ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວ ຕ້ອງການ ຜູ້ນໍາຮຸ່ນໃໝ່ ເພື່ອພັທນາ ປະເທດ
Anonymous

Date:
ລາວ ຕ້ອງການ ຜູ້ນໍາຮຸ່ນໃໝ່ ເພື່ອພັທນາ ປະເທດ
Permalink   
 
ລາວ ຕ້ອງການ ຜູ້ນໍາຮຸ່ນໃໝ່ ເພື່ອພັທນາ ປະເທດ

f-student-2

ຊາວລາວ ທ່່ານນຶ່ງ ເວົ້າວ່າ ທຸກມື້ນີ້ ຣັຖບານລາວ ໄດ້ເປີດກວ້າງ ໃຫ້ໂອກາດ ປະຊາຊົນ ສແດງຄວາມຄິດຄວາມເຫັນ ຕໍ່ສັງຄົມເພີ້ມຂຶ້ນ ແຕ່ຍັງມີ ຂອບເຂດຈຳກັດຢູ່

 ຊຶ່ງຄົນລາວຍຸກໃຫມ່ ຄິດວ່າ ການພັທນາ ປະເທດຊາດ ເພື່ອໃຫ້ຢາກມີປະສິດທິພາບ ຈຳເປັນຕ້ອງອາສັຍຄົນຮຸ່ນໃຫມ່ ເນື່ອງຈາກ ສພາບການປ່ຽນແປງ ໃນໂລກ ໃນປັດຈຸບັນ

ນາງກ່າວ ໃນຕອນນຶ່ງວ່າ:

”ເພິ່ນກໍເປີດ ສພາເວົ້າກັນ ຜູ້ໃດ ບໍ່ດີກິນຫລາຍ.ເພິ່ນກໍຄ່ອຍປົດ. ບ້ານຂ່້ອຍ ມັນເປັນບ້ານນ້ອຍ ເວົ້າກັນຫລາຍ ກໍບໍ່ໄດ້ ຄົນກໍບໍ່ຫລາຍ ຄວາມຮູ້ ກໍບໍ່ກວ້າງ ເວົ້າໄປມັນຫມົດແຫລະ ຜູ້ໃຫຍ່.  ນອກຈາກວ່າ ສ້າງຄົນຮຸ່ນໃຫມ່ ທີ່ມີການສຶກສາ ທີ່ຮຽນຮູ້ ແລະ ຖ່າຍທອດ ໄປນັ້ນໄດ້ ຂ້ອຍວ່າ ມັນມີແຕ່ ຂອງຄົນຮຸ່ນເກົ່າ.

ນາງກ່າວຕໍ່ໄປວ່າ ໃນທຸກມື້ນີ້ ເມືອງລາວ ຍັງບໍ່ສາມາດ ທີ່ຈະຊ່ອຍເຫລືອຕົນເອງ ໃນດ້ານການຜລິດ ຫລື ການພັທນາ ຕ່າງໆໄດ້ ຍັງຕ້ອງ ຂໍຄວາມຊ່ອຍເຫລືອຈາກ ປະເທດອື່ນ ຢູ່ ເນື່ອງຈາກບຸກຄົນ ທີ່ບໍຣິຫານ ບ້ານເມືອງນັ້ນ ຍັງເປັນຄົນຮຸ່ນເກົ່າຢູ່ ບາງຄົນ ກໍບໍ່ມີປະສິດທິພາບ ພຽງພໍ ຄົນຮຸ່ນໃຫມ່ ຄວາມຄິດໃຫມ່ໆ ກໍບໍ່ໍຄ່ອຍ ຍອມຮັບເຂົ້າມາ ບໍຣິຫານ ບ້ານເມືອງ ຫລື ພັທນາປະເທດຊາດ. ນາງກ່າວເພີ້ມວ່າ:

”ບ້ານຂ້ອຍ ມັນມີແຕ່ອາສັຍ ບ້ານໃກ້ຄຽງ ຊ່ອຍເຫລືອ ການຜລິດ ກໍບໍ່ມີ ບໍ່ມີສິ່ງທີ່ ກຸ້ມໂຕເອງ ມີແຕ່ສິ່ງ ທີ່ຄົນອື່ນຍື່ນໃຫ້ ບໍ່ມີການຜລິດ ບໍ່ມີການປູກຝັງ ຊັພຍາກອນ ກໍມີ ແຕ່ດຽວນີ້ ມັນກໍຊີ່ຫມົດໄປແລ້ວ ໃຜກໍ ມາຂຸດຄົ້ນເອົາ.“

ນາງ ເວົ້າເພີ້ມ ວ່າ ຄົນລາວສ່ວນໃຫຍ່ຮູ້ວ່າ ການເຮັດວຽກ ຂອງຣັຖບານ ບໍ່ມີປະສິດທິພາບ ແຕ່ກໍເຮັດຫຍັງບໍ່ໄດ້ ເນື່ອງຈາກ ຕ້ອງເຮັດຕາມຄຳສັ່ງ ຂອງຂັ້ນເທິງເທົ່ານັ້ນ ຊຶ່ງຫາກວ່າ ໃນລາວ ມີການນຳ ເອົາຄວາມຄິດແບບໃຫມ່ ມາໃຊ້່ ໃນການພັທນາ ປະເທດຊາດ ສປປລາວ ອາດຈະມີ ຄວາມກ້າວຫນ້າ ຫລາຍກວ່ານີ້.

1-2-3.jpg

Attachments
__________________
Anonymous

Date:
RE: ລາວ ຕ້ອງການ ຜູ້ນໍາຮຸ່ນໃໝ່ ເພື່ອພັທນາ ປະເທດ
Permalink   
 
ຜູ່ນໍາຮຸ່ນໃໝ່ທີ່ເພິ່ນເວົ້າເຖິງນີ້ຄົງຈະແມ່ນລູກຫຼານຂອງອະດີດທ່ານຜູ່ນໍາ ເວົ້າຕາມເຫັນໃນປັດຈຸບັນ
ດຽວນີ້ເພິ່ນດຶງຕະກູນພົມວິຫານ ຕະກູນສີພັນດອນ ຂຶ້ນມາກໍາຕໍາແໜ່ງສໍາຄັນແລ້ວ, ຍັງອີກຫຼາຍ
ສັດຕະວັດ ຄົນຮຸ່ນໜຸ່ມທີ່ມີຫົວຊາດນິຍົມຈຶ່ງຈະໄດ້ຂຶ້ນມາປົກຄອງປະເທດ.

__________________
son of politburo

Date:
Permalink   
 
Anonymous wrote:

 ລາວນອກບ່ໄດ້ ຕ່າວເມືອເຮືອນແນ່furiousbiggrinfuriousbiggrinfuriousbiggrin

__________________
Anonymous

Date:
Permalink   
 
son of politburo wrote:
Anonymous wrote:

ຜູ່ນໍາຮຸ່ນໃໝ່ທີ່ເພິ່ນເວົ້າເຖິງນີ້ຄົງຈະແມ່ນລູກຫຼານຂອງອະດີດທ່ານຜູ່ນໍາ ເວົ້າຕາມເຫັນໃນປັດຈຸບັນ
ດຽວນີ້ເພິ່ນດຶງຕະກູນພົມວິຫານ ຕະກູນສີພັນດອນ ຂຶ້ນມາກໍາຕໍາແໜ່ງສໍາຄັນແລ້ວ, ຍັງອີກຫຼາຍ
ສັດຕະວັດ ຄົນຮຸ່ນໜຸ່ມທີ່ມີຫົວຊາດນິຍົມຈຶ່ງຈະໄດ້ຂຶ້ນມາປົກຄອງປະເທດ.

 ລາວນອກບ່ໄດ້ ຕ່າວເມືອເຮືອນແນ່furiousbiggrinfuriousbiggrinfuriousbiggrin

 ຕ່າວເມືອເຮືອນຢຸ້ໃສ ? ລາວນອກເຂົາມີເຮືອນໝົດແລ້ວຢູ່ນອກ ປະເທດ ຊິ່ຕ່າວເມືອເຮັດຫຍັງຢູ່ລາວ ?

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard