ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ແກັສມີພິດຈາກໂຮງງານ ຮົ່ວອອກສູ່ຊຸມຊົນ
Anonymous

Date:
ແກັສມີພິດຈາກໂຮງງານ ຮົ່ວອອກສູ່ຊຸມຊົນ
Permalink   
 


ແກັສມີພິດຈາກໂຮງງານ ຮົ່ວອອກສູ່ຊຸມຊົນ

f-savanh-park

ຜູ້ສື່ຂ່າວ ເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງ ຜແນກ ຊັພຍາກອນນ້ຳ ແລະ ສິ່ງແວດລ້ອມ ປະຈຳແຂວງ ເພື່ອສອບຖາມ ຣາຍຣະອຽດ ກ່ຽວກັບເຣື້ອງນີ້ ໃນວັນທີ 5 ຕຸລາ ແລະ ເຈົ້າຫນ້າທີ່ ກໍໄດ້ເປີດເຜີຍ ຕໍ່ນັກຂ່າວວ່າ ໂຮງງານດັ່ງກ່າວ ຊື່ວ່າ ລາວມີໄຊ ຊື່ງເປັນ ໂຮງງານຜລິດ ນ້ຳກົດຂອງໄທ ບາງຄັ້ງກໍໄດ້ ປ່ອຍສາຣເຄມີ ປະເພດແກັສພິດ ຈາກ ໂຮງງານ ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ຊຸມຊົນ ແລະ ຜົລຜລິດ ການກະເສດ. ເຈົ້າຫນ້າທີ່ ທ່ານນື່ງກ່າວວ່າ:

"ໂຮງງານ ກ່ຽວກັບນ້ຳກົດ ເຂົາໃຊ້ ສາຣເຄມີ HO2 ໄປແຍກທອງແດງ ຫັ້ນເດ ເວລາເຂົາ ທຳການຜລິດ ແລ້ວມີໄຟຟ້າດັບ ແບບກະທັນຫັນ ມັນເກີດໃຫ້ມີແກັສ ຂອງມັນ ອອກ HO2 ຫັ້ນອອກ ແລ້ວຈະເຮັດໃຫ້ ພືດພັນທັນຍາຫານ ເປັນເຂົ້າບໍ່ ຫລືເປັນຕົນໄມ້ ມັນເຫລືອງລົງ".

ທ່ານກ່າວ ຕໍ່ໄປວ່າ ເຖິງແມ່ນວ່າ ເມື່ອແກັສອອກມາ ທາງໂຮງງານ ຈະສາມາດ ຄວບຄຸມໄດ້ ໃນທັນທີທັນໃດ ກໍຕາມ ແຕ່ແກັສທີ່ຮົ່ວ ອອກໄປນັ້ນ ມີຄວາມ ເຂັ້ມຂົ້ນສູງ ຊື່ງ ຖ້າຫາກ ຄົນຫາຍໃຈເອົາ ແກັສດັ່ງກ່າວ ຈະເປັນອັນຕະຣາຍ ຕໍ່ຮ່າງກາຍໄດ້ ໂດຍສະເພາະ ຣະບົບທາງເດີນ ຫາຍໃຈ. ທ່ານກ່າວເພີ້ມວ່າ:

"ຖ້າວ່າຫາຍໃຈ ເອົານ້ຳກົດຫັ້ນ ຈະເປັນອັນຕະຣາຍ ຄວາມເຂັ້ມຂົ້ນ ຂອງມັນກະວ່າ 98 ຫາ 99 ເປີເຊັນ".

ທີ່ຜ່ານມາ ເຖິງແມ່ນວ່າ ທາງໂຮງງານ ຈະຮັບປາກກັບ ເຈົ້າຫນ້າທີ່ທາງການ ວ່າຈະບໍ່ໃຫ້ເກີດ ບັນຫາ ດັ່ງກ່າວນີ້ ຂື້ນອີກ ແຕ່ຊາວບ້ານ ທີ່ເມືອງ ພະລານໄຊ ຫລາຍຄົນຍັງ ຢ້ານເປັນອັນຕະຣາຍ ທີ່ຈະເກີດຂື້ນຕໍ່ ສຸຂພາບ ຂອງພວກຂະເຈົ້າ ແລະ ຄອບຄົວຢູ່ ໃນອານາຄົດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard