ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໄມ້ເຖື່ອນບໍ່ມີໃນລາວ ມີແຕ່ໄມ້ອໍານາດເຖື່ອນ
Anonymous

Date:
ໄມ້ເຖື່ອນບໍ່ມີໃນລາວ ມີແຕ່ໄມ້ອໍານາດເຖື່ອນ
Permalink   
 


ໄມ້ເຖື່ອນບໍ່ມີໃນລາວ ມີແຕ່ໄມ້ອໍານາດເຖື່ອນ

ເຈົ້າໜ້າທີ່ ທາງການລາວ ໃນຂັ້ນແຂວງ ບາງກຸ່ມ ມີສ່ວນຮ່ວມ ໃນຂະບວນ ການລັກຕັດ ໄມ້ເຖື່ອນ ໃນລາວ

ມີເຈົ້າໜ້າທີ່ ອໍານາດ ການປົກຄອງ ຣະດັບແຂວງ ແລະ ທ້ອງຖິ່ນ ທີ່ພົວພັນກັບ ການລັກຕັດໄມ້ ເພື່ອສົ່ງອອກ ໂດຍຮ່ວມມືກັບ ນັກທຸຣະກິຈ ຈາກບໍຣິສັດ ຕ່າງປະເທດ ຄື:ຈີນ ໄທ ແລະວຽດນາມ. ບໍຣິສັດ ທີ່ວ່ານີ້ ຈໍານວນນຶ່ງ ມາໃນຮູບ ກະສິກັມ ທີ່ມີການ ສັມປະທານ ຫລືເຊົ່າທີ່ດິນ ເປັນບໍຣິເວນ ກວ້າງ ເພື່ອປູກພືດ ເສຖກິຈ ເຊັ່ນ ຢາງພາຣາ ໄມ້ວິກ ຫລື ຢູກາລິບຕັສ ມັນຕົ້ນ ແລະ ໝາກສາລີ ແຕ່ການ ສັມປະທານ ໄດ້ກາຍເປັນ ຊ່ອງທາງ ສວຍໂອກາດ ໃນການລັກຕັດໄມ້ ທັງທີ່ຢູ່ໃນ ແລະ ນອກເຂດ ສັມປະທານ ນັບມື້ ຫລາຍຂຶ້ນ ເຖິງແມ່ນວ່າ ຈະມີການກວດສອບ ແລະ ຍຶດໄມ້ເຖື່ອນໄດ້ ຢ່າງຫລວງຫລາຍໃນລະຍະ ທີ່ຜ່ານມາກໍຕາມ.

ເຫດຜົນທີ່ ນັກລົງທຶນ ສາມາດ ລັກຕັດໄມ້ໄດ້ ກໍຍ້ອນໄດ້ຮັບ ການຮ່ວມມື ຈາກບັນດາ ເຈົ້າໜ້າທີ່ຂອງຣັຖ ພວກທີ່ ສໍ້ຣາສບັງຫລວງ ນັ້ນ. ສ່ວນໄມ້ ທີ່ຍຶດມາໄດ້ ກໍຍັງຖືກ ລັກ ໄປຂາຍຕໍ່ໄດ້ ຢ່າງງ່າຍດາຍ. ກ່ຽວກັບເຣື່ອງນີ້ ສະມາຊິກ ສະພາ ເຄີຍໄດ້ນໍາມາ ເປີດເຜີຍ ໃນຕອນນຶ່ງວ່າ: ...ສຽງ...

ສ່ວນເຄືອຂ່າຍ ອະນຸຮັກ ຊັພຍາກອນ ປ່າໄມ້ ໃນລຸ່ມ ແມ່ນໍ້າຂອງ ໄດ້ເປີດເຜີຍວ່າ ເຂດທີ່ມີການ ລັກຕັດໄມ້ເຖື່ອນ ຫລາຍທີ່ສຸດ ໃນລາວ ຄືເຂດຊາຍແດນ ທີ່ຕິດກັບ ຈີນ ວຽດນາມ ແລະໄທ. ຊຶ່ງໄມ້ທີ່ຖືກຕັດ ສົ່ງໄປຂາຍ ໃນປະເທດເຫລົ່ານີ້ ມີຫລາຍກວ່າ 4 ແສນ ແມັດກ້ອນ ຕໍ່ປີ.



__________________
Anonymous

Date:
RE: ໄມ້ເຖື່ອນບໍ່ມີໃນລາວ ມີແຕ່ໄມ້ອໍານາດເຖື່ອນ
Permalink   
 


ເຂົາສ່າກັນວ່າ ປ່າໄມ້ໝົດເມືອງລາວນັ້ນແມ່ນພໍ່ຂອງບັກຂີ້ລັກໄປສະນີ ຄຳໄຕ ຫີພັນງ່ອນ ກັບພໍ່ຂອງ ບັກແຈ້ງ ປູກໄວ້ໃຫ້ລູກຫລານເຂົາວ່າຊັ້ນເດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard