ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນງານວຽດຫຼາຍພັນ ຢູ່ອັດຕະປື
Anonymous

Date:
ຄົນງານວຽດຫຼາຍພັນ ຢູ່ອັດຕະປື
Permalink   
 


ຄົນງານວຽດຫຼາຍພັນ ຢູ່ອັດຕະປື

ເຈົ້າຫນ້າທີ່ ໄຟຟ້າລາວ ທີ່ບໍ່ປະສົງ ອອກຊື່ທ່ານນື່ງ ທີ່ແຂວງ ອັດຕະປື ເວົ້າວ່າ ປັດຈຸບັນ ບໍຣິສັດ ວຽດນາມ ໄດ້ນຳເອົາຄົນງານ ຂອງຕົນ ຫລາຍພັນຄົນ ເຂົ້າມາ ສ້າງເຂື່ອນ 3 ແຫ່ງ ທີ່ແຂວງ ອັດຕະປື ບໍ່ຈ້າງ ຄົນງານລາວ. ຄົນງານວຽດນາມ ດັ່ງກ່າວ ເຂົ້າມາລາວ ແບບບໍ່ຖືກຕ້ອງ ຕາມກົດຫມາຍ ແມ່ນບໍຣິສັດ ນຳເຂົ້າມາ. ທາງການລາວ ກໍບໍ່ໄດ້ ເຂັ້ມງວດ ກ່ຽວກັບ ເຣື້ອງນີ້. ທ່ານກ່າວວ່າ:

"ເຂົາສ້າງເຂື່ອນ ເຊຂະຫມານ 2 ເຊຂະຫມານ 3 ວຽດນາມ ເຂົາສ້າງ ວຽດໄປຮັບເຫມົາ ກໍແມ່ນ ແຮງງານວຽດ ຢູ່ແຂວງ ອັດຕະປື ບໍ່ມີຄົນ ລາວ ໄປເຮັດວຽກ ນຳເຂົາ ແຕ່ກອ່ນ ເຮັດເຂື່ອນ ຫວ້ຍເຫາະ ຂອງຄົນຕ່າງຊາດ ເກົາຫລີ ເຂົາຈະເອົາ ຄົນລາວ ກັມມະກອນ".

ທ່ານກ່າວ ຕໍ່ໄປວ່າ ບໍຣິສັດວຽດນາມ ອາດໃຫ້ເຫດຜົລວ່າ ແຮງງານລາວ ບໍ່ມີ ຄຸນນະພາບ ຂາດຄວາມສາມາດ ໃນການທຳງານ ຈື່ງນຳເອົາ ແຮງງານ ວຽດນາມ ເຂົ້າມາ ເພາະ ວຽກສ່ວນໃຫຍ່ ຕ້ອງການ ຄວາມຊໍານານງານ ແຮງງານລາວ ຂາດໃນເຣື້ອງນີ້. ນອກຈາກນັ້ນ ແຮງງານລາວ ກໍເປັນແຮງງານ ບໍ່ຂຍັນ ໃນການທຳງານ ຂາດຄວາມ ຮັບຜິດຊອບ ຢາກຂາດກໍຂາດ ຢາກມາກໍມາ ເຊື່ອບໍ່ໄດ້. ທ່ານກ່າວເພີ້ມ ອີກວ່າ:

"ເຫັນເຂົາເຮັດ ເຂື່ອນ ຫລາຍເຂື່ອນ ກໍບໍ່ເຫັນ ຊາວບ້ານ ໄປຮັບຈ້າງເປັນ ກັມມະກອນເຂົາ ເຂົາເອົາຄົນ ເຂົາເອງມາເຮັດ ຄວາມໝາຍວ່າ ກໍ່ສ້າງນັ້ນ ຄົນຮັບເຫມົາ ເຂົາກໍເອົາ ຄົນເຂົາເອງ ຣັຖບານຄົງບໍ່ ເຂັ້ມງວດ ທາງດ້່ານກົດຫມາຍ ແຮງງານ ຫລືແນວໃດ".

ເຖິງຢ່າງໃດ ກໍຕາມ ທ່ານວ່າ ສ່ວນໃຫຍ່ ການສ້າງເຂື່ອນ ຫລື ໂຄງການໃຫຍ່ໆ ໃນລາວ ບໍຣິສັດ ຜູ້ຮັບເຫມົາ ມັກຈະນຳເອົາ ແຮງງານ ຂອງຕົນ ເຂົ້າມາເຮັດວຽກ ເພາະ ຂະເຈົ້າບໍ່ເຊື່ອ ໃນຄຸນນະພາບ ຂອງແຮງງານລາວ. ເຫດການດັ່ງກ່າວ ເກີດຂື້ນ ໃນທົ່ວປະເທດ ຣັຖບານລາວ ກໍບໍ່ເອົາຫົວຊາ ພໍປານໃດ ແຮງງານລາວ ກໍກາຍເປັນ ຄົນວ່າງ ງານຕາມເຄີຍ ເຖິງແມ່ນວ່າ ກົດຫມາຍລາວ ຈະຣະບຸໃຫ້ ບໍຣິສັດ ຕ່າງປະເທດ ຈ້າງແຮງງານລາວ ບາງສ່ວນ ກໍຕາມ ແລະ ໄຟຟ້າ ສ່ວນໃຫຍ່ ທີ່ຜລິດໄດ້ ກໍສົ່ງໄປ ວຽດນາມ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard