ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວຕ່າງຊາຕຈະເພີ້ມຂື້ນ ໃນແຂວງສາຣະວັນ
Anonymous

Date:
ຊາວຕ່າງຊາຕຈະເພີ້ມຂື້ນ ໃນແຂວງສາຣະວັນ
Permalink   
 


ຊາວຕ່າງຊາຕຈະເພີ້ມຂື້ນ ໃນແຂວງສາຣະວັນ

ປະຊາຊົນ ຢູ່ແຂວງ ສາຣະວັນ ແສດງຄວາມ ບໍ່ພໍໃຈ ຫາກວ່າ ເຂດ ເສຖກິດ ພິເສດ ຈະເຮ້ດ ໃຫ້ມີຊາວ ຕ່າງຊາດ ເຂົ້າມາຍາດແຍ່ງ ວຽກເຮ້ດ ງານທຳ ຂອງເຂົາເຈົ້າ.

ປະຊາຊົນ ຜູ້ນືງ ທີ່ເຮັດວຽກ ຢູ່ແຂວງ ສາຣະວັນ ເວົ້າວ່າ ການເຂົ້າມາ ຂອງຊາວຈີນ ແລະ ຊາວວຽດນາມ ເປັນການຍາດແຍ່ງ ການດຳຣົງ ຊີວິຕ ຂອງຊາວລາວ ແລະວ່າ ຫາກມີເຂຕ ເສຖກິດພິເສດ ຂື້ນ ໃນອະນາຄົຕ ແຮງຈະເຮັດ ໃຫ້ປະຊາຊົນລາວ ຫາຢູ່ຫາກິນ ຍາກຂື້ນ ຈຶ່ງຮຽກຮ້ອງ ໃຫ້ຣັຖບາລ ພິຈາຣານາ ຄືນເຖິງ ຜົນກະທົບ. ນາງວິໄລ ປະຊາຊົນ ທີ່ຢູ່ໃນແຂວງ ສາຣະວັນ ເວົ້າວ່າ:

“ປະຊາຊົນ ທີ່ວ່າ ຢູ່ເຂຕນອກໆ ເຂົາເຈົ້າກໍອາດ ຈະບໍ່ດີໃຈ ແລະ ບໍ່ເຫ້ນດີ ເພາະວ່າເຂົາເຈົ້າ ມາຢູ່ຫຼາຍແລ້ວ ກໍດິນດອນຫຍັງ ກໍເຂົາເຈົ້າມາ ສຳປະທານ ຫມົດແລ້ວ ປະຊາຊົນລາວເຮົາ ກໍຈະບໍ່ມີ ວຽກເຮັດ ເພາະດຽວນີ້ຄົນ ໃນແຂວງ ສາຣະວັນ ກໍ່ຄື ປະຊາຊົນ ລາວເຮົາ ຫາກິນ ກໍ່ຍັງຍາກແດ່ ເພາະສ່ວນຫຼາຍ ເຂົາເຈົ້າ ຄົນຈີນຄົນວຽດ ສ່ວນຫຼາຍ ເຂົາເຈົ້າ ມາຫາເງິນ ກໍ່ຢາກໃຫ້ຣັຖບາລ ເອົາໃຈໃສ່ ປັບປຸງ”.

ນາງວ່າ ຊູ່ມື້ນີ້ຄົນຈີນ ກັບຄົນວຽດນາມ ມີຈຳນວນຫຼາຍຂື້ນ ເຫ້ນໄດ້ຄັກແນ່ ຈາກປີກາຍ ຜ່ານມາ ຍ້ອນພວກເຂົາເຈົ້າ ເຂົ້າມາເຮ້ດ ກິຈການ ໂຮງງານຊິມັງ ແລະ ຍາງພາຣາ ແລະວ່າ ຫາກເກີດມີ ເຂດເສຖກິດ ພິເສດຂື້ນ ພວກເຂົາເຈ້ົ້າ ແຮງຈະມີເພິ່ມ ຂື້ນອີກ ຊື່ງຈະເຮ້ດໃຫ້ ດິນດອນຕ່ອນຫຢ້າ ຖືກໃຫ້ ສັມປະທານ ໄປຫມົດ ກໍ່ເປ້ນໄດ້. ນາງເວົ້າ ອີກວ່າ ຕອນນີ້ທາງການ ຮີບເຮັ່ງແປງທາງ ແລະ ກໍ່ສ້າງທາງ ເພື່ອຮອງຮັບ ການຂຍາຍໂຕ ຂອງເສຖກິຈ ໂດຍສະເພາະ ເສັ້ນທາງເຊື່ອມຕໍ່ ຣະຫວ່າງ ລາວ-ວຽດນາມ  ເພາະ ຕ້ອງການ ເປິດທາງໃຫ້ແກ່ ນັກລົງທືນ ແລະ ແຮງງານເດີນທາງ ເຂົ້າມາໃນແຂວງ ສາຣະວັນ ຫລື ເພື່ອອຳນວຍ ຄວາມສະດວກ ໃນການເດິນທາງ ໄປແຂວງອື່ນ ນຳດ້ວຍ.

ນັກຊ່ຽວຊານ ຈາກຈຸລາລົງກອນ ມະຫາວິດທຍາໄລ ຂອງໄທ ຣະບຸວ່າ ແຜນກາຣເປິດ ເຂຕເສຖກິຈພິເສດ ຂອງ ຣັຖບາລລາວ 40 ແຫ່ງ ທັ່ວປະເທດ ອາຈຈະເຮັດໃຫ້ ມີຊາວຈີນ ໂຍກຍ້າຍເຂົ້າມາ ໃນລາວພາຍໃນ 10 ປີ ຕໍ່ໜ້າຖືງ 500, 000 ຄົນ ແລະ ອາດເຮ້ດໃຫ້ຊາວ ວຽດນາມ ເພິ້ມຈຳນວນຂື້ນ ເປ້ນເທົ່າໂຕ ຈາກ ປັຈຈຸບັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard