ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໂຮງແຮມດອກຈໍາປາ ປິດກາຊີໂນຊົ່ວຄາວ
Anonymous

Date:
ໂຮງແຮມດອກຈໍາປາ ປິດກາຊີໂນຊົ່ວຄາວ
Permalink   
 
ໂຮງແຮມດອກຈໍາປາ ປິດກາຊີໂນຊົ່ວຄາວ

ໂຮງແຮມ ດອກຈໍາປາ ຢູ່ເມືອງ ຫາດຊາຍຟອງ ນະຄອນຫລວງ ວຽງຈັນ ເປີດໃຫ້ຫລິ້ນ ການພະນັນ ມາແຕ່ຕົ້ນ ເດືອນ ກັນຍາ ແຕ່ໄດ້ປິດ ບ່ອນຫລິ້ນ ກາຊີໂນ ໄວ້ຊົ່ວຄາວ ໃນວັນທີ 2 ຕຸລາ 2012 ເພື່ອລໍຖ້າ ມື້ເປີດຢ່າງເປັນ ທາງການ ຊຶ່ງຄາດວ່າຈະເປີດ ໃນທ້າຍປີນີ້. ຊາວລາວຜູ້ນຶ່ງ ເວົ້າວ່າ:

"ຂ້ອຍຖາມ ພະນັກງານ ຫັ້ນແລ້ວ ວ່າຊິເປີດຢູ່ ແຕ່ບໍ່ທັນໄດ້ເປີດ ມັນວ່ານ໋າ ເປີດທົດລອງຊື່ໆ ມັນວ່ານ໋າ ໜ່າຊິສິ້ນທ້າຍປີ ນີ້ແຫລ໋ະ ຈຶ່ງຈະໄດ້ເປີດ ມັນເປີດ ເປັນໂຮງແຮມ ບ່ອນດຽວກ່ອນ ມັນວ່ານ໋າ".

ລາວເວົ້າຕໍ່ວ່າ ຕອນເປີດທົດລອງ ໃຫ້ຫລິ້ນໃໝ່ໆ ມີນັກການພະນັນ ມາຫລິ້ນ ຫລາຍ ພໍສົມຄວນ ແຕ່ປັດຈຸບັນ ເຫັນແຕ່ ນັກທ່ອງທ່ຽວ ຈາກຕ່າງປະເທດ ທີ່ເຂົ້າມາ ພັກຜ່ອນ ໃຊ້ໂຮງແຮມ ແຕ່ລາວເອງຄິດວ່າ ເມື່ອກາຊີໂນ ເປີດໃຫ້ຫລິ້ນ ຢ່າງເປັນທາງການ ຄົງຈະມີ ນັກການພະນັນ ເຂົ້າມາຫລິ້ນ ຫລວງຫລາຍ ຢ່າງແນ່ນອນ.

ໂຮງແຮມ ດອກຈໍາປາ ຢູ່ເມືອງ ຫາດຊາຍຟອງ ບໍຣິຫານ ໂດຍນັກທຸຣະກິຈ ຕ່າງຊາດ ມີເປົ້າໝາຍ ດຶງເອົາ ນັກຫລິ້ນ ການພະນັນ ຈາກຕ່າງປະເທດ ເທົ່ານັ້ນ ຍ້ອນວ່າທາງ ໂຮງແຮມ ກາຊີໂນ ມີຣະບຽບ ເຂັ່ງຄັດ ຫ້າມຄົນລາວໄປຫລິ້ນ ການພະນັນ ຢ່າງເດັດຂາດ.

ເຖິງຢ່າງໃດ ກໍຕາມ ຊາວບ້ານ ທີ່ອາສັຍ ຢູ່ໃນບໍຣິເວນ ໃກ້ຄຽງ ຢ້ານວ່າຫາກ ກາຊີໂນ ເປີດເຕັມທີ່ແລ້ວ ອາດຈະສ້າງ ຄວາມບໍ່ສງົບ ໃນຫລາຍໆດ້ານ ໃຫ້ແກ່ສັງຄົມ.

__________________
Anonymous

Date:
Permalink   
 
Anonymous wrote:

 ອ່ານຂ່າວເທື່ອໃດກໍວ່າ:” ຊາວລາວຜູ້ນຶ່ງ ເວົ້າວ່າ“ ຕລອດ ຄົງໝາຍເຖິງຜູ້ຂຽນຂ່າວນີ້ລະເວົ້າເອງນະ ເພາະໝັ້ນໃຈຕົນເອງເຫລືອເກີນວ່າເປັນຄົນລາວຮ້ອຍເປີເຊັນນະ...ຫລືຄົງເປັນຄົນຕິດການພະນັນແທ້ໆລະ

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard