ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສິນຄ້າແລະຊາວຈີນເຖື່ອນ ຂ.ຫລວງນໍ້າທາ
Anonymous

Date:
ສິນຄ້າແລະຊາວຈີນເຖື່ອນ ຂ.ຫລວງນໍ້າທາ
Permalink   
 


ສິນຄ້າແລະຊາວຈີນເຖື່ອນ ຂ.ຫລວງນໍ້າທາ

f-chinese-luangnamtha

ຄົນຈີນທີ່ລັກເຂົ້າມາຂາຍສີນຄ້າໃນລາວ ສ້າງບັນຫາທີ່ແຂວງຫລວງນ້ຳທາ.

ເຈົ້າຫນ້າທີ່ ແຂວງ ຫລວງນ້ຳທາ ທ່ານນື່ງກ່າວ ໃນວັນທີ 4 ຕຸລາ ວ່າດຽວນີ້ຢູ່ ແຂວງ ຫລວງນ້ຳທາ ມີຊາວຈີນ ຈຳນວນຫລວງຫລາຍ ລັກເຂົ້າມາ ຄ້າຂາຍ ແຕ່ລະມື້ ຢູ່ຕາມ ບໍຣິເວນ ຊາຍແດນ ລາວ-ຈີນ ຊື່ງຊາວຈີນ ດັ່ງກ່າວນັ້ນ ນອກຈາກ ຈະເຂົ້າເມືອງ ແບບຜິດກົດຫມາຍ ແລ້ວຍັງມາ ສ້່າງບັນຫາ ຣະຫວ່ງກັນ ແລະ ກັບຊາວບ້ານ ນຳອີກ. ທ່ານກ່າວວ່າ:

"ບາງອັນແບບ ຂາຍເຄື່ອງຂາຍຂອງ ຈະເຂົ້າໃຈຜິດກັນ ແບບວ່າຄົນລາວ ຮ້ານໃດ ທີ່ຂາຍຣາຄາຫລຸດ ເຂົາກໍຕ້ອງໄປຫາ ຮ້ານນັ້ນ ຮ້ານທີ່ວ່າ ຂະເຈົ້າເຂົ້າໄປ ທຳອິດ ຣາຄາ ແພງກວ່າ ບາດນີ້ ຮ້ານໂຕທີສອງ ຈະຫລຸດຣາຄາໃຫ້ ຂະເຈົ້າ ຈະບໍ່ເຂົ້າໃຈກັນ ແບບວ່າ ເຈົ້າຂາຍຖືກ ກວ່າຂ້ອຍ ຂ້ອຍຂາຍຖືກ ກວ່າເຈົ້າ ບາດນີ້ຄົນຂະເຈົ້າ ກໍຜິດກັນເອງ ບາງຄັ້ງ ກໍຈະຜິດກັບ ຄົນລາວ".

ທ່ານກ່າວ ຕໍ່ໄປວ່າ ນອກຈາກບັນຫາ ບໍ່ເຂົ້າໃຈກັນແລ້ວ ຍັງມີບັນຫາ ສີນຄ້າ ທີ່ຄົນຈີນ ນຳເຂົ້າມາຂາຍ ເຊັ່ນອາຫານ ແລະ ຫມາກໄມ້ຕ່າງໆນັ້ນ ສ່ວນໃຫຍ່ ຈະຫມົດອາຍຸ ຫລືເສັຽແລ້ວ ຮ່ວມທັງສີນຄ້າ ປະເພດເຄື່ອງໃຊ້ ໄຟຟ້າ ຫລື ເຄື່ອງມື ຕ່າງໆກໍບໍ່ໄດ້ ມາຕຖານ ສ່ຽງຕໍ່ອັນຕະຣາຍ ຫາກຊື້ໄປໃຊ້ ແຕ່ພວກຂະເຈົ້າ ກໍຍັງຂາຍ ໃນຣາຄາແພງຢູ່.

ເຖິງຢ່າງໃດກໍຕາມ ຕໍ່ບັນຫາ ດັ່ງກ່າວ ທາງການລາວ ກໍອອກເຄີຍກວດກາ ແຕ່ບໍ່ເຄີຍໃສ່ໂທດ ຫລື ປັບໃຫມຂະເຈົ້່າ ມີແຕ່ຕັກເຕືອນ ແລະ ບອກໃຫ້ຂໍ ໃບອະນຸຍາດ ເອົາສີນຄ້າ ເຂົ້າມາ ແບບຖືກຕ້ອງ ຕາມກົດຫມາຍ ໃນອະນາຄົດ.

ຄາດວ່າ ໃນປີນີ້ມີຄົນຈີີນ ເຂົ້າມາຄ້າຂາຍ ຢູ່ແຂວງ ຫລວງນ້ຳທາ ແບບຖືກຕ້ອງ ປະມານ 1,500 ຄົນ ສ່ວນໃຫຍ່ ຈະເດີນທາງໄປ ແຂວງອື່ນ ສ່ວນພວກທີ່ ຍັງລັກເຂົ້າມາ ແຕ່ລະມື້ນັ້ນ ບໍ່ມີໂຕເລກ ທີ່ແນ່ນອນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard