ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ມາເບິ່ງຄຳຂັວນຂອງ ສປປ ລາວ ວ່າມີອັນໃດແດ່ທີ່ເກີດຜົນໂຕຈິງໃຫ້ກັບ ປຊຊ ລາວທັງປະເທດ?
Anonymous

Date:
ມາເບິ່ງຄຳຂັວນຂອງ ສປປ ລາວ ວ່າມີອັນໃດແດ່ທີ່ເກີດຜົນໂຕຈິງໃຫ້ກັບ ປຊຊ ລາວທັງປະເທດ?
Permalink   
 


                    ປະເທດສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ສັນຕິພາບ   ເອກກະລາດ   ປະຊາທິປະໄຕ   ເອກກະພາບ   ແລະ   ວັດທະນາຖາວອນ

 

ພວກເຮົາຈະເຫັນຄຳຂັວນເຫລົ່ານີ້ຢູ່ທຸກໆຫ້ອງການຂອງລັດແລະເອກກະຊົນທົ່ວປະເທດ, ຢູ່ບົນເອກກະສານສຳຄັນຂອງ

ລັດທຸກໆຕົ້ນສະບັບ, ຢູ່ຫ້ອງຮຽນທຸກໆຫ້ອງຂອງໂຮງຮຽນແລະສະຖາບັນການສຶກສາຕ່າງໆແມ້ກະທັ້ງຢູ່ບົນສາລາຫລືສິມ

ຂອງວັດ.

ສັນຕິພາບ:                ບໍ່ແນ່ວ່າ ສປປ ລາວໄດ້ມີສັນຕິພາບສົມບູນແບບຫລືບໍ່?

ເອກກະລາດ:              ບໍ່ເຫັນວ່າ ສປປ ລາວໄດ້ເອກກະລາດແບບໃດ? ເພາະຍັງມີຫວຽດນາມເປັນຜູ່ບັນຊາການທັງປະເທດ.

ປະຊາທິປະໄຕ:             ອັນນີ້ແຮງຍັງໄກບໍ່ຮູ້ວ່າອີກ 100 ປີຂ້າງໜ້າຈະມີຫລືບໍ່? ພັກເວົ້າຄຳໃດປະຊາຕ້ອງເຫັນດີນຳຄຳນັ້ນ.

                              ບາດ ປຊຊ ບໍ່ທັນຮອດອ້າປາກອອກເວົ້າ ຖືກເສືອກແປ້ສອກຍັດເອົ້າຄຸກ ( ຖ້າໂຊກດີ ) ໂຊກຮ້າຍແມ່ນ

                              ຖືກສັ່ງລົງໄປງົມຫອຍ.

ເອກກະພາບ:              ຢ່າວ່າແຕ່ຝັນ ອີກ 500 ຊາດ ປຊຊ ລາວຈະເຫັນບໍ່ຄຳວ່າເອກກະພາບ? ຜູ່ທີ່ມີອິດທິພົນທາງການເມືອງ

                              ແລະການທະຫານ ພາກັນກັບກາຍເປັນມະຫາເສດຖີໄປໝົດ, ບາດ ປຊຊ ລາວທຳມະດາຈະຫາເຂົ້າລ້ຽງຊີວິດ

                              ແລະຄອບຄົວແຕ່ລະມື້ກໍທັງຍາກ. ຜູ່ກິນກິນຈົນຮາກແຕກຮາກແຕນ ບາດຜູ່ຢາກຢາກຈົນໄສ້ຂົດໄສ້ຂໍ.

ວັດທະນາຖາວອນ:        ຄຳວ່າ ວັດທະນາຖາວອນ ກໍມີຄວາມໝາຍບໍ່ຕ່າງກັບພາສາອັງກິດທີ່ວ່າ Perfect ຫັ້ນແລ້ວ, ຊ່າງມາພາກັນ

                               ຝັນກາງເວັນໄດ້ແນວໃດ? ວັດທະນາຖາວອນແຕ່ຜູ່ທີ່ມີອິດທິພົນຫັ້ນແລ້ວດູທ່າງວໍ້ກິນໂກງກິນ.



__________________
Anonymous

Date:
RE: ມາເບິ່ງຄຳຂັວນຂອງ ສປປ ລາວ ວ່າມີອັນໃດແດ່ທີ່ເກີດຜົນໂຕຈິງໃຫ້ກັບ ປຊຊ ລາວທັງປະເທດ?
Permalink   
 


ສັນຕິພາບ: ມີແຕ່ເປືອກນອກ, ປະຊາຊົນສ່ວນຫຼາຍຢາກຕອນຫໍາກຸ່ມຜູ່ນໍາຜະເດັດການລາວແດງຢູ່ທຸກມື້.
ເອກະລາດ: ຝາກໄວ້ກັບພັກຄັອມມຸຍນິດອິນດູຈີນ
ປະຊາທິປະໄຕ: ປີ2100 ຈຶ່ງຈະມີ 3 ພັກ ດຽວນີ້ມີແຕ່ພັກວັນເສົາແລະວັນອາທິດ.
ເອກະພາບ: ມີແຕ່ສະມາຊິກພັກທີ່ມີເຮືອນຫຼັງໃຫຍ່ ມີຣົຖຄັນແພງ ມີເງິນໂດລາໃຊ້. ສ່ວນປະຊາຊົນຄົນທຸກຍັງໃຊ້ເງິນກີບ
ວັທນາຖາວອນ: ປີ3000 ອາດຈະເປັນຈິງ.

__________________
Anonymous

Date:
Permalink   
 

 ແລ້ວ​ທ່ານ​ຄິດ​ວ່າ​ຄຳ​ໃດ​ເໝາ​ະ​ສົມ​ທີ່​ຈະ​ເປັນ​ຄຳ​ຂັວນ​ຂອງ​ຊາດ evileye



__________________
Anonymous

Date:
Permalink   
 

Anonymous wrote:

 ແລ້ວ​ທ່ານ​ຄິດ​ວ່າ​ຄຳ​ໃດ​ເໝາ​ະ​ສົມ​ທີ່​ຈະ​ເປັນ​ຄຳ​ຂັວນ​ຂອງ​ຊາດ evileye


 ບໍ່ມີຈັກຄຳທີ່ຈະເໝາະສົມເປັນຄຳຂວັນຂອງຊາດ.

ໃນປີ 1973 ຕອນຕັ້ງຣັຖະບາລປະສົມສອງຝ່າຍດັ່ງນີ້:

 

                                       ປະເທດລາວ

ສັນຕິພາບ   ເອກະຣາດ   ປະຊາທິປະໄຕ   ເປັນກາງ   ເອກະພາບ  ແລະ ວັທະນາຖາວອນ

 

ໃນປີ 1975 ເຖິງ 1976 ດັ່ງນີ້:

 

                      ປະເທດສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ສັນຕິພາບ   ເອກກະລາດ   ປະຊາທິປະໄຕ   ເປັນກາງ  ເອກກະພາບ ແລະ ວັດທະນາຖາວອນ

 

ໃນປີ 1976 ເຖິງປັຈຸບັນ ດັ່ງນີ້:

 

                                  ສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ສັນຕິພາບ   ເອກກະລາດ   ປະຊາທິປະໄຕ   ເອກກະພາບ    ວັດທະນາຖາວອນ ແລະ  ກ້າວໜ້າທາງສັງຄົມ

 

ໃຫ້ສັງເກດເບິ່ງຄັກໆ ນັບຕັ້ງແຕ່ປີ 1976 ມາເພິ່ນເອົາ ເປັນກາງ ອອກຈາກຄຳຂັວນຂອງເພິ່ນ ເພາະຫຍັງວ່າຕິ?

ເພາະວ່າເພິ່ນຂ້າຄວາຍຕູ້ຖີ້ມຫລັງຈາກເຮັດນາແລ້ວ ກໍຄື ທ່ານ ເດືອນ ສູນະຣາດ ( ສູນນະລາດ ) ສົ່ງໄປຂ້າຢູ່ປະ

ເທດ ເຍັຍຣະມັນຕາເວັນອອກໃນຊ່ວງປີ 1976.      ເພິ່ນກໍເອົາ ກ້າວໜ້າທາງສັງຄົມເຂົ້າມາຕື່ມໃສ່ ກໍສົມເພິ່ນ

ຕື່ມໃສ່ອິຫລີ ເພາະສັງຄົມເມືອງລາວກໍກ້າວໜ້າເກີນຄວາມຄາດໝາຍອິຫລີ ເບິ່ງກະລີ່ເຕັມບ້ານເຕັມເມືອງ, ຢາ

ບ້າຢາເມົາມີຢູ່ທຸກໆຊຸມຊົນ ບໍ່ວ່າເຍົາວະຊົນຫລືວັຍສູງອາຍຸພາກັນຕົກເປັນທາດຂອງຢານາຣົກນັ້ນ ຄັນບໍ່ມີຜູ່ທີ່ມີ

ອິທິພົນຂົນເຂົ້າມາ ຕະມີໜ້າໃດຈະມີຄວາມສາມາດເຮັດໄດ້?



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard