ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣົດຂົນໄມ້ທ່ອນວຽດນາມ ຖືກເຜົາພ້ອມຄົນຂັບ
Anonymous

Date:
ຣົດຂົນໄມ້ທ່ອນວຽດນາມ ຖືກເຜົາພ້ອມຄົນຂັບ
Permalink   
 


ຣົດຂົນໄມ້ທ່ອນວຽດນາມ ຖືກເຜົາພ້ອມຄົນຂັບ

ຣົດບັນທຸກ ຂົນໄມ້ທ່ອນ ຂອງ ວຽດນາມ ຖືກ ຊາວບ້ານ ເຜົາ ພ້ອມທັງ ຄົນຂັບ ຢູ່ແຂວງ ພາກໃຕ້ ຂອງລາວ.

ເຈົ້າໜ້າທີ່ ອໍານາດ ການປົກຄອງ ທ້ອງຖິ່ນ ແຂວງເຊກອງ ທີ່ບໍ່ປະສົງ ອອກຊື່ ເປີດເຜີຽວ່າ. ໃນວັນສຸກ ວັນທີ່ 5 ຕຸລາ 2012 ນີ້ ປະມານ 8 ໂມງຫາ 9 ໂມງແລງ ຊາວບ້ານ ໃນເຂດ ເມືອງກະລືມ ໄດ້ໃຊ້ໄຟເຜົາ ຣົດແກ່ໄມ້ທ່ອນ ຂອງວຽດນາມ 2 ຄັນ ທີ່ຈອດພັກເຊົາ ຢູ່ແຄມຖນົນ ສັງຫານຄົນຂັບ 2 ຄົນ ແລ້ວເຜົາພ້ອມ ກັບຣົດແກ່ໄມ້. ໄມ້ ທີ່ຊາວ ວຽດນາມ ຈະແກ່ໄປ ປະເທດເຂົານັ້ນ ເປັນໄມ້ແດງ ແລະໄມ້ດູ່. ເພື່ອຂໍຄວາມ ກະຈ່າງແຈ້ງ ເອເຊັຽເສຣີ ໄດ້ສອບຖາມ ໄປຍັງ ເຈົ້າໜ້າທີ່ ເກັບກູ້ລະເບີດ ແຂວງເຊກອງ ແລະ ທ່ານຕອບວ່າ ບໍ່ໄດ້ຍິນ ຂ່າວນີ້:

"ບໍ່ ບໍ່ໄດ້ຍິນໃດ ໂຕນີ້ ພວກເຮົາກໍໄດ້ ພົວພັນກັບ ອໍານາດ ການປົກຄອງ ເມືອງ ບໍ່ ບໍ່ມີອີ່ສັງ".

ເຈົ້າໜ້າທີ່ທ້ອງຖິ່ນ ໄດ້ກ່າວ ຕໍ່ໄປວ່າ ໃນຊ່ວງເດືອນ ກັນຍາ ຜ່ານມາ ມີເຫດການ ປະເພດດຽວກັນນີ້ ໄດ້ເກີດຂື້ນ ຢູ່ໄກ້ບ້ານ ຊົນເຜົ່າ ທີ່ຕັ້ງຢູ່ ລະຫ່ວາງ ເມືອງຕະໂອ້ຍ ກັບ ເມືອງສະມ້ວຍ ໃນແຂວງ ສາລະວັນ. ຄືວ່າ ໃນຕອນເຊົ້າເດິກໆ ມີຣົດບັນທຸກ ໄມ້ທ່ອນ ເປັນໄມ້ຂະຍູງ ຈໍານວນ 2 ຄັນ ທີ່ຈອດຢູ່ແຄມທາງ ໃກ້ໆບ້ານຊົນເຜົ່າ ຖືກຊາວບ້ານ ເອົາໄຟເຜົາ ຄົນຂັບຣົດ ຊາວວຽດນາມ 2 ຄົນ ຖືກສັງຫານ ແລະ ເຜົາພ້ອມກັບລົດໄມ້. ທ່ານ ກ່າວຕໍໄປວ່າ ໃນລະຍະ 2 ປີ ມານີ້ ການປະທະ ການຄາຕກັມ ການຈູດເຜົາ ຣົດຂົນມໄມ້ ຊາວວຽດນາມ ມັກເກີດຂື້ນ ເລື້ອຍໆ ຢູ່ໃກ້ຊາຍແດນ ວຽດນາມ ໃນແຂວງພາກໃຕ້ ຍ້ອນວ່າ ຊາວວຽດນາມ ລັກເຂົ້າມາ ຕັດໄມ້.



__________________
Anonymous

Date:
Permalink   
 

ຊົມເຊີຍໃນນໍ້າໃຈກ້າຫານຂອງພີ່ນ້ອງຊາວເຊກອງ ພວກທີ່ມາປຸ້ນເອົາຊັພຍາກອນໃນລາວ

ຕ້ອງຖືກລົງໂທດແບບນີ້ຈຶ່ງສະສົມ, ຊົມເຊີຍໆໆ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard