ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນັກດື່ມເຫຼົ້າຕອນເລີກຮຽນ
Anonymous

Date:
ນັກດື່ມເຫຼົ້າຕອນເລີກຮຽນ
Permalink   
 


ນັກດື່ມເຫຼົ້າຕອນເລີກຮຽນ

f-student-drinkers

ຊາວລາວ ໃນ ນະຄອນຫຼວງ ວຽງຈັນ ກັງວົນ ນໍາເຣື່ອງ ສະຖານທີ່ ບັນເທີງ ຮ້ານກິນດື່ມ ທີ່ຂາຍເຫຼົ້າ ໃຫ້ເດັກນ້ອຍ ນັກຮຽນ ແຖມຍັງໃຫ້ ບໍຣິການ ດື່ມເຫລົ້າ ໄດ້ຢ່າງສະບາຍ

ນະໂຍບາຍ ເພີ້ມຂຍາຍ ອຸດສາຫະກັມ ທ່ອງທ່ຽວ ຂອງຣັຖບານ ຮ້ານບັນເທີງ ກິນດື່ມ ຄາຣາໂອເກະ ກໍມີຫລາຍ ເພີ້ມຂຶ້ນ ທັງໄດ້ຖືກປັບປຸງ ໃຫ້ທັນສໄມ ຫລາຍຂຶ້ນ ກວ່າແຕ່ກ່ອນ. ສະຖານທີ່ບັນເທີງ ເຫລົ່ານັ້ນ ໄດ້ກັບໄປດຶງດູດ “ນັກດື່ມເສື້ອຂາວ” ຫລືເດັກນ້ອຍນັກຮຽນ ຫລາຍຂຶ້ນ ແລະ ອາຍຸສະເລັ່ຍ ຂອງນັກດື່ມໜ້າໃໝ່ ກໍເຫັນວ່າ ຕໍ່າລົງເລື້ອຍໆ ຮວມທັງນັກຮຽນ ຈາກ ມ.6 ມ.7. ຊາວນະຄອນຫລວງ ວຽງຈັນ ໄດ້ເວົ້າກັບ ວິທຍຸ ເອເຊັຍເສຣີ ກ່ຽວກັບ ເຣື່ອງນີ້ວ່າ:

”ສ່ວນຫຼາຍໜີ້ ແມ່ນພວກເດັກນ້ອຍ ມັທຍົມໄດ໋ ພາກັນ ມາກິນເຫຼົ້າ ກິນເບັຽ ຢູ່ແຖວນີ້ ມ.6 ມ.7 ນີ້ແຫຼະ ແລງໆວັນສຸກໜີ້ ສາມໂມງສີ່ໂມງ ແມ່ນເຕັມແຫຼະ ໃສ່ເສື້ອຂາວ ເຕັມເພືອບ”.

ຊາວນະຄອນຫລວງ ວຽງຈັນ ຜູ້ນີ້ ເວົ້າຕໍ່ອີກວ່າ ບໍ່ເຂົ້າໃຈເປັນຫຍັງ ຮ້ານບັນເທີງ ກິນດື່ມ ຈຶ່ງປ່ອຍໃຫ້ເດັກນ້ອຍ ໃນວັຍຮຽນໃຊ້ ບໍຣິການກິນດື່ມ ທັ້ງໆທີ່ຮູ້ວ່າ ການປ່ອຍໃຫ້ ເດັກນ້ອຍເຂົ້າ ໄປກິນດື່ມນັ້ນ ມັນຜິດກົດໝາຍ.

ຊາວລາວຫລາຍໆຄົນ ມີຄວາມເປັນຫ່ວງ ກ່ຽວກັບເຣື່ອງນີ້ ຫລາຍພໍສົມຄວນ ດ້ວຍເຫດນີ້ ຈຶ່ງຢາກຝາກ ຄວາມເຖິງ ເຈົ້າໜ້າທີ່ ຮັບຜິດຊອບສະເພາະ ໃຫ້ເອົາມາຕການ ເຂັ້ມງວດ ກວດກາ ປ້ອງກັນບໍ່ໃຫ້ ເດັກນ້ອຍ ໃຊ້ສະຖານທີ່ ບັນເທີງ ກິນດື່ມ ຂອງມຶນເມົາ. ຖ້າຫາກຍັງ ປ່ອຍປະລະເລີຍ ຢູ່ແບບນີ້ ຈະເຮັດໃຫ້ເດັກນ້ອຍ ຜູ້ທີ່ຈະຮັບ ຜິດຊອບຕໍ່ ອະນາຄົດ ຂອງ ປະເທດຊາດ ເສັຍອະນາຄົດ ຕິດເຫຼົ້າ ເປັນໄພສັງຄົມ ຕໍ່ໄປ ໃນພາຍພາກໜ້າ ປະເທດ ຈະເສັຍຜູ້ນໍາ ທີ່ດີມີ ຄຸນນະພາບ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard