ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນັກວິຊາການ ຕ່າງຊາດ ເວົ້າວ່າ ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ບໍ່ກຸ່ມຄ່າ ໃນການ ລົງທຶນ ສໍາລັບ ສປປ
Anonymous

Date:
ນັກວິຊາການ ຕ່າງຊາດ ເວົ້າວ່າ ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ບໍ່ກຸ່ມຄ່າ ໃນການ ລົງທຶນ ສໍາລັບ ສປປ
Permalink   
 


f-ban-huanam-station

ນັກວິຊາການ ຕ່າງຊາດ ເວົ້າວ່າ ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ບໍ່ກຸ່ມຄ່າ ໃນການ ລົງທຶນ ສໍາລັບ ສປປ ລາວ.

ໃນວັນພຣະຫັດ ຜ່ານມາ ສະພາ ແຫ່ງຊາດລາວ ສມັຍວິສາມັນ ໄດ້ຕົກລົງ ເຫັນພ້ອມ ຜ່ານການອະນຸມັດ ໃຫ້ ຣັຖບານລາວ ເດີນຫນ້າ ໃນການສ້າງ ທາງຣົຖໄຟ ຄວາມໄວສູງ ທີ່ມີມູນຄ່າ ປະມານ 7 ຕື້ ໂດລາ ສະຫະຣັຖ ເຖີງແມ່ນວ່າ ຣັຖບານຈີນ ຈະຖອນການ ລົງທຶນ ທີ່ໄດ້ສັນຍາ ວ່າຈະຮ່ວມ ໃນຣະຍະທີ່ຜ່ານມາ ກໍຕາມ ແຕ່ທະນາຄານຈີນ ຈະໃຫ້ເງິນກູ້ ແກ່ໂຄງການ ດັ່ງກ່າວ. ຊາວລາວບາງຄົນ ກໍດີໃຈ ໃນໂຄງການນີ້. ດ່ັງຄົນລາວ ນາງນື່ງ ຢູ່ ແຂວງຫລວງນ້ຳທາ ບ່ອນເສັ້ນທາງ ຣົຖໄຟຈະຜ່ານ ເວົ້າວ່າ:

"ເຣື້ອງຣົຖໄຟ ຄວາມໄວສູງ ເຂົາກຳລັງ ສຳຣວດຢູ່ ກໍມີດີໃຈ ທີ່ຈະມີການ ພັທນາ ສ້າງສາ ປະເທດຊາດ".

ແຕ່ນັກຊ່ຽວຊານ ຕ່າງປະເທດ ຫລາຍຄົນເວົ້າວ່າ ໂຄງການຣົຖໄຟ ຄວາມໄວສູງ ລາວ-ຈີນ ເປັນການລົງທຶນ ທີ່ບໍ່ກຸ້ມຄ່າ ຂອງ ຣັຖບານລາວ ເພາະວ່າ ສປປລາວ ບໍ່ເປັນປະເທດ ທີ່ຜລິດ ສິນຄ້າ ສົ່ງອອກລາຍໃຫຍ່ ພໍທີ່ຈະໃຊ້ ເສັ້ນທາງຣົຖໄຟ ດັ່ງ ຈີນແລະໄທ ແລະ ຈະເປັນຜູ້ ໄດ້ຮັບຜົລປະໂຫຍດ ຫລາຍກວ່າ. ສິນຄ້າທີ່ຈະ ເຂົ້າ-ອອກ ຜ່ານເສັ້ນທາງ ຣົຖໄຟ ສາຍນີ້ ກໍຈະມາ ຈາກປະເທດອາຊຽນ ແລະ ຈີນ ເປັນສ່ວນໃຫຍ່ ສປປລາວ ກໍຈະກາຍເປັນ ທາງຜ່ານຊື່ໆ ຄືດັ່ງເສັ້ນທາງ ເລກ 9 ທີ່ແຂວງ ສວັນນະເຂດ. ປັດຈຸບັນ ການຂົນສົ່ງ ທາງບົກ ທາງນ້ຳ ແລະ ທາງອາກາດ ໃນຂົງເຂດກໍຖືກ ແລະ ສະດວກສະບາຍ ເພາະມີການ ແຂ່ງຂັນກັນສູງ ບໍ່ຈຳເປັນ ຈະເດີນທາງ ຫລືສົ່ງສິນຄ້າ ຜ່ານທາງຣົຖໄຟ ຄວາມໄວສູງ ເພາະຣາຄາແພງ.

ສຳລັບນັກທ່ອງທ່ຽວ ສ່ວນໃຫຍ່ ຈະໃຊ້ສປປ ລາວ ເປັນທາງຜ່ານ ເພາະໃນລາວ ບໍ່ມີແຫລ່ງ ທ່ອງທ່ຽວ ທີ່ຫນ້າຈັບໃຈ ຄື ໄທ ຈີນ ແລະ ສິງກະໂປ ໃນບັນຫາອື່ນໆ ກໍແມ່ນວ່າ ສປປ ລາວ ຍັງບໍ່ພ້ອມ ທີ່ຈະມີຣົຖໄຟ ຄວາມໄວສູງ ໃນເວລານີ້ ເພາະຈະເຮັດໃຫ້ ສປປລາວ ຕິດຫນີ້ ຫລາຍຂື້ນ.

ໂຄງການຣົຖໄຟ ຄວາມໄວສູງ ລາວ-ຈີນ ຈະມີການ ໂຍກຍ້າຍ ປະຊາຊົນ ເກືອບຮອດ 1000 ຄອບຄົວ ແລະ ປະຊາຊົນ ຫລາຍຄົນ ຜູ້ທີ່ຈະຖືກ ໂຍກຍ້າຍນັ້ນ ກໍຍັງກັງວົນວ່າ ຕົນຈະໄດ້ຄ່າ ຊົດເຊີຍ ສົມເຫດສົມຜົລ ຫລືບໍ່ ແລະ ຈະຖືກຍ້າຍ ໄປຢູ່ໃສ  ຊື່ງໂຄງການນີ້ ຈະຖືກວາງ ຫີນ ສີລາລຶກ ໃນຊ່ວງກອງປະຊຸມ ອາເຊັມ ໃນວັນທີ 5-6 ພຶສຈິກາ ທີ່ ນະຄອນຫລວງ ວຽງຈັນ.



__________________
Anonymous

Date:
RE: ນັກວິຊາການ ຕ່າງຊາດ ເວົ້າວ່າ ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ບໍ່ກຸ່ມຄ່າ ໃນການ ລົງທຶນ ສໍາລັບ ສ
Permalink   
 


ຖ້າຢືມເງິນມາສ້າງໂຮງຮຽນໂຮງໝໍ ຈີນຈະໃຫ້ຢືມບໍ່? ຂ້ອຍວ່າເຂົາຄົງບໍ່ໃຫ້ດອກ !

__________________
Anonymous

Date:
Permalink   
 

Anonymous wrote:

ຖ້າຢືມເງິນມາສ້າງໂຮງຮຽນໂຮງໝໍ ຈີນຈະໃຫ້ຢືມບໍ່? ຂ້ອຍວ່າເຂົາຄົງບໍ່ໃຫ້ດອກ !


 ຝັນເອົາວ່າຈີນຈະໃຫ້ຢືມເພາະມັນບໍ່ມີຜົນໄດ້ຫຍັງເລີຍ.



__________________
Anonymous

Date:
Permalink   
 

ໃຫ້​ບໍ​ລິ​ສັດ​ຍີ່​ປຸ່ນ​ມາ​ສ້າງ ໂດ​ຍ​ນຳ​ໄຊ້​ເຕັກ​ນິກ​ຍີ່​ປຸ່ນ​ຊິບໍ່​ດີ​ກ່​ວາ​ຫວາ ສ້າງ​ແຕ່​ຫຼວງ​ພະ​ບາງ​ຈົນ​ຮອດ​ປາ​ເຊ​ພຸ້ນ ຕາມ​ທີ່​ສັງ​ເກ​ດ​ເຫັນ​ວ່າ​ທາງ​ການ​ຈີນ​ມີ​ການ​ປ່ຽນ​ແປງ​ຕະ​ຫຼອດ​ເວ​ລາ ແລ້ວ​ມັນ​ຈະ​ໄປ​ລອດ​ຢູ່​ບໍ



__________________
Anonymous

Date:
Permalink   
 

Anonymous wrote:

ໃຫ້​ບໍ​ລິ​ສັດ​ຍີ່​ປຸ່ນ​ມາ​ສ້າງ ໂດ​ຍ​ນຳ​ໄຊ້​ເຕັກ​ນິກ​ຍີ່​ປຸ່ນ​ຊິບໍ່​ດີ​ກ່​ວາ​ຫວາ ສ້າງ​ແຕ່​ຫຼວງ​ພະ​ບາງ​ຈົນ​ຮອດ​ປາ​ເຊ​ພຸ້ນ ຕາມ​ທີ່​ສັງ​ເກ​ດ​ເຫັນ​ວ່າ​ທາງ​ການ​ຈີນ​ມີ​ການ​ປ່ຽນ​ແປງ​ຕະ​ຫຼອດ​ເວ​ລາ ແລ້ວ​ມັນ​ຈະ​ໄປ​ລອດ​ຢູ່​ບໍ


 ໃນປີ 1974 ຣັຖະບາລລາວປະສົມໄດາສືບຕໍ່ ໂຄງການສ້າງຖນົນເລຂທີ່ 13 ແລະ ເສັ້ນທາງຣົຖໄຟແຕ່ຫລວງພຣະບາງລົງເຖິງເມືອງໂຂງແຂວງສີ່ພັນດອນ

ກັບຍີ່ປຸ່ນກັບອົສເຕຣເລັຍ ແຕ່ໂຄງການເຫຼົ່ານັ້ນຖືກທຳລາຍໄປພ້ອມກັບການປ່ຽນແປງຣະບອບການປົກຄອງຂອງປະເທດ. ສປປ ລາວອາດຄິດວ່າເປັນໂຄງ

ການທີ່ບໍ່ສຳຄັນຈຶ່ງບໍ່ສານຕໍ່ ປຣາແຈັກ ໂຕນີ້, ມີແຕ່ສຸມໃສ່ເຂື່ອນຜບິດໄຟຟ້າແລະຂຸດຄົ້ນບໍ່ຄຳເທົ່ານັ້ນ. ຄັນຊັ້ນລາວາຮົາມີທາງຣົຖໄຟແຕ່ເໜືອເຖິງໃຕ້ແລ້ວ

ປານນີ້ ແລະຖນົນເລຂທີ 13 ກໍຄົງເປັນ ຊຸບເປີໄຮເວ ໄປແລ້ວເຊັ່ນກັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard