ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຢາເສພຕິດໃນເຂດ ຊົນນະບົດ
Anonymous

Date:
ຢາເສພຕິດໃນເຂດ ຊົນນະບົດ
Permalink   
 


ຢາເສພຕິດໃນເຂດ ຊົນນະບົດ

ຄົນຕິດ ຢາເສພຕິດ ຫລາຍຂື້ນ ຢູ່ແຂວງ ບໍຣິຄຳໄຊ ຮວມທັງ ຊາວໜຸ່ມ ໄວລຸ້ນ ຢູ່ໃນເຂດ ຊົນນະບົດ ສອກຫລີກ ຫ່າງໄກ ກໍຕິດ ຢາບ້າ ຫລາຍ ຂື້ນຈົນ ພໍ່ແມ່ ວິຕົກ ກັງວົນ.

ຜ່ານມາ ເຈົ້າໜ້າທີ່ ທາງການ ລົງໄປກວດກາ ແລະ ປາບປາມ ພວກຄ້າ ແລະ ພວກຕິດ ຢາເສພຕິດ ແຕ່ບໍ່ ສະໝໍ່າສະເໝີ ຍ້ອນຂາດເຂີນ ງົບປະມານ. ດັ່ງຊາຍໜຸ່ມ ໄວລຸ້ນ ໃນໝູ່ບ້ານ ແຂວງບໍຣິຄຳໄຊ ເວົ້າວ່າ:

“ມັນກໍເລິ້ມໆ ຫລາຍຂື້ນເພາະວ່າ ເຂດນັ້ນ ເປັນເຂດພູ ພູດອຍ ປະມານນີ້ ຄິດວ່າມັນອາດຈະ ເປັນເຣື້ອງ ງົບປະມານ ແລ້ວກໍຣັຖບານ ອາດຈະຄວບຄຸມ ບໍ່ທົ່ວເຖິງ ຍ້ອນວ່າ ງົບປະມານ ມີໜ້ອຍ ບໍ່ມີງົບປະມານ ລົງພາກ ສນາມ ໄປກຳຈັດບໍ່".

ການຄ້າ ແລະ ການເສພ ຢາເສພຕິດ ໂດຍສະເພາະ ຢາບ້າ ໄດ້ແຜ່ຂຍາຍ ສູ່ເຂດ ຊົນນະບົດ ໃນແຂວງ ບໍຣິຄຳໄຊ ນອກຈາກຢາບ້າ ແລ້ວ ຊາວບ້ານຍັງລັກ ປູກຝິ່ນຫລາຍ ຂື້ນ. ຫ້ອງການ ຢາເສພຕິດ ແລະ ອາສຍາກັມ ສະຫະປະຊາຊາດ ຣາຍງານວ່າ ໃນເຂດເມືອງ ຄຳເກີດ ແລະ ເມືອງວຽງທອງ ແຂວງບໍຣິຄຳໄຊ ມີ 23 ບ້ານທີ່ຍັງ ປູກຝິ່ນ ແລະ ຜລິດຝິ່ນ ໄດ້ມູນຄ່າເຖິງ 2 ລ້ານດອນລ່າ ສະຫະຣັຖ ໃນແຕ່ລະປີ.

ຊາວບ້ານ ເວົ້າວ່າແຕ່ກ່ອນ ເຈົ້າໜ້າທີ່ ຣັຖບານລາວ ແລະ ອົງການສາກົນ ໄດ້ຊຸກຍູ້ສົ່ງເສີມ ໃຫ້ ປະຊາຊົນ ໃນແຂວງ ບໍຣິຄຳໄຊ ເຊົາປູກຝິ່ນ ແລະ ໃຫ້ເຊົາສູບຝິ່ນ ແລະ ຢາບ້າ ໃນເບື້ອງຕົ້ນ ກໍໄດ້ຜົນເລັກນ້ອຍ ແຕ່ດຽວນີ້ ປະຊາຊົນ ພາກັນ ປູກຝິ່ນຄືນ ສ່ວນຜູ້ຕິດຝິ່ນ ຢາບ້າ ແລະ ຢາເສພຕິດອື່ນໆ ກໍເລິ້ມຕິດຄືນ ຄືເກົ່າ ຊາວບ້ານພາກັນ ເປັນຫ່ວງນຳ ລູກຫລານ ຈະຕິດຢາບ້າ ແລະ ບໍ່ຍອມ ໄປໂຮງຮຽນ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard