ຊາວບ້ານ ໃນເຂດ ສອກຫລີກ ຫ່າງໄກ ໃນແຂວງ ຫລວງນ້ຳທາ ທ່ານນຶ່ງ ອະທິບາຍ ເຫດຜົນວ່າ:
“ເຣື່ອງມັນ ເປັນແບບນີ້ ຂ້າພະເຈົ້າ ກໍຢາກເວົ້າ ຄວາມຈິງ ຣັຖບານ ເຮົາບໍ່ມີເງິນ ເພື່ອຊ່ວຍເຫລືອ ປະຊາຊົນ ຜູ້ປູກຝິ່ນ ເຂົາປູກແລ້ວ ຣັຖບານ ກໍບໍ່ມີເງິນ ໃຊ້ທົດແທນໃຫ້ເຂົາ ອີກຢ່າງນຶ່ງ ເສັ້ນທາງ ຄົມມະນາຄົມ ກໍຫຍຸ້ງຍາກ”.
ຊາວບ້ານຜູ້ນີ້ ອະທິບາຍ ຕື່ມວ່າ ຄົນລາວປູກຝິ່ນ ຫລາຍຂື້ນ ກໍເພາະຄວາມ ຕ້ອງການສູງ ປູກເທົ່າໃດ ກໍຂາຍໝົດ ສ່ວນນຶ່ງຂາຍໃຫ້ ແກ່ຊາວບ້ານເອງ ທີ່ຍັງຕິດຝິ່ນ. ຜູ້ຕິດຝິ່ນ ຫລາຍຄົນ ຈຳເປັນຕ້ອງ ສູບຝິ່ນ ຈຶ່ງຈະເຮັດວຽກ ດຸໝັ່ນ. ຄົນລາວຜູ້ນັ້ນ ເວົ້າອີກວ່າ:
“ຖ້າວ່າໄດ້ກິນຢາ ກໍໄປ ເຮົາເຫັນກັບຕາ ຖ້າວ່າໄດ້ສູບຝິ່ນ ແລ້ວຊອກພ້າ ຊອກມີດ ອອກໄປແລ້ວ ໄປຊອກທຳງານ”.
ຊາວແຂວງ ຫລວງນ້ຳທາ ຜູ້ນີ້ ເວົ້າອີກວ່າ ນາຍຈ້າງບາງຄົນ ຕັ້ງເອົາຝິ່ນໃຫ້ ລູກນ້ອງກິນ ເພື່ອລູກນ້ອງ ຈະເຮັດວຽກ ທົນທານ. ຫ້ອງການ ຢາເສພຕິດ ແລະ ອາສຍາກັມ ສະຫະປະຊາຊາດ ຣາຍງານວ່າ ການຜລິດຝິ່ນ ຢູ່ລາວ ເພິ້ມຂື້ນໃນ ຣະຍະສາມສີ່ປີ ທີ່ຜ່ານມາ ເມື່ອປີກ່ອນ ການຜລິດຝິ່ນ ຢູ່ລາວ ເພິ້ມຂື້ນ ເຖິງ 58 ສ່ວນຮ້ອຍ ເມື່ອທຽບ ໃສ່ປີກ່ອນ.
ພື້ນທີ່ຜລິດຝິ່ນ ເພິ້ມຂື້ນຈາກ 2,000 ເຮັກຕາຣ໌ ຂື້ນເປັນ 3,000 ເຮັກຕາຣ໌ ປັດຈຸບັນ ລາວຍັງເປັນ ປະເທດ ທີ່ຜລິດຝິ່ນ ຫລາຍທີ່ສຸດ ອັນດັບສາມ ລອງຈາກ ພະມ້າແລະ ອັຟການິສຖານ