ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ແມ່ຍີງລາວ ຕົກເປັນເຫຍື່ອ ກຸ່ມ ຄ້າມະນຸດ ໃນໄທ ຫລາຍຂື້ນ ເລື້ອຍໆ ໃນ ແຕ່ລະມື້.
Anonymous

Date:
ແມ່ຍີງລາວ ຕົກເປັນເຫຍື່ອ ກຸ່ມ ຄ້າມະນຸດ ໃນໄທ ຫລາຍຂື້ນ ເລື້ອຍໆ ໃນ ແຕ່ລະມື້.
Permalink   
 


ແມ່ຍີງລາວ ຕົກເປັນເຫຍື່ອ ກຸ່ມ ຄ້າມະນຸດ ໃນໄທ ຫລາຍຂື້ນ ເລື້ອຍໆ ໃນ ແຕ່ລະມື້.

 ຍ້ອນສະພາບ ຄວາມທຸກຍາກ ໃນຄອບຄົວ ແລະ ການຢາກມີ ຊິວີດທີ່ດີຂື້ນ ຂອງແມ່ຍີງ ໃນລາວ ຈື່ງເຮັດໃຫ້ ຂະເຈົ້າ ຖືກຕົວະຫຍົວະ ໄດ້ງ່າຍ ຜູ້ເຫັນເຫດການ ທ່ານນື່ງເວົ້າ ກັບ ເອເຊັຽເສຣີ ວ່າ ໃນປັດຈຸບັນ ແມ່ຍີງລາວ ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ຫລາຍຂື້ນ ແລະ ສ່ວນໃຫຍ່ ກໍສມັກໃຈ ເພາະຄອບຄົວ ທຸກຍາກ. ທ່ານເວົ້າວ່າ:

"ມັນມີທຸກສາຂາ ຂອງທຸຣະກິດ ມີກາຣາໂອເກະ ຮ້ານເສີມສວຍ ຢູ່ໃນຊອຍ ແລະ ຢູ່ໂຮງແຮມ".

ທ່ານວ່າ ກຸ່ມດ່ັງກ່າວ ໃນໄທ ເຮັດກັນເປັນ ຂະບວນການ ແລະ ກໍເປັນເຄືອຂ່າຍ ທີ່ນຽບນຽນ ຈະປະກອບດ້ວຍ ເຈົ້າຫນ້າທີ່ ຕຳຣວດ ຜູ້ມີອຳນາດ ໃນທ້ອງຖີ່ນ ແລະເຈົ້າຂອງ ໂຮງແຮມ ບ້ານພັກ ບໍ່ດ່ັງນັ້ນ ທຸຣະກິດ ດັ່ງກ່າວ ຄົງຢູ່ມາບໍ່ຮອດ ທຸກວັນນີ້ ພວກຂະເຈົ້າ ມີຜົລປໂຍດ ຮ່ວມກັນ. ທ່ານເວົ້າອີກວ່າ:

"ມັນບໍ່ແມ່ນແຕ່ ມີຢູ່ແຂວງ ອຸດອນ ຢູ່ຊຽງຄານ ເຂົາເອີ້ນກັນວ່າ ສລນ ເຂົາຮູ້ກັນວ່າ ສາວລາວນ້ອຍ ຫັ້ນຫນ່າ".

ທ່ານຍັງບອກ ອີກວ່າ ແຕ່ກ່ອນ ຜູ້ຍີງລາວ ຜູ້ໃດຢາກເປັນ ໂສເພນີກໍໄດ້ ແຕ່ໃນປັດຈຸບັນນີ້ ຕ້ອງມີເຄືອຂ່າຍ ຫລືສັງກັດຢູ່ ໃນເຄືອຂ່າຍ ຈື່ງສາມາດເປັນ ໂສເພນີໄດ້ ກຸ່ມເຄືຶອຂ່າຍ ຈະເອົາຜູ້ຍີງ ລາວ ມາຈາກຝັ່ງ ກົງກັນຂ້າມ ເຊັ່ນ ທີ່ມຸກດາຫານ ກໍເອົາມາຈາກ ສວັນນະເຂດ ທີ່ອຸບົນ ຣາຊທານີ ກໍເອົາມາ ແຂວງຈຳປາສັກ ສາຣະວັນ ແລະ ອັດຕະປື ຫລືແຂວງເລີຍ ກໍແມ່ນມາຈາກ ແຂວງໄຊຍະບູຣີ.

ແມ່ຍີງລາວ ຜູ້ທີ່ນຳເຂົ້າ ມານັ້ນ ເຂົາຮູ້ດີວ່າ ເຂົາຈະມາ ທຳງານແບບນີ້ ເພາະເປັນວຽກ ທີ່ຫາເງິນໄດ້ງ່າຍ ອາດບໍ່ມີ ການບັງຄັບກັນ ຄືແຕ່ກອ່ນ ອີກແລ້ວ. ເຂດທີ່ ແມ່ຍີງລາວ ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ຫລາຍກວ່າ ທຸກບ່ອນນັ້ນ ກໍແມ່ນແຂວງ ພາກໃຕ້ ຂອງລາວເຊັ່ນ ແຂວງສວັນນະເຂດ ຈຳປາສັກ ອັດຕະປື ສາຣະວັນ ຫລື ແຂວງທີ່ຕິດ ກັບໄທ

pdn1127.jpgww17.jpg



Attachments
__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard