ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຈົ້າຂອງດິນ ຖືກກັກຂັງ ຈາກໂຄງການ ສນາມກອລ໌ຟ
Anonymous

Date:
ເຈົ້າຂອງດິນ ຖືກກັກຂັງ ຈາກໂຄງການ ສນາມກອລ໌ຟ
Permalink   
 


ເຈົ້າຂອງດິນ ຖືກກັກຂັງ ຈາກໂຄງການ ສນາມກອລ໌ຟ

f-golf-course

ປະຊາຊົນ ທ້ອງຖິ່ນ ເມືອງຫລວງພຣະບາງ ຫລາຍຄົນ ທີ່ຄັດຄ້ານ ໂຄງກາຣສ້າງ ສນາມຕີກອລ໌ຟ ຍັງຖືກກັກຂັງຢູ່ ຈົນເທົ້າ ປັຈຈຸບັນນີ້.

ໂຄງກາຣ ພັທນາ ສະຖານທີ່ ທ່ອງທ່ຽວ ຂອງບໍຣິສັທ Dauwoom ຂອງເກົາຫລີໃຕ້ ຢູ່ເມືອງມໍຣະດົກໂລກ ຫລວງພຣະບາງ ໃນມູລຄ່າກວ່າ 20 ລ້ານດອລລາຣ໌ ສະຫະຣັຖ ໄດ້ເຣີ່ມລົງມື ກາຣກໍ່ສ້າງ ແຕ່ ປີ 2007 ເປັນຕົ້ນມາ, ຊຶ່ງນອກຈາກ ກາຣສ້າງໂຮງແຮມແລ້ວ ກໍມີກາຣສ້າງ ສນາມຫລິ້ນກອລ໌ຟ ຂນາດ ມາຕຖານ 18 ຂຸມ ນຳອີກ ເພື່ອດຶງດູດໃຫ້ມີນັກທ່ອງທ່ຽວ ເຂົ້າໄປທ່ຽວຊົມ ທາງພາຄເໜືອ ຂອງລາວ ຫລາຍເພີ່ມຂຶ້ນໃນແຕ່ລະປີ.

ແຕ່ດ້ວຍສາເຫຕ ທີ່ຕ້ອງໄດ້ ມີກາຣແຂ່ງ ກັບບໍຣິສັທ ຈາກປະເທສອື່ນໆ ອີກນັ້ນ ທາງບໍຣິສັທ ຂອງເກົາຫລີໃຕ້ ດັ່ງກ່າວ ກໍອາຈບໍ່ປະສົບຜົລສຳເຣັຈ ເທົ່າທີ່ຄວນ ຈຶ່ງຫາວິທີທາງອອກ ເພື່ອນຳເອົາ ກິຈກາຣ ໄປພັທນາ ຢູ່ປະເທສອື່ນ ເຊັ່ນ ຢູ່ພະມ້າ ກໍເປັນໄດ້. ຊາວລາວທ້ອງຖິ່ນ ທ່ານໜຶ່ງ ໃຫ້ຄວາມເຫັນວ່າ:

“ເກົາຫລີ ມັນສິຂາຍແລ້ວ..ມັນລົງທຶນ ຫລາຍແລ້ວ ແລະ ຍັງບໍ່ທັນ ເກີດບ້ານເກີດເຮືອນ ເທື່ອ ມີແຕ່ ເດີ່ນກອລ໌ຟຊື່ໆ ເດີ່ນກອລ໌ຟກ໋າ ແມ່ນໃຜຊິໄປຕີ ຄັນຕ່າງປະເທສບໍ່ມາ ເພາະວ່າ ເກມໜຶ່ງ ມັນກໍ 100 ກວ່າດອລລາຣ໌ ພຸ້ນນ໋າ ຂາດທຶນຄູ່ປີ ວ່າຊັ້ນສາ..ເຂົາສິຕາຍ ແລ້ວພວກເກົາຫລີ..ຍັງຢາກໄດ້ທຶນ ໄປເຮັດເຮືອນເຮັດຫຍັງ ກໍຍັງບໍ່ທັນໄດ້ເທື່ອ ສຸດທ້າຍມາ ກໍປະກາສຂາຍ ຍັງຕໍ່ກັນຢູ່.”

ສະຖານທີ່ ທ່ອງທ່ຽວ ທີ່ປະກອບດ້ວຍ ສນາມຕີກອລ໌ຟ ດັ່ງກ່າວນີ້ ແມ່ນຢູ່ໃນເຂຕພື້ນທີ່ ຂອງບ້ານຫ້ວຍພາຍ ບ້ານປົ່ງຫວ້ານ ແລະ ບ້ານຫລັກ 8, ຊຶ່ງຢູ່ທາງໃຕ້ ຂອງເມືອງຫລວງພຣະບາງ ແລະ ກໍມີກາຣແຂ່ງຂັນຕີກອລ໌ຟ ໃນພູມີພາຄ ເປັນເທື່ອທຳອິດ ຢູ່ເມືອງລາວ ໃນເດືອນພືສພາຜ່ານມາ ຊຶ່ງປະຊາຊົນທ້ອງຖິ່ນ ຖືວ່າ ເປັນກາຣແຂ່ງຂັນ ຂອງເຈົ້າໜ້າທີ່ ຜູ້ມີອຳນາຈ ແລະ ຊາວຕ່າງປະເທສ ເທົ່ານັ້ນ ໂດຽທີ່ປະຊາຊົນ ທີ່ເປັນເຈົ້າຂອງພື້ນທີ່ ໃນເມື່ອກ່ອນ ກໍບໍ່ໄດ້ຮັບຜົລຫຍັງ ນຳແຕ່ຢ່າງໃດ.

ນັກທຸຣະກິຈ ຊາວລາວ ອີກທ່ານໜື່ງ ຊີ້ແຈງວ່າ:

“ປະຊາຊົນ ກໍຍ້າຍອອກໝົດ ກໍຟ້ອງກັນ ມີກາຣຕິດຄຸກຕິດຕລາງ ບັກຫລາຍໆເດ໋..ເຂົາປະທ້ວງ ເຮັດໜັງສືປະທ້ວງ ແລ້ວກ໋າ ມີ 4-5 ຄົນ ກະຕິດຄຸກ 7 ປີພຸ້ນເດ໋ ວ່າສ້າງຄວາມປັ່ນປ່ວນ ກະບໍ່ໄດ້ ຫຍັງແລ້ວ..ປະຊາຊົນ ຫັ້ນນ໋າ”.

ຊາວລາວດັ່ງກ່າວ ໄດ້ເນັ້ນເພີ່ມວ່າ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ເພາະຕ້ອງໄດ້ໂຍກຍ້າຍໄປຢູ່ບ່ອນໃໝ່ ຕ່າງກໍບໍ່ພໍໃຈ ເຖິງແມ່ນວ່າ ໄດ້ຮັບຄ່າຊົດເຊີຍ ປະມານ 625-875 ດອລລາຣ໌ ກໍຕາມ ແຕ່ກໍບໍ່ກຸ້ມຄ່າ ໂດຽສະເພາະ ທີ່ຕ້ອງໄດ້ເສັຍພື້ນທີ່ ກາຣທຳມາຫາກິນ ຂອງເຂົາເຈົ້າ ເຖິງແມ່ນວ່າ ບາງຄົນ ໄດ້ເຮັດວຽກງານ ຢູ່ຕາມສນາມກອລ໌ຟນັ້ນ ກໍຕາມ ເພາະສ່ວນຫລາຍ ກໍຈະເປັນວຽກງານ ດ້ານທຳຄວາມສະອາດເທົ່ານັ້ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard