ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການຂັດແຍ້ງທີ່ດີນ ຂ.ເຊກອງ
Anonymous

Date:
ການຂັດແຍ້ງທີ່ດີນ ຂ.ເຊກອງ
Permalink   
 


ການຂັດແຍ້ງທີ່ດີນ ຂ.ເຊກອງ

f-thateng-villagers

ຣັຖບາລລາວ ສົ່ງເຈົ້າໜ້າທີ່ ລົງຕິດຕາມ ແກ້ບັນຫາ ການຂັດແຍ້ງ ທີ່ດີນ ຢູ່ ແຂວງເຊກອງ

ພາຍຫລັງ ທີ່ມີການ ຂັດແຍ້ງທີ່ດິນກັນ ເກິດຂື້ນ ຢ່າງຍືດຍາວ ຣະຫວ່າງ ຊາວບ້ານ ເມືອງທ່າແຕງ ແຂວງເຊກອງ ກັບເຈົ້າໜ້າທີ່ ປົກຄອງ ແຂວງ ກໍຣະນີ ຣັຖບານ ເອົາດີນ ຂອງປະຊາຊົນ ໄປໃຫ້ ສັມປະທານ ປູກຢາງພາຣາ ແກ່ບໍຣິສັດ ວຽດນາມ ປັຈຸບັນນີ້ ຄວາມຄຶບໜ້າ ຫລ້າສຸດ ເປັນໄປໃນທາງທີ່ດີ ຫລັງຈາກ ທາງການ ສົ່ງເຈົ້າໜ້າທີ່ ໄປໄກ່ເກັ່ຽ ກວດກາ ໃນເຣື້ອງດັ່ງກ່າວ. ເຈົ້າໜ້າທີ່ ກ່ຽວຂ້ອງເວົ້າວ່າ:

“ຣັຖບາລເພີ່ນແຕ່ງຕັ້ງ ຄນະກັມມະການ ລົງໄປກວດກາ ໄປແກ້ຕົວຢູ່ພາກໃຕ້ ຢູ່ເຊກອງຫັ້ນ ເພີ່ນມີຄນະກັມການ ຈາກສ່ວນກາງ ທີ່ຣັຖບາລ ແຕ່ງຕັ້ງລົງໄປ ເພື່ອແກ້ໄຂ ຄວາມເດືອດຮ້ອນ ຂອງ ປະຊາຊົນ”.

ເຈົ້າໜ້າທີ່ ເວົ້າອີກວ່າ ຫລັງຈາກ ຫລາຍພາກສ່ວນ ຮວມທັງ ສື່ມວລຊົນ ຕ່າງປະເທດ ຊ່ວຍກັນ ອອກຂ່າວກົດດັນ ຣັຖບາລ ຈີ່ງບໍ່ສາມາດ ວາງເສີຍ ໃນເຣື່ອງດັ່ງກ່າວ ຈີ່ງສົ່ງ ເຈົ້າໜ້າທີ່ ຈາກ ຫລາຍພາກສ່ວນ ມາແກ້ໄຂ ເປັນພິເສດ. ໂດຍເບື້ອງຕົ້ນ ຈະຊົດເຊີຍ ທີ່ດີນບ່ອນໃໝ່ ໃຫ້ແກ່ຊາວບ້ານ ແທນດີນບ່ອນເກົ່າ ຊື່ງຖືກນໍາ ໄປໃຫ້ ບໍຣິສັດ ເອກກະຊົນ ລົງທືນໄປແລ້ວ.

ກ່ຽວກັບ ເຣື່ອງຂັດແຍ້ງ ທີ່ດິນ ໃຫ້ສໍາປະທານ ປູກຢາງພຣາ ຂອງ ບໍຣິສັດ ວຽດນາມ ນັ້ນ ຊາວບ້ານໄດ້ ໃຫ້ຂໍ້ມູນວ່າ ມີການຕໍ່ສູ້ ຮ້ອງຮຽນກັນໄປມາ ຣະຫວ່າງ ຊາວບ້ານ ກັບ ຣັຖບາລ ເປັນເວລາເກີນ 5 ປີ ແລະ ເປັນທີ່ຈັບຕາ ຫລາຍຂື້ນ ທີ່ສຸດນັ້ນ ກໍແມ່ນໃນ ເດືອນມິຖຸນາ ປີ 2012 ຊື່ງມີຂ່າວວ່າ ຊາວບ້ານ ທີ່ຮຽນຮ້ອງ ບາງຄົນຖືກຈັບ ຈົນເກິດມີ ກະແສ ວິພາກວິຈານ ອອກທາງ Internet ແລະ ການອອກຂ່າວ ຂອງສື່ມວນຊົນ ເຮັດໃຫ້ ຣັຖບາລ ຕ້ອງຍອມ ແກ້ໃຂເຣື້ອງນີ້ ແລະວ່າ ສະຖານະການ ອາດຈະເປັນໄປ ໃນທາງດີ ຖ້າຫາກວ່າ ຣັຖບາລສາມາດ ຊົດເຊີຍທີ່ດິນ ຕາມທີ່ຊາວບ້ານ ຮ້ອງຮຽນ ຢ່າງຍຸຕິທັມ ບັນຫານີ້ກໍຄົງ ຈະຕົກໄປ.



__________________
Anonymous

Date:
Permalink   
 


ອັດຕະປືແລະເຊກອງເປັນຖິ່ນຂອງທ່ານຈູມມະລີ ໄຊຍະສອນ ຕອນເພິ່ນເປັນພໍ່ຄ້າຍຂາຍຄວາຍເຖື່ອນ
ປະຊາຊົນບໍ່ຄວນຈະໄດ້ຮັບຄວາມເດືອດຮ້ອນແບບນີ້.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard