ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: 450 ຖນົນອັນຕະລາຍ ໃນຍາມວິກາຣ
Anonymous

Date:
450 ຖນົນອັນຕະລາຍ ໃນຍາມວິກາຣ
Permalink   
 


450 ຖນົນອັນຕະລາຍ ໃນຍາມວິກາຣ

f-450ave

ເຈົ້າໜ້າທີ່ ລາວ ເວົ້າວ່າ ເສັ້ນທາງຫລວງ 450 ປີ ຢູ່ນະຄອນຫລວງ ວຽງຈັນ ເຄີຍມີການ ປູ້ນຈີ້ ໃນຍາມ ກາງຄືນ

ໃນເດືອນຜ່ານມາ ປະຊາຊົນ ໄດ້ຮ້ອງຮຽນ ທາງການລາວ ຜ່ານ ເອເຊັຍ ເສຣີ ວ່າເສັ້ນທາງ 450 ປີ ໃນນະຄອນຫລວງ ວຽງຈັນ ມັກມີເຫດປຸ້ນຈີ້ ໃນຍາມກາງຄືນ.

ມາເຖິງວັນ ທີ 3 ຕຸລາ 2012 ນີ້ ເຈົ້າໜ້າທີ່ ປາບປາມ ຢາເສພຕິດ ເວົ້າວ່າ ເສັ້ນທາງສາຍ ດັ່ງກ່າວ ເຄີຍມີເຫດການ ປຸ້ນຈີ້ ໂດຍກຸ່ມຂີ້ຢາ ຕິດຢາເສພຕິດ ເກີດຂຶ້ນແທ້:

"ນານໆມັນມີ ຄັ້ງນຶ່ງ ມັນເປັນທາງປ່ຽວ ເສັ້ນທາງມັນໃຫຍ່ ຄົນບໍ່ຄ່ອຍທຽວ ປຸ້ນໄປເພື່ອຊື້ຢາ ມັນບໍ່ມີເງິນຊື້ ມັນ ກໍຕ້ອງໄປປຸ້ນ".

ທ່ານເວົ້າ ຕໍ່ໄປວ່າ ນອກຈາກເສັ້ນທາງ ທີ່ວ່ານັ້ນ ຈະປ່ຽວ ແລະເປັນທາງ ທີ່ຍາວແລ້ວ ຕາມເສັ້ນທາງ ກໍຍັງບໍ່ມີ ແສງໄຟ ແລະ ມືດອີກດ້ວຍ ເຮັດໃຫ້ພວກ ຕິດຢາຂີ້ຢາ ສວຍ ໂອກາດ ອອກປຸ້ນຈີ້ ຊາວບ້ານ ທີ່ຂີ່ຣົດໄປມາ ໃນຍາມກາງຄືນ. ເຈົ້າໜ້າທີ່ ຕໍາຣວດ ກໍາລັງເລັ່ງ ກວດລ້າງ ເພື່ອຄວາມປອດໄພ ຂອງ ປະຊາຊົນ.

ທີ່ຜ່ານມາ ປະຊາຊົນ ກໍເຄີຍໃຫ້ຂໍ້ມູນ ແກ່ເຈົ້າໜ້າທີ່ ວ່າ ບັນຫາ ການປຸ້ນຈີ້ ຕາມເສັ້ນທາງ ຫລວງ 450 ປີ ນັ້ນ ສ້າງຄວາມເດືອດຮ້ອນ ໃຫ້ພວກຕົນ ມາຫລາຍເທື່ອແລ້ວ ບາງລາຍເຖິງຂັ້ນ ເຈັບສາຫັດ.



__________________
Anonymous

Date:
Permalink   
 

ຂ້ອຍຄິດວ່າ ເປັນຖນົນ ຄ້າຢາບ້າຫລາຍກ່ວາ, ໃຜຢາກຮູ້ໄປສຳລວດດ້ວຍໂຕທ່ານເອງເດີ້,,,,,,,



__________________
Anonymous

Date:
Permalink   
 

ຖ້າ​ເປັນ​ແນວ​ນັ້ນ​ ທາງ​ການກໍ່​ຄວນ​ຈິງ​ຈັງ​ໃນ​ການ​ແກ້​ໃຂ​ບັນ​ຫ​າ​ໄດ້​ແລ້ວ ເຊັ່ນ​ຕັ້ງ​ຄ້າຍ​ໃສ່​ ສອງ​ຫຼື​ສາມ​ຈຸດ ເມື່ອ​ມີ​ເຫດ​ການ​ເກິດ​ຂື້ນ​ກໍ່​ສາ​ມາດ​ສະ​ກັດ​ກັ້ນ​​ແລະ​ຊ່ວຍ​ເຫຼືອ​ຜູ້​ທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍໄດ້​ທັນ​ທີ ເພາະ​ຈຸດ​ດັ່ງ​ກ່າວ​ແມ່ນ​ຈຸດ​ຜ່ານ​ຂອງ ປ​ຊ​ຊ ລະ​ຫວ່າງ​ເຂດ​ດົງ​ໂດກ ແລະ ຂົວ​ມິດ​ຕະ​ພາບ​.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard