ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນໍ້າເປື້ອນຈາກໂຮງງານຈີນ ຂ.ຄໍາມ່ວນ
Anonymous

Date:
ນໍ້າເປື້ອນຈາກໂຮງງານຈີນ ຂ.ຄໍາມ່ວນ
Permalink   
 


ນໍ້າເປື້ອນຈາກໂຮງງານຈີນ ຂ.ຄໍາມ່ວນ

f-dead-fish

ໂຮງງານ ເກືອກາລີ ຂອງຈີນ ຢູ່ແຂວງ ຄໍາມ່ວນ ປ່ອຍນໍ້າເສັຽ ຈາກໂຮງງານ ລົງສູ່ ສາຍນໍ້າ ລໍາທານ ຕາມ ທັມມະຊາດ ຊື່ງ ພວກຊາວບ້ານ ກໍໄດ້ພາກັນ ຮຽກຮ້ອງ ໃຫ້ແກ້ໄຂ ແລະ ວິທຍຸ ເອເຊັຽເສຣີ ກໍໄດ້ອອກຂ່າວ ໄປແລ້ວ ນັ້ນ ຈົນເທົ່າປານນີ້ ທາງໂຮງງານ ຂອງຈີນ ຍັງບໍ່ມີ ທ່າທີ ວ່າຈະມີການ ແກ້ໄຂ ແຕ່ຢ່າງໃດເລີຽ. ກົງກັນຂ້າມ ທາງໂຮງງານ ຍັງສືບຕໍ່ ປ່ອຍນໍ້າເສັຽ ລົງສູ່ຫ້ວຍນໍ້າ ລໍາທານ ຢູ່ຄືເກົ່າ ເຮັດໃຫ້ປູປາ ໃນນໍ້າຕາຍ ເດັຍຣະດາດ. ດັ່ງຊາວບ້ານ ຜູ້ນື່ງເວົ້າວ່າ:

"ເຄີຽຂື້ນໄປແລ້ວ ມັນເຫັນເປັນ ສີຂາວ ປາຫັ້ນນະ ເວລາຄົນໄປເຫັນ ຕົກໃຈວ່າ ແມ່ນຫຍັງ ຄືຫລາຍແທ້. ທຸກຄົນຕ້ອງ ແກ້ໄຂນໍາກັນ ແລ້ວກໍ ຖ້າຜູ້ໃດ ມີເງື່ອນໄຂ ກໍຕ້ອງໄດ້ ບອກອໍານາດ ການປົກຄອງ ເປັນຫູເປັນຕາ ຊ່ວຍກັນ".

ໂຮງງານເກືອກາລີ ຂອງຈີນ ທີ່ວ່ານີ້ ຕັ້ງຢູ່ ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ ບໍຣິສັດ ຂຸດຄົ້ນ ກະສິກັມ ແລະ ບໍ່ແຮ່ຂອງຈີນ ໄດ້ເຂົ້າມາ ລົງທືນ ໃນປີ 2009  ແລະ ມີຂໍ້ສັນຍາ ວ່າຈະຮັກສາ ສິ່ງແວດລ້ອມ ເປັນຢ່າງດີ.

ໃນປີ 2011 ມີລາຍງານວ່າ ບໍຣິສັດນີ້ ໄດ້ປ່ອຍນໍ້າ ໂສໂຄກ ຈາກໂຮງງານ ລົງສູ່ລໍານໍ້າ ຄື ນໍ້າຫ້ວຍຫວາຍ ເຮັດໃຫ້ປາຕາຍ ຢ່າງຫລວງຫລາຍ. ຊາວບ້ານ ເຄີຽໄດ້ຮຽກຮ້ອງ ໃຫ້ທາງ ບໍຣິສັດ ແກ້ໄຂແລ້ວ ແຕ່ກໍບໍ່ແກ້ໄຂ ຈັກເທື່ອ.

ໃນເດືອນ ພຶສພາ 2012 ເກີດເຫດຝຸງປາ ໃນນໍ້າຫ້ວຍ ແລະ ສັຕນໍ້າອື່ນໆ ຕາຍ ຢ່າງຫລວງຫລາຍ ອີກ ທາງເຈົ້າໜ້າທີ່ ກ່ຽວຂ້ອງ ສະພາບ ແວດລ້ອມ ຮ່ວມກັບ ປະຊາຊົນ ໄດ້ໄປກວດກາ ສັງເກດນໍ້າ ຈື່ງເຫັນວ່າ ນໍ້າໃນຫ້ວຍນັ້ນ ກາຍເປັນນໍ້າເຄັມ ຈົນເຮັດໃຫ້ ປາຕາຍ ແມ່ນແຕ່ຄົນ ທີ່ລົງໄປ ກວດການໍ້າ ກໍມີອາການ ແສບຕາມແຂ່ງຂາ ຕົນໂຕ.

ນໍ້າຫ້ວຍຫວາຍ ໄຫລລົງສູ່ນໍ້າ ເຊບັ້ງໄຟ ແລະ ໄຫລລົງສູ່ ແມ່ນໍ້າຂອງ.



__________________
Anonymous

Date:
Permalink   
 

ນີ້ລະຜົນສະທ້ອນຂອງການຮັບຊອງກ້ອງໂຕະ, ຜູ່ໄດ້ດີມີສຸກແມ່ນເຈົ້ານາຍ
ຜູ່ຮັບທຸກແມ່ນປະຊາຊົນ. ເຂົາຊື້ເຈົ້ານາຍແລ້ວ ເຂົາກໍ່ບໍ່ຢ້ານຕໍ່ກົດໝາຍ
ຢາກເຮັດຫຍັງກໍ່ໄດ້ຕາມໃຈ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard