໃນ​ປະ­ຈຸ​ບັນ.
ໂດຍ​ຜູ້​ທີ່​ນຳ​ມາ​ຖອກ​ສ່ວນຫລາຍ​ແມ່ນ​ລົດ​ເກັບ​ຂີ້​ເຫຍື້ອບາງ​ຄັນ ແລະ ແມ່​ຄ້າ​ຈຳ­ນວນຫນຶ່ງ ທີ່​ມັກ­ງ່າຍ​ບໍ່​ຢາກ​ສິ້ນ​ເປືອງຄ່າ​ໃຊ້​ຈ່າຍ​ໃນ​ການ​ເອົາ​ຂີ້​ເຫຍື້ອ​ໄປ​ ຖິ້ມ​ໃສ່​ບ່ອນ​ທີ່​ລັດ​ກຳ­ນົດ​ໃຫ້ ເຊິ່ງ​ປະ­ຈຸ​ບັນ​ນີ້​ໄດ້​ສົ່ງ​ກິ່ນ​ເຫມັນຢ່າງ​ຮຸນ​ແຮງ​ຕໍ່​ຜູ້​ທີ່​ສັນ­ຈອນ​ ຜ່ານ​ບໍ­ລິ­ເວນ​ດັ່ງ­ກ່າວ ລວມ​ເຖິງ​ປະ­ຊາຊົນ​ໃນ​ບ້ານ​ໂຊກ​ໃຫຍ່ ເຖິງ​ແມ່​ນວ່​າ​ຈຸດ​ດັ່ງ­ກ່າວ​ຈະ​ເປັນ​ທົ່ງ​ນາ​ທີ່​ຫ່າງ​ຈາກ​ບ້ານ​ກໍ່​ຕາມ.


__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard