ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫະຣັຖໃຫ້ທຶນ ການສຶກສາ
Anonymous

Date:
ສະຫະຣັຖໃຫ້ທຶນ ການສຶກສາ
Permalink   
 


ສະຫະຣັຖໃຫ້ທຶນ ການສຶກສາ

ສະຖານ ເອກອັຄຣາຊທູຕ ສະຫະຣັຖ ປະຈຳ ນະຄອນຫລວງ ວຽງຈັນ ໄດ້ປະກາດ ໃຫ້ທຶນ ການສຶກສາ Fullbright ແບບໃຫມ່ ໃນປີ 2013 ສຳລັບ ຂົງເຂດ ອາຊຽນ ໃນພື້ນຖານ ໂຄງການ ການສຶກສາ ຢ້ຽມຢາມ ສະຫະຣັຖ ຂອງ ນັກວິຊາການ ໃນປະເທດ ຂົງເຂດ ອາຊຽນ ຮ່ວມດ້ວຍ ນັກວິຊາການ ລາວ.

ໂຄງການດ່ັງກ່າວ ຈະໃຫ້ທຶນ ການສືກສາ ແກ່ ນັກວິຊາການລາວ ໃນຂແນງຕ່າງໆ ຄນະອາຈານ ສອນ ມະຫາວິທຍາລັຍ ພະນັກງານ ກະຊວງ ຕ່າງປະເທດ ຮ່ວມທັງຈາກ ອົງການ ທີ່ບໍ່ຂື້ນ ກັບຣັຖບານໃນລາວ ແລະ ໃນບັນດາ 10 ປະເທດ ສະມາຊິກອາຊຽນ ເພື່ອໄປສຶກສາ ຄົ້ນຄວ້າ ເປັນເວລາ 3-4 ເດືອນ ທີ່ສະຫະຣັຖ ກ່ຽວກັບ ບັນຫາອາຊຽນ ແລະ ຄວາມສຳພັນ ຣະຫວ່າງ ອາຊຽນ ກັບ ສະຫະຣັຖ.

ການຄັດເລືອກ ຈະຂື້ນກັບ ຄວາມຮູ້ ຄວາມສາມາດ ຂອງຜູ້ສມັກ ແລະ ຄຸນນະພາບ ຄວາມສຳຄັນ ຂອງຂໍ້ສເນີ ຫລື Proposal ໃນໂຄງການທີ່ຜູ້ ສມັກສເນີເຂົ້າໄປ. ທຶນສຳລັບ ການສຶກສາ ແລະຄົ້ນຄວ້າ ໃນສະຫະຣັຖ ຂອງບັນດາ ນັກວິຊາການ ໃນຂົງເຂດ ອາຊຽນ ໃນປີ 2013 ຂອງມູລນິທິ Fullbright ເປັນໂຄງການ ໃຫມ່ ຜູ້ທີ່ຖືກຄັດເລືອກ 1.ຈະໄດ້ຮັບທືນ ການຄົ້ນຄວ້າ ປະມານ ເດືອນລະ 2,500 ຫາ 2,900 ໂດລາ ແລ້ວແຕ່ເມືອງ ທີ່ຂະເຈົ້າຢູ່ 2.ຈະໄດ້ຮັບປີ້ຍົນ ໄປກັບ 3.ຈະໄດ້ຮັບເບັ້ຽລ້ຽງ ເດືອນລະ 9 ຮ້ອຍໂດລາ 4.ຄ່າໃຊ້ຫ້ອງວິຈັຍ ໃນການຄົ້ນຄວ້າ ທີ່ໄດ້ມາຕຖານ ປະມານ 3 ພັນ ໂດລາ ຖ້າຕ້ອງການ ແລະ 5.ສະມາຊິກ ຄອບຄົວ ຜູ້ທີ່ໄປນຳ ຈະບໍ່ຖືກ ອຸດຫນູນ



__________________
Anonymous

Date:
Permalink   
 

ຂອບໃຈທີ່ເອົາຂ່າວດີນີ້ມາໂພສໃຫ້ອ່ານແລະຫວັງວ່າພີ່ນ້ອງໃນປະເທດລາວຈະຍອມຮັບເອົາໂອກາດດີໆແບບນີ້
ມາສຶກສາຮໍ່າຮຽນຕໍ່, ໂຊກດີ.

__________________
Anonymous

Date:
Permalink   
 

ມີແຕ່ພວກເຕົ່າຮ້ອຍປີທີ່ຍັງໃຊ້ຊີວິດຝັງຢູ່ກັບອະດີດເທົ່ານັ້ນແລ້ວທີ່ຈະປະຕິເສດ ໂອກາດດີໆແບບນີ້ຈະບໍ່ມີຕຣອດເດີ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard