ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການສ້າງເຂື່ອນ ໄຊຍະບູຣີ ບໍ່ຄຸ້ມຄ່າ ແລະ ຈະສົ່ງຜົນກະທົບ
Anonymous

Date:
ການສ້າງເຂື່ອນ ໄຊຍະບູຣີ ບໍ່ຄຸ້ມຄ່າ ແລະ ຈະສົ່ງຜົນກະທົບ
Permalink   
 


ການສ້າງເຂື່ອນ ໄຊຍະບູຣີ ບໍ່ຄຸ້ມຄ່າ ແລະ ຈະສົ່ງຜົນກະທົບ

F-xayaburi-dam.jpg

ເມື່ອບໍ່ດົນຜ່ານມາ ຣັຖບານ ສປປລາວ ໄດ້ປະກາດ ທາງໜັງສືພິມ ແລະ ສາຍວີດີໂອ ວ່າ ເຂື່ອນໄຊຍະບຸຣີ ຈະບໍ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ຫລາຍປານໃດ ແຕ່ນັກວິຊາການ ລາວຫລາຍຄົນ ຄິດວ່າ ເຂື່ອນແມ່ນ້ຳຂອງ ແຫ່ງນີ້ ຈະເປັນເຂື່ອນ ທີ່ບໍ່ຄຸ້ມຄ່າ.

ອີກຢ່າງນຶ່ງ ຣັຖບານລາວ ກໍຍັງບໍ່ເປີດເຜີຍ ຄວາມຈິງ ຢ່າງຣາຍລະອຽດ ກ່ຽວກັບ ເຂື່ອນແຫ່ງນີ້ ໃຫ້ປະຊາຊົນລາວ ຮູ້ຫລາຍບໍ່ເທົ່າໃດ ດັ່ງ ນັກວິຊາການລາວ ທ່ານນຶ່ງ ເວົ້າວ່າ:

“ທາງຣັຖ ກໍໄດ້ປະກາດ ອອກໜັງສືພິມ ວຽງຈັນໄທມ໌ ສາຍວິດີໂອ ທາງບໍຣິສັດ ກໍໄດ້ມາໃຫ້ຄວາມຮູ້ ແຕ່ໃນວິທີໂອ ກໍມີແບບ ມີທາງຂຶ້ນຂອງປາ ທາງບໍຣິສັດ ກໍເວົ້າວ່າ ທາງຂຶ້ນລົງ ຂອງປາ ປາສາມາດຂຶ້ນ ໄດ້ໝົດ ຄູ່ຊະນິດ ແລະ ກໍສິມີທາງຜ່ານ ຂອງເຮືອ ແຕ່ວ່າ ມັນກໍບໍ່ຄຸ້ມຄ່າ ມັນບໍ່ຄຸ້ມຄ່າ ກັບຜົນ ກະທົບນະ ເພາະວ່າ ມັນຍັງບໍ່ມີຣາຍລະອຽດ ເພິ້ມຕື່ມ ນະວ່າ ຜົນກະທົບ ມັນສິມີໜ້ອຍ ຫລາຍປານໃດນ່ະ.”

ອົງການຮັກສາສິ່ງແວດລ້ອມ ແລະ ປະຊາຊົນໄທ ປະທ້ວງຂັດຄ້ານ ການສ້າງເຂື່ອນໄຊຍະບຸຣີ ແຮງຂຶ້ນ. ອົງການແມ່ນໍ້າສາກົນ ຣາຍງານວ່າ ເຂື່ອນໄຊຍະບຸຣີ ຈະສົ່ງຜົນກະທົບ ຕໍ່ປະຊາຊົນ ຫລາຍສິບລ້ານຄົນ ໃນນັ້ນ ປະຊາຊົນລາວ ຢ່າງໜ້ອຍ 2,000 ຄົນ ຕ້ອງຖືກໂຍ້ກຍ້າຍ; ປາຫລາຍຊນິດ ຈະສູນພັນ ແມ່ນໍ້າ ຈະບົກແຫ້ງ ແລະ ຕາຝັ່ງເຈື່ອນເພພັງ. ປະຊາຊົນໄທ ທີ່ອາໃສ ຢູ່ຕາມແຄມແມ່ນ້ຳຂອງ ກໍປະທ້ວງ ເປັນປະຈຳ ແລະ ຟ້ອງການໄຟຟ້າ ຝ່າຍຜລິດ ຂອງໄທ ໃຫ້ຍົກເລີກ ສັນຍາຊື້ໄຟຟ້າ ຈາກເຂື່ອນໄຊຍະບຸຣີ ດັ່ງກ່າວ.

ແຕ່ ທ່ານ ເຣວັດ ສຸວັນນະກິດ ຫົວໜ້າ ຄະນະບໍຣິຫານງານ ບໍຣິສັດໄຟຟ້າ ໄຊຍະບຸຣີ ເຈົ້າ ຂອງເຂື່ອນ ປະກາດ ເມື່ອບໍ່ດົນຜ່ານມາວ່າ:

“ເວລານີ້ ພວກທີ່ບໍ່ຫວັງດີ ກຳລັງພະຍາຍາມ ໃຫ້ຂໍ້ມູນຜິດ ຜິດກັບປະຊາຊົນ ທົ່ວໄປ ວ່າ ເຂື່ອນໄຊຍະບຸຣີນີ່ ເປັນເຂື່ອນທີ່ ຈະເກັບ ຫລື ກັກຂັງນ້ຳໄວ້ ຖ້າເຂື່ອນເກັບນ້ຳໄວ້ແລ້ວ ທາງພາກລຸ້ມ ຂອງເຂື່ອນ ຈະບໍ່ມີນ້ຳ ຫລືວ່າ ຖ້າເຂື່ອນ ຂອງເຮົາປ່ອຍນ້ຳ ນ້ຳຈະຖ້ວມ ທາງພາກລຸ່ມຢ່າງຫລວງຫລາຍ ຄວາມຈິງແລ້ວ ສິ່ງເຫລົ່ານີ້ ຈະບໍ່ແມ່ນຄວາມຈິງເລີຍ.”



__________________
Anonymous

Date:
RE: ການສ້າງເຂື່ອນ ໄຊຍະບູຣີ ບໍ່ຄຸ້ມຄ່າ ແລະ ຈະສົ່ງຜົນກະທົບ
Permalink   
 


ພວກນາຍທຶນບໍ່ໄດ້ສົນໃຈກັບຊີວິດການເປັນຢູ່ຂອງປະຊາຊົນທີ່ອາໃສຢູ່ຕາມລໍາແມ່ນໍ້າຂອງ
ເຂົາສົນໃຈແຕ່ເງິນທີ່ຈະແລ່ນເຂົ້າຖົງເຂົາເທົ່ານັ້ນ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard