ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນລາວຄ້າຂາຍ ເສັຽປຽບຕ່າງດ້າວ ຍ້ອນທຶນຮອນ
Anonymous

Date:
ຄົນລາວຄ້າຂາຍ ເສັຽປຽບຕ່າງດ້າວ ຍ້ອນທຶນຮອນ
Permalink   
 


ຄົນລາວຄ້າຂາຍ ເສັຽປຽບຕ່າງດ້າວ ຍ້ອນທຶນຮອນ

f-lp-chinese-theatre

ແມ່ຄ້າ ຊາວລາວ ໃນແຂວງ ຫລວງພຣະບາງ ເວົ້າວ່າ ຍາກຫຼາຍ ທີ່ຈະແຂ່ງ ກັບຊາວ ຕ່າງປະເທສ ໃນກາຣ ລົງທຶນ ຄ້າຂາຍ ຫລືເຮັດ ທຸຣະກິຈ ຕ່າງໆ.

ເນື່ອງຈາກວ່າ ປັຈຈຸບັນ ມີຊາວຕ່າງດ້າວ ເຂົ້າມາຄ້າຂາຍ ໃນພາຄເໜືອ ຂອງລາວ ຕົວຢ່າງຢູ່ ຫລວງພຣະບາງ ມີຊາວຈີນ ຫລາຍເພີ່ມຂຶ້ນ ເລື້ອຍໆ ເຖີງຂັ້ນ ເວົ້າໄດ້ວ່າ ເກືອບເປັນເມືອງຈີນ ໄປແລ້ວ ແລະ ກໍເປັນກາຣຍາກ ທີ່ຊາວລາວ ຈະແຂ່ງກາຣຄ້າ ກັບຊາວ ຕ່າງປະເທສ ໄດ້:

”ເອີ!!..ເຂົາເຈົ້າ ມາລົງທຶນຫລາຍ ພວກນີ້ນ໋ະ ມາລົງທຶນລົງນັ້ນ ນີ້ແຫລະ ຢູ່ຫລວງພຣະບາງນີ້ ຖືວ່າຫລາຍ ສົມຄວນແຫລະ ຕ່າງປະເທສ ມາລົງທຶນນີ້ ກໍເປັນ ໂຮງແຮມນ໋ະ ສ່ວນຫລາຍແມ່ນ ຕ່າງປະເທສ ອັນແມ່ນ ຍອມຮັບແຫລະ ອັນຝຣັ່ງບໍ? ຈັ່ງຊີ້ ກັບຄົນໄທຽແດ່ ສ່ວນຫລາຍນ໋ະ ເປັນຝຣັ່ງນີ້ ກໍບໍ່ແມ່ນວ່າ ຄົນປະເທສ ຝຣັ່ງດອກ ກະເປັນ ອະເມຣິກັນ ບໍ? ເປັນອີຫຍັງ ຈັງຊີ້ນ໋າ ກໍຖືວ່າ ໄລ່ຮວມກັນ ໝົດສາ ເຢັຽຣະມັນນ໋ະ ເປັນຫຍັງຈັ່ງຊີ້ ກະມີຫລາຍຢູ່ ກະມີເຮັດ ຣີສອຣ໌ຕ ໂຮງແຮມ ກັນແຫລະ ສາຂາຂອງໃຜ ຂອງມັນ ຢູ່ພີ້”.

ພ້ອມດຽວກັນນີ້ ຍານາງກໍວ່າ ໃນເມື່ອມີ ຊາວຕ່າງຊາຕ ເຂົ້າມາລົງທຶນ ຫລາຍເຊັ່ນນີ້ ກໍຖືວ່າ ມີກາຣ ຍາດແຍ່ງ ເອົາວຽກກາຣງານ ຂອງຄົນລາວ ໄປເຊັ່ນກັນ ຍ້ອນວ່າ ຄົນລາວ ຜູ້ທີ່ມີ ຄວາມຮູ້ ແລະຄວາມສາມາຕ ກໍມີຫນ້ອຍ ຢູ່ແລ້ວ. ຍານາງໄດ້ກ່າວ ເພີ່ມວ່າ:

“ແມ່ນແຫລະ ຄົນລາວ ກໍເຮັດໄປ ຕ່າງປະເທສ ກໍເຮັດໄປ ສ່ວນຫລາຍ ກໍມີລູກຄ້າ ມາແຕ່ບ້ານ ເຂົາພູ້ນ ຄົນລາວນີ້ ກໍຢາກ (ຫາ) ຢາກໄດ໊ ເຂົາມີທົ໋ວກັນ ມາເດ໋ ເປັນສາຂາ ຂອງໃຜ ຂອງມັນນ໋ະ ແປວ່າ ຜູ້ໃດ ເປີດໂຮງແຮມ ກໍໄປຊອກລູກຄ້າ ຢູ່ຕ່າງປະເທສ ພູ້ນມາທ່ຽວ ມາຫຍັງຫັ້ນນ໋ະ ຄົນລາວຈັ່ງຊີ້ ກະອາຈ ຄວາມຮູ້ ກໍອາຈນ້ອຍ ມັນກະເປັນ ໄປຕາມແນວ ທີ່ເຮົາຄິດຫັ້ນແລ້ວ  ເພື່ອສິສູ້ເຂົານີ້ ເປັນໄປບໍ່ໄດ້”.

ເຖີງແມ່ນວ່າ ທາງກາຣລາວ ໄດ້ພຍາຍາມ ເອົາມາຕກາຣ ດ້ານກວດກາ ກາຣຫລັ່ງໄຫລ ເຂົ້າເມືອງລາວ ຂອງຊາວ ຕ່າງປະເທສ ກໍຕາມ ແຕ່ກໍຄົງ ເປັນກາຣຍາກ ທີ່ຈະ ຄວບຄຸມໄດ້ ແລະ ອີງຕາມ ຂໍ້ມູລຫລ້າສຸດ ທີ່ທາງໜັງສືພີມ ວຽງຈັນໄທມສ໌ ໄດ້ນຳອອກ ເຜີຍແຜ່ ໃນວັນພຸທນີ້ ທົ່ວປະເທສລາວ ປັຈຈຸບັນ ນີ້ມີບັນດາ ແຮງງານ ຊາວຕ່າງ ປະເທສ ຫລາຍກວ່າ 54,000 ຄົນ ແລະພວກທີ່ ເຂົ້າເມືອງ ບໍ່ມີ ເອກກະສາຣ ເດີນທາງນໍາອີກ ຊື່ງອາຈມີ ບໍ່ຕໍ່າກວ່າ 15,000 ຄົນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard