ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣົດມື 2 ຕ້ອງຫ້າມ ເຂົ້າລາວ
Anonymous

Date:
ຣົດມື 2 ຕ້ອງຫ້າມ ເຂົ້າລາວ
Permalink   
 


ຣົດມື 2 ຕ້ອງຫ້າມ ເຂົ້າລາວ

f-used-trucks

ຣົດບັນທຸກ ມືສອງ ຫລາຍຮ້ອຍຄັນ ຍັງຄ້າງຢູ່ ສົ້ນຂົວ ມິຕພາບ ລາວ-ໄທ ທີ່ ເມືອງທ່າແຂກ ແຂວງຄໍາມ່ວນ.

ປັດຈຸບັນ ຣົດບັນທຸກ ຂນາດນ້ອຍ ມືສອງ ຈາກ ປະເທດເກົາຫລີໃຕ້ ທີ່ນັກ ທຸຣະກິດລາວ ນໍາເຂົ້າມາ ຫລາຍຮ້ອຍຄັນ ເພື່ອຈໍາໜ່າຍ ຂາຍຕໍ່ນັ້ນ ຍັງຈອດຢູ່ ບໍຣິເວນ ຂົວ ມິຕພາບ ລາວ - ໄທ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ຍ້ອນວ່າ ຣັຖບານລາວ ຍັງບໍ່ມີ ອະນຸຍາດໃຫ້ນໍາ ຣົດມືສອງ ເຂົ້າມາໃຊ້ ໃນລາວ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ແຂວງຄໍາມ່ວນ ທ່ານນຶ່ງ ເວົ້າວ່າ:

"ເປັນຣົດ Hyundai ຂອງເກົາຫລີ 300-400 ຄັນພຸ້ນ ແຫລະ ຣົດເອົາເຂົ້າມາ ເປັນຣົດມືສອງ ເຖົ້າແກ່ຄົນລາວ ໄປເຫັນ ຢູ່ເກົາຫລີຫຼາຍ ແລ້ວກໍເລີຍຊື້ເຂົ້າມາ ເພີ່ນຈະເອົາມາຂາຍ ແລ້ວທາງ ຣັຖບານ ເພີ່ນຫ້າມ ເປັນຣົດມືສອງເກົ່າ ເພີ່ນເລີຍ ຢາກຫ້າມນໍາເຂົ້າມາ".

ທ່ານເວົ້າ ຕໍ່ໄປວ່າ ນັກທຸຣະກິດ ຊື້ຣົດນັ້ນເຂົ້າມາ ໃນຣາຄາຄັນລະ ປະມານ 1,000 ໂດລາ ສະຫະຣັດ ໂດຍທີ່ບໍ່ຮູ້ວ່າ ຣັຖບານ ຫ້າມບໍ່ໃຫ້ ນໍາຣົດມືສອງ ຈາກ ຕ່າງປະເທດ ເຂົ້າມາໃຊ້ ໃນລາວ.

ປັດຈຸບັນ ນັກທຸຣະກິດ ກໍາລັງວິ້ງເຕັ້ນ ແລ່ນໜັງສື ຂໍເອົາຣົດດັ່ງກ່າວ ມາຂາຍໃນປະເທດ ໃນຂນະດຽວກັນ ທາງບໍຣິສັດ ທີ່ຂາຍຣົດໃຫ້ນັ້ນ ກໍໄດ້ປະຕິເສດ ທີ່ຈະຊື້ຣົດ ນັ້ນຄືນ. ເພື່ອຄວາມ ກະຈ່າງແຈ້ງ ຜູ້ສື່ຂ່າວ ໄດ້ຕິດຕໍ່ໄປຍັງ ກະຊວງ ໂຍທາທິການ ແລະຂົນສົ່ງ ທີ່ນະຄອນຫລວງ ວຽງຈັນ ແຕ່ທາງເຈົ້າໜ້າທີ່ ບໍ່ສາມາດເວົ້າ ກ່ຽວກັບເຣື່ອງ ທີ່ວ່ານັ້ນ ໃຫ້ຮູ້ໄດ້.



__________________
Anonymous

Date:
Permalink   
 

ກົດໝາຍໃນລາວປ່ຽນແປງຕະລອດເວລາ ຖ້າຢາກເປັນນັກທຸຣະກິດທີ່ດີຄວນໃຊ້ເວລາຕິດຕາມຂ່າວ.[spoiler]

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard