ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເກີດໃນສູນສໍາມະນາ ອັດຕະປື ມາເປັນ ດ້ອກເຕີ ຜ່າຕັດ
Anonymous

Date:
ເກີດໃນສູນສໍາມະນາ ອັດຕະປື ມາເປັນ ດ້ອກເຕີ ຜ່າຕັດ
Permalink   
 


ເກີດໃນສູນສໍາມະນາ ອັດຕະປື ມາເປັນ ດ້ອກເຕີ ຜ່າຕັດ

5EE42EE7-2E11-4A15-A141-7743F6B134E7_w640_r1_s.jpg

ດຣ. ບຸນມະ​ມີ Kyle ​ແກ້ວ​ຈໍາປາ ຫລື ດ້ອກ​ເຕີ້ Kyle ຕາມ​ຊື່
ອາ​ເມຣິກັນນັ້ນ ​​ ເປັນລູກ​ຊາຍຄົນ​ທີ່​ສາມຂອງ ອະ​ດີດ​ ພັນ​ຕີ​
ບຸນມາ ​ເຈ​ມສ໌ ​ແກ້ວ​ຈໍາປາ ນາຍ​​ໝໍ​ທະຫານ ກອງ​ທັບ​ແຫ່ງ​
ພະລາດ​ຊະອານາ​ຈັກ​ລາວ ​ແລະ​ທ່ານ​ນາງ ຄໍາ​ມົກ ອະດີດ​
ນາງພະ​ຍາ​ບານ ທີ່ໂຮງໝໍ ​ໂອ​ບີ ເມື​ອງ ປາກ​ເຊ. ດຣ. ຄາຍ ​
ເກີດ​ໃນ​ປີ 1979 ຢູ່ທີ່​ສູນ​ສໍາ​ມະ​ນາ ​ແຂວງ​ອັດ​ຕະປື ສປປ ລາວ. ​

ໃນ​ປີ 1983 ​ເວລາ ທ່ານ ມີອາ​ຍຸ​ໄດ້ສີ່​ປີນັ້ນ ດ້ອກ​ເຕີ ຄາຍ ​ໄດ້​
ຫລົບ​ໜີ​ຈາກ​ເມືອງ​ລາວກັບຄອບ​ຄົວ​ມາ​ຢູ່ ສູນ​ອົບ​ພະ​ຍົບນາ​ໂພ
ປະ​ເທດ​ໄທ ​ແລະ​ສູນ​ອົບ​ພະຍົບ ​ບາ​ຕາ​ອານ ປະ​ເທດຟິລິບ​ປີນ ​
ເປັນ​ເວລາ​ສັ້ນໆ ກ່ອນ​ຈະ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະຫະລັດ.
ດ້ອກ​ເຕີ ຄາຍ ກ່າວ​ວ່າ ທ່ານບໍ່ມີ​ຄວາມ​ຊົງ​ຈໍາ​  ກ່ຽວ​ກັບ​ຊີວິດຂອງ
​ທ່ານ​ ໃນ​ຕອນ​ທີ່​ຍັງ​ເປັນ​ເດັກນ້ອຍນັ້ນ.


​ໃນທ້າຍ​ປີ​ດຽວ​ກັນ​ນັ້ນ ຄອບຄົວ​ແກ້ວ​ຈໍາປາ ໄດ້​ເຂົ້າ​ມາຕັ້ງ​ຖິ່ນ​ຖານ​ຢູ່ທີ່​​ເມືອງ Houston ລັດ Texas ສະຫະລັດ ອາ​ເມຣິກາ. ເນື່ອງ​ຈາກ​ການທໍາ​ມາ​ຫາ​ກິນບໍ່ຄອຍ​ສະດວກ ທ່ານ​ບຸນ​ມາ​ຈຶ່ງໄດ້​ພາຄອບຄົວ ຍ້າຍ​ໄປຕັ້ງ​ຖິ່ນຖານ​ໃໝ່ຢູ່​ເມືອງ Erving ລັດ Texas. ຢູ່​​ເມືອງ
ນີ້​​ເອງ ​ເດັກ​ຊາຍຄາຍ ​ໄດ້​ເລີ້ມ​ເຂົ້າ​ໂຮງ ຮຽນ​ຈ​າກ ຊັ້ນ​ປະຖົ​ມ ​ແລະຈົບມັດທະຍົມ​ ໃນ​ປີ 1986 ທີ່ ​ໂຮງຮຽນ Nimitz High School​. ​ຫລັງ​ຈາກ​ນັ້ນ​ ທ່ານໄດ້​ໄປ​ຮຽນ​ຕໍ່​ທີ່ມະຫາ​ວິລະ​ຍາ​ໄລ Pepperdine ​ຢູ່ທີ່​ລັດ California​.

ທ່ານ ຄາຍ ​ເກີດ​ຢູ່​ໃນ​ຄອບຄົວ​ຂອງ​ນັກ​ການ​ແພດ. ​ຄວາມ​ມັກ​ຮັກ​ໃນ​ອາຊີບ​ນີ້​ ຈຶ່ງ​ມີ​ຢູ່​ໃນ
ສາ​ຍ​ເລືອດ​ຂອງ​ທ່ານ​ ​ແລະທ່ານ​ກໍຮູ້​ດີ​ຢູ່​ໃນ​ຈິດ​ໃຈຂອງ​ຕົນ​ເອງຢູ່​ສະ ເໝີມາ​ ຕັ້ງແຕ່​ນ້ອຍ​ແລ້ວວ່າ ຕົນຢາກ​ເປັນ​ໝໍ​ຜ່າຕັດ ຄື​ກັນ​ກັບ​ພໍ່. ​ດ້ວຍ​ເຫດ​ນີ້​​​ ທ່ານ ຄາຍ ຈຶ່ງ​ໄດ້​ເຈາະ​ຈົງ​ ຮຽນກ່ຽວ​ກັບວິຊາດ້ານ​​​ການ​​ແພດມາ​ຕະຫລອດ.

​ໃນ​ປີ 1991 ທ່ານ ຄາຍ ​ໄດ້​ສໍາ​ເລັດ​ປະລິນຍາ​ຕີ ຝ່າຍ Sports Medicine ຫລື ການ​ແພດ​​ກິລາ ຈາກ ມະຫາວິທະຍາ​ໄລ Pepperdine University. ຫລັງ​ຈາກ​ນັ້ນ ທ່ານ
ໄດ້ສຶກສາ​ຕໍ່​ອີກ​ສີ່​ປີ ທີ່​ໂຮ​ງຮຽນການ​​ແພດ ຢູ່ມະຫາວິທະ​ຍາ​ໄລ ​ເທັກຊັສ ຫລື School of Medecine, University of Texas ໂດຍ​​ເຈາະຈົງ​ໃສ່ ​ການ​​ແພດ ​ຝ່າ​ຍ ຫູ ດັງ ​ແລະ​ຄໍ. ​

ໃນ​ປີ 1995 ທ່ານ ຄາຍ ​​ມີ​ອາຍຸ​ໄດ້​​ 27 ປີ ​ສໍາ​ເລັດ​ການ​ສຶກສາຊັ້ນ​ສູງ ​​ແລະ ໄດ້​ຮັບ ປະລິນ
ຍາ​ເອກ ຫລື ດ້ອກ​ເຕີ​ ແພດ ຝ່າຍ ຫູ ດັງ ​ແລະ​ຄໍ. ​ເພື່ອ​ໃຫ້​ ​ສໍາ​ເລັດຫລັກສູດ ກ່ອນ​ອອກ​​ໄປປະກອບ​ອາຊີບ​ຢ່າງ​ເປັນ​ເອກ​ກະລາດ​ນັ້ນ ດ້ອກ​ເຕີ ຄາຍ ຕ້ອງ​ໄດ້​​​ອອກ​ເຝິກ​ງານ ​ຄຽງຄູ່​ກັບບັນດາ​ນາຍ​ແພດມື​ອາຊີບ ​ເພື່ອສັງ​ເກດການ​​ເບິ່ງປະສົບປະການ​ໂຕ​ຈິງ​​​ອີກ ​ເປັນ​ເວລາ 5 ປີ ທີ່​ໂຮງໝໍຂອງມະຫາ​ວິທະ​ຍາ​​ໄລ Boston University/Boston Medical Center ຜະ​ແນ​ກ ຜ່າຕັດ ​ແລະຢູ່​ໂຮງໝໍ Winchester ​ແລະ Massachusetts Eye ແລະ Ear Infirmary ທີ່​ລັດ Massachusetts ດັ່ງທ່ານໄດ້ໃຫ້ການສໍາພາດຕໍ່
ວີໂອເອ ວ່າ:

http://lao.voanews.com/content/interview-with-dr-bounmany-kyle-keojampa/1520831.html



__________________
Anonymous

Date:
RE: ເກີດໃນສູນສໍາມະນາ ອັດຕະປື ມາເປັນ ດ້ອກເຕີ ຜ່າຕັດ
Permalink   
 


http://www.hawaiireporter.com/scammed-in-laos-trapped-in-america/123



__________________
ຄວາມອີດູຕົນ

Date:
Permalink   
 

ຊົມເຊີຍໆໆໆ  ລູກນັກລົບເສນາຮັກທີ່ມີນຳ້ໃຈສົງສານຕົວເອງແລະຄອບຄົວທີ່ເປັນຕົວຢ່າງ

ໃຫ້ນັກຮົບກູ້ຊາດເສລີປະຊາທິປະໃຕທີ່ປຽ່ນໃຈມາກູ້ຊີວິດຕົວເອງໃຫ້ມີຊີວິດຢູ່ຕະລອດໄປ

ໃຫ້ກ້າວໜ້າທາງສັງຄົມນິຍົມສາກົລແທ້ເນີເຈົ້າ.

ຄົນໃຈດີ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard