ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄວາມຂັດແຍ່ງໃນກຸ່ມຜູ່ນໍາວຽດນາມ
ນັກຄາບຂ່າວ

Date:
ຄວາມຂັດແຍ່ງໃນກຸ່ມຜູ່ນໍາວຽດນາມ
Permalink   
 


ໄດ້ຍິນເຂົາເຈົ້າເວົ້າກັນຕາມຮ້ານກາເຟວ່າຄວາມຂັດແຍ່ງໃນກຸ່ມຜູ່ນໍາວຽດນາມມີມາດົນແລ້ວ
ຊຶ່ງນັບແຕ່ຈີນເຂົ້າມາລ່ວງລໍ້າອະທິປະໄຕຂອງວຽດນາມກ່ຽວກັບເລື້ອງໝູ່ເກາະປາຣາແຊວ
ແລະໝູ່ເກາະສະເປຼັດລີ, ທ່ານຫງວຽນຟູຈອງພັດເຂົ້າຂ້າງຈີນເພາະອີງຕາມສານຂອງທ່ານ
ຟາມວັນດົງທີ່ວ່າໝູ່ເກົາເຫຼົ່ານັ້ນເປັນຂອງຈີນ(ສານນີ້ສົ່ງໃຫ້ຈີນໃນປີ1958) ສ່ວນທ່ານຫງວຽນ
ຕັນຢຸງຢືນຢັນວ່າຈະບໍ່ຍອມໃຫ້ຈີນລ່ວງລໍ້າອະທິປະໄຕຂອງວຽດນາມແມ້ແຕ່ນິ້ວກ້ອຍດຽວ
ເຖິງວ່າແຕ່ກ່ອນເກາະເຫຼົ່ານີ້ເປັນຂອງວຽດນາມໃຕ້ກໍ່ຕາມ ແຕ່ເມື່ອວຽດນາໄດ້ການມາເປັນອັນ
ນຶ່ງອັນດຽວກັນແລ້ວ ໝູ່ເກາະເຫຼົ່ານັ້ນກໍ່ກາຍມາເປັນຂອງວຽດນາມ.
ເມື່ອເຫນທ່ານຫງວຽນຕັນຢຸງຫຍັບເຂົ້າໄກ້ອາເມຣິກາຫູາຍຂຶ້ນ ທ່ານຫງວຽນຟູຈອງກໍ່ເກີດຄວາມ
ບໍ່ພໍໃຈເພາະຢ້ານວຽດນາມຈະມີການປ່ຽນແປງແລະຈະເຮັດໃຫ້ຕົນເອງໝົດອໍານາດບໍ່ມີດິນຢູ່.
ເພື່ອຄົງອໍານາດ, ທ່ານຫງວຽນຟູຈອງໄດ້ເຮັດທຸກວິທີທາງເພື່ອຈະປັດເຂັ່ຽທ່ານຫງວຽນຕັນຢູງ
ອອກຈາກເສັ້ນທາງການເມືອງ ແລະໃນທີ່ສຸດກໍ່ເຫັນວິທີກໍາຈັດທ່ານນາຍົກໄດ້ດ້ວຍການໂຍນ
ຄວາມຜິດໃຫ້ທ່ານຫງວຽນຕັນຢຸງໃນການແກ້ບັນຫາວິກິດການເສດຖະກິດແລະການສໍ້ລາດບັງ
ຫຼວງ. ທ່ານຫງວຽນຕັນຢຸງຈະຖືກປົດຕໍາແໜ່ງອອກຈາກພັກຄັອມມຸຍນິດວຽດນາມຫຼືບໍ່ກໍ່ຂໍ
ໃຫ້ຕິດຕາມເບິ່ງຕໍ່ໄປ.


http://www.businessweek.com/news/2012-10-15/vietnam-s-communist-party-admits-mistakes-as-dung-stays-in-power

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard