ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣັຖບານລາວຢືມເງິນ ຈັດປະຊຸມອາເຊັມ
Anonymous

Date:
ຣັຖບານລາວຢືມເງິນ ຈັດປະຊຸມອາເຊັມ
Permalink   
 


ຣັຖບານລາວຢືມເງິນ ຈັດປະຊຸມອາເຊັມ

f-vt_asem

ຣັຖບານລາວ ຈະໃຊ້ ງົບປະມານ 240 ຕື້ກີບ ເພື່ອຈັດ ກອງປະຊຸມ ສຸດຍອດ ອາຊຽນ-ຢູໂຣບ ຫລື ອາເຊັມ ງົບປະມານ ດັ່ງກ່າວ ຮວມທັງການ ຊື້ຣົຖຍົນ ເພື່ອໄວ້ ບໍຣິການ ໃນກອງປະຊຸມ ແຕ່ບໍ່ໄດ້ ຮວມຄ່າກໍ່ສ້າງ ໂຄງຮ່າງພື້ນຖານ. ອີງຕາມ ຣາຍງານ ຂອງໜັງສືພິມ ວຽງຈັນທາມສ໌.

ຊາວລາວບາງຄົນ ເຫັນວ່າ ການກູ້ຢືມເງິນ ຢ່າງມະຫາສານ ມາໃຊ້ຈ່າຍ ເພື່ອກອງປະຊຸມ ເປັນການຟູມເຟືອຍ ແລະ ບໍ່ສົມຄວນ ຍ້ອນວ່າ ສປປລາວ ເປັນປະເທດ ທີ່ກໍາລັງ ພັທນາ ຣາຍຮັບ ຂອງປະເທດ ກໍບໍ່ມີຫລາຍ ການກູ້ຢືມເງິນ ຈະສ້າງໜີ້ສິນ ໃຫ້ປະເທດ ແລະ ຜູ້ທີ່ຈະຕ້ອງ ຮັບເຄາະໃຊ້ຄືນ ຈ່າຍແທນ ຣັຖບານ ກໍຕ້ອງແມ່ນ ປະຊາຊົນ ຈາກ ການເສັຍພາສີ ປະເພດຕ່າງໆ. ຄົນລາວຜູ້ນຶ່ງ ໄດ້ໃຫ້ຄວາມຄິດເຫັນ ສ່ວນຕົວ ໃນວັນທີ 5 ຕຸລາ 2012 ນີ້ວ່າ:

"ເປັນໜີ້ຂະເຈົ້າ ຫລວງຫລາຍ ເພື່ອມາເຮັດ ໃຫ້ຕົວເອງໜ້າໃຫຍ່ ອັນນີ້ ກໍບໍ່ເຂົ້າໃຈ ວ່າເປັນຫຍັງ ແລະ ຕົວເອງກໍໄປເປັນໜີ້ ຫລວງຫລາຍ ແລະ ເອົາຫຍັງ ໄປໃຊ້ໜີ້ ກໍພາສີ ປະຊາຊົນ ແລະພາສີ ປະຊາຊົນ ແທນທີ່ ຈະເອົາມາປັບປຸງ ສ້ອມແປງ ປະເທດຊາຕ ບູຣະນະ ປະເທດ ກັບເອົາໄປໃຊ້ ໃນສິ່ງແນວໆນີ້ ສໍາລັບຂ້ອຍ ຂ້ອຍຄິດວ່າ ມັນເກີນໄປ ບໍ໋?".

ສ່ວນຄົນລາວ ອີກຜູ້ນຶ່ງ ກໍໄດ້ເວົ້າເຖິງ ຄວາມຟູມເຟືອຍ ຂອງຣັຖບານ ໃນການນໍາເອົາ ງົບປະມານ ຂອງ ປະເທດມາໃຊ້ ເພື່ອຊື້ຣົຖຍົນ ມາໄວ້ສໍາລັບ ຕ້ອນຮັບແຂກ ຕ່າງຊາດ ທີ່ມາຮ່ວມປະຊຸມ ວ່າ:

"ທຸກມື້ນີ້ ຢູ່ເມືອງລາວ ເວົ້າເຣື່ອງເງິນດຽວນີ້ ກໍມີບັນຫາ ແຕ່ວ່າຣັຖບານ ກໍທຸ້ມໃສ່ອາເຊັມ ກໍໄປຊື້ຣົຖ ກໍມາເກັບພາສີ ຈາກຄົນລາວໄປ ມັນຟູມເຟືອຍ ມັນບໍແມ່ນ ເພາະວ່າ ຄວາມເປັນຈິງ ມັນເວົ້າເຣື່ອງ ເອົາເງິນເຂົາ ມາໃຊ້ ມັນກໍຕ້ອງມີ ບັນຫາ ສິ່ງທີ່ເພິ່ນເຮັດ ມັນຍາກເກີນໄປ ເພາະວ່າເອົາ ງົບປະມານ ອອກໄປຫລາຍ ການໝຸນວຽນ ໃນງົບ ກໍຂາດໄປ ກໍເກີນໄປ ເວົ້າງ່າຍໆ".

ຕາມຣາຍງານ ຂອງໜັງສືພິມ ວຽງຈັນທາມສ໌ ສປປລາວ ໄດ້ຢືມເງິນ ແລະ ໄດ້ຮັບເງິນ ຊ່ວຍເຫລືອລ້າ ຈາກຈີນ 450 ລ້ານຢວນ ຈາກຍີ່ປຸ່ນ 1.93 ຕື້ເຢັນ ຈາກວຽດນາມ 5 ແສນໂດລາ ສະຫະຣັຖ ຈາກໄທ 190 ລ້ານບາດ ຈາກບຣູໄນ 5 ແສນ ໂດລາ ສະຫະຣັດ ແລະຈາກ ສະຫະພາບ ຢູໂຣບ 4 ແສນ ໂດລາ ສະຫະຣັຖ. ນອກຈາກນັ້ນ ຍັງມີຫລາຍ ປະເທດ ທີ່ໃຫ້ການ ຊ່ວຍເຫລືອ ດ້ານວິຊາການ ອຸປກອນ ແລະ ອື່ນໆອີກ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard