ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຈີນຈະບໍ່ຮ່ວມລົງທຶນ ກັບລາວ ໃນໂຄງການກໍ່ສ້າງ ທາງລົດໄຟ ຄວາມໄວສູງ
Anonymous

Date:
ຈີນຈະບໍ່ຮ່ວມລົງທຶນ ກັບລາວ ໃນໂຄງການກໍ່ສ້າງ ທາງລົດໄຟ ຄວາມໄວສູງ
Permalink   
 


ຈີນຈະບໍ່ຮ່ວມລົງທຶນ ກັບລາວ ໃນໂຄງການກໍ່ສ້າງ ທາງລົດໄຟ ຄວາມໄວສູງ

6565E064-8B40-432B-A20E-D418DF70255B_w640_r1_s.jpg

87a9k8f7kahg5jk6aba7a.jpg

ທາງການລາວກັບຈີນ ຈະປ່ຽນຮູບແບບຂອງການເປັນຮຸ້ນ
ສ່ວນ ໃນການລົງທຶນເພື່ອກໍ່ສ້າງທາງ ລົດໄຟຄວາມໄວສູງ
ໃນລາວ ໂດຍທີ່ຝ່າຍຈີນຈະຂໍເປັນຜູ້ສະໜັບສະໜຸນດ້ານ
ເງິນກູ້ພຽງສະຖານະດຽວ.

ອິງ​ຕາມ​ລາຍ​ງານ​ທີ່​ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​
ນາຍົກລັດ​ຖະມົນຕີ ຜູ້​ຊີ້​ນໍາ​ວຽກ​ງານ​ດ້ານ​ເສດຖະກິດ​ຂອງ​
ລັດຖະບານ​ລາວ ​ໄດ້​ຖະ​ແຫຼ​ງຕໍ່​ກອງ​ປະຊຸມ​ສະ​ໄໝ​ວິສາມັນ
​ຂອງ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ່ 7 ທີ່​ໄດ້​ຈັດ​ຂຶ້ນຢ່າງ​ເປັນ​
ທາງການ​ໃນ​ວັນ​ທີ່ 18 ຕຸລາ​ທີ່​ຜ່ານ​ມາ​ນັ້ນ​ວ່າ​ ຈະ​ມີ​ການ​
ປັບ​ປ່ຽນ​ຮູບ​ແບບ​ຂອງ​ການ​ເປັນຮຸ້ນ​ສ່ວນ​ໃນ​ໂຄງການ​ກໍ່
ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ລະຫວ່າງ​ລາວ​ກັບ​ຈີນ​ໃນ​ໝໍ່ໆ ນີ້.

ທັງ​ນີ້​ກໍ​ເພ​າະວ່າ​ ພາຍຫຼັງ​ຈາກ​ທີ່​ຝ່າຍ​ຈີນ​ໄດ້​ທໍາ​ການ​ສຶກສາ
​ຄວາມ​ເປັນ​ໄປ​ໄດ້ ​ແລະອອກ​ແບບ​ການ​ກໍ່ສ້າງລົດ​ໄຟ​ດັ່ງ
ກ່າວສໍາ​ເລັດ​ແລ້ວ​ນັ້ນ ກໍ​ປາກົດ​ວ່າ​ທາງ​ການ​ຝ່າຍຈີນ​ຕ້ອງ​
ປະ​ສົບ​ກັບ​ບັນຫາ​ກ່ຽວ​ກັບ​ການ​ຫາ​ກຸ່ມ​ບໍລິສັດຂອງ​ຈີນ ​ທີ່​ຈະ
​ເຂົ້າມາ​ລົງທຶນ​ໃນ​ໂຄງການ ​ແລະ​ສາ​ເຫດທີ່​ເຮັດ​ໃຫ້​ເກີດ
​ສະພາບ​ການ​ດັ່ງກ່າວ​ກໍ​ຍ້ອນ​ວ່າ ​ຕ້ອງ​ໃຊ້ເວລາ​ຍາວ​ນານ
​ເຖິງ 38 ປີ ຈຶ່ງ​ຈະ​ສາມາດ​ຈັດ​ເກັບ​ລາຍ​ຮັບ​ໄດ້​ຕາມ​ການ​ລົງທຶນ​ໄປນັ້ນ​ໄດ້​ຢ່າງ​ຄົບ​ຖ້ວນ​ນັ້ນ​ເອງ.

ດ້ວຍ​ເຫດນີ້ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ຝ່າຍ​ຈີນ​ໄດ້​ນໍາ​ສະ​ເໜີ​ຕໍ່​ທາງ​ການ​ຝ່າຍ​ລາວ​ວ່າ ຖ້າ​ຫາກ​ທາງ​ການ​ລາວ​ຍັງ​ຕ້ອງການ​ທີ່​ຈະລົງທຶນ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ ສູງດັ່ງກ່າວ​ຕໍ່​ໄປ ກໍ​ມີ​ທາງ​ເລືອກ​ຢູ່​ທາງ​ນຶ່ງ​ຊຶ່ງ​ກໍ​ຄື​ການ​ກູ້​ຢືມ​ເງິນ​ທຶນ​ຈາກ​ທະນາຄານ ​ເພື່ອ​ການ​ສົ່ງ​ອອກ​ແລະ​ນໍາ​ເຂົ້າຂອງ​ຈີນ ທີ່​ສາມາດ​ຕອບ​ສະໜອງ​ການ​ກູ້​ຢືມ​ດັ່ງ​ກ່າວ​ໄດ້​ທັງ 100% ​ເຕັມ ກໍ​ຄື​ໃນ​ມູນ​ຄ່າ 7,000 ລ້ານ​ໂດ​ລາ.

ຫາກ​ແຕ່​ວ່າການ​ກູ້​ຢືມ​ດັ່ງກ່າວ​ກໍ​ມີ​ເງື່ອນ​ໄຂ ​ທີ່​ລັດຖະບານ​ລາວ​ຈະ​ຕ້ອງ​ປະຕິບັດ​ຕາມ​ຢູ່ 4 ປະການດ້ວຍ​ກັນ​ ຄື ການ​ສ້າງ​ຕັ້ງ​ບໍລິສັດ​ຂຶ້ນມາ​ບໍລິຫານ​ໂຄງການ​ ແລະ​ມີສະຖານະພາບ
​ເປັນ​ລູກ​ໜີ້​ຂອງ​ທະນາຄານ​ຈີນ ​ໂດຍ​ລັດຖະບານ​ລາວ​ຈະ​ຕ້ອງ​ຄໍ້າປະກັນ ​ເງິນ​ກູ້​ຢືມ​ທັງ 100% ພ້ອມ​ດອກ​ເບ້ຍ​ໃນ​ອັດຕາ 2% ຕໍ່​ປີ​ເປັນ​ເວລາ 30 ປີ​ ​ໂດຍ ມີ​ໄລຍະ​ປອດ​ການ​ຊໍາລະ​ໜີ້​ໃນ 10 ປີ​ທໍາ​ອິດ ພ້ອມ​ກັນ​ນີ້ ການ​ຄໍ້າປະກັນ​ເງິນ​ກູ້ດັ່ງກ່າວ​ກໍ​ຍັງ​ລວມ​ເຖິງ​ລາຍ​ຮັບ​ແລະ​ຊັບ​ສິນ​ທັງ​ ໝົດ​ໃນ​ໂຄງການ ຕະຫຼອດ​ຈົນ​ການ ທີ່​ລັດຖະບານ​ລາວ​ຍັງ​ຈະ​ຕ້ອງ​ຄໍ້າປະກັນ​ດ້ວຍ​ລາຍ​ຮັບ​ຈາກ​ບໍ່​ແຮ່ 2 ​ແຫ່ງ ທີ່​ເປັນ​ການ​ລົງ​ທຶນ​ຂອງ​ຈີນ​ຢູ່​ໃນ​ລາວ​ອີກ​ດ້ວຍ ​ໂດຍ​​ໃນ​ທີ່​ນີ້​ກໍ​ໝາຍ​ເຖິງ​ບໍ່​ແຮ່​ຄໍາ ​ແລະ ທອງ​ແດງ​ຢູ່​ເຊ​ໂປ​ນກັບ​ບໍ່​ແຮ່​ບ໊ອກ​ໄຊ້ຢູ່​ຈໍາປາ​ສັກ​ນັ້ນ​ເອງ.
 
​ແຕ່​ຢ່າງ​ໃດ​ກໍ​ຕາມ​ຈົນ​ເຖິງ​ຂະນະ​ນີ້ ກໍ​ຍັງ​ຄົງ​ບໍ່​ມີ​ຄວາມ​ຊັດ​ເຈ​ນວ່າ ​ລັດຖະບານ​ລາວຈະ​ຍອມ​ຮັບ​ເງື່ອນ​ໄຂ​ໃນ​ການ​ກູ້​ຢືມ​ດັ່ງກ່າວ​ນີ້​ຫຼື​ບໍ່ ຫາກ​ແຕ່​ກໍ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ລັດຖະບານ​ລາວ​ນັ້ນ ​ຈະ​ຍອມ​ຕາມ​ເງື່ອນ​ໄຂ​ຂອງ​ຈີນ​ແລະ​ສະພາ​ແຫ່ງ​ຊາດລາວ​ ໄດ້​ລົງມະຕິ​ຮັບຮອງ​​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເຊື່ອມ​ຕໍ່​ກັບ ​ຈີນ ​ຢ່າງ​ເປັນ​ທາງ​ການ ​ໃນ​ກອງ​ປະຊຸມ​ສະ​ໄໝ​ວິ
ສາມັນ​ຂອງ​ສະພາ​ແຫ່ງ​ຊາດ​ລາວ ​ເມື່ອ​ວັນ​ທີ່ 18 ​ຕຸລາ​ແລ້ວນີ້. ຂະນະ​ດຽວ​ກັນ ​ທາງ​ການ​ລາວ​ກໍ​ເຊື່ອ​ໝັ້ນ​ວ່າ​ໂຄງການ ດັ່ງກ່າວ​ຈະ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ກັບ​ລາວ​ໄດ້​ຢ່າງ​ຄຸ້ມ​ຄ່າ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ ສົມສະຫວາດ ​​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ:

“​ໂຄງການ​ສ້າງ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່​ລາວ-ຈີນ​ນີ້ ​ເປັນ​ເສັ້ນທາງ​ທີ່​ມີ​ຄວາມ​ໝາຍ​ປະວັດ​ສາດ​ອັນ​ຈະ​ນໍາ​ເອົາ​ຜົນ​ປະ​ໂຫຍ​ ດມາສູ່​ປະ​ເທດ​ເຮົາ​ຢ່າງ​ມະຫາສານ ພ້ອມ​ກັນ​ນັ້ນ ກະ​ເປັນ​ການ​ເຮັດ​ໃຫ້​ປະ​ເທດ​ລາວ​ເປັນ​ໃຈກາງ​ເຊື່ອມ​ຕໍ່​ກັບ​ບັນດາ​ປະ​ເທດ​ ໃນ​ອະນຸ​ພາກ​ພື້ນ​ໃຫ້​ປາກົດ​ເປັນ​ຈິງ ດ້ານ​ນຶ່ງ​ອີກ​ກະ​ເປັນ​ການ​ຍົກ​ສູງ​ບົດ​ບາດ​ອິດ​ທິພົນຂອງ​ປະ​ເທດ​​ເຮົາ ​ເພາະວ່າ​
ປະ​ເທດ​ເຮົາ​ຈະ​ເປັນ​ປະ​ເທດ​ທໍາ​ອິດ​ຢູ່​ໃນ​ເອ​ເຊຍ​ອາຄະເນ ທີ່​ມີ​ລົດ​ໄຟ​ຄວາມ​ໄວ​ສູງ​ຕາມ​ມາດຕະຖານ​ສາກົນ.”

 
​​ທາງ​ລົດ​​ໄຟ​ສະ​ເພາະ​ທີ່ຢູ່​​ໃນເຂດລາວ​ຈະ​ມີ​ລະຍະ​ທາງ​ຍາວ​ເກືອບ 420 ກິ​ໂລແມັດ ຊຶ່ງ​ຕາມ​ການ​ກໍ່ສ້າງ​ທີ່​ເຊື່ອມ​ຕໍ່​ຈາກ​ຈີນ​ຢູ່​ທີ່​ດ່ານ​ຊາຍ​ແດນ​ບໍ່​ ເຕັນ​ໃນ​ແຂວງ​ຫຼວງ​ນໍ້າ​ທານັ້ນ ຈະ​ມີ​ການ​ກໍ່ສ້າງ​ສະຖານີ​ໃຫຍ່ 7 ​ແຫ່ງ ນອກ​ນັ້ນກໍ​ຈະ​ເປັນ​ສະຖານີ​ຍ່ອຍອີກ 24 ​ແຫ່ງ. ສ່ວນ​ ສາ​ເຫດ​ທີ່​ເຮັດ​ໃຫ້ການ​ກໍ່ສ້າງ​ຕ້ອງ​ໃຊ້​ເງິນ​ທຶນ​ສູງ​ນັ້ນ ກໍ​ເນື່ອງ​ຈາກ​ວ່າ​ພື້ນ​ທີ່ ທີ່​ຈະກໍ່ສ້າງ​ທາງ​ລົດ​ໄຟ​ນັ້ນ​ເປັນ​ທັງ​ເຂດ​ພູດ​ອຍ ​ແລະ​ແມ່​ນໍ້າ​ລໍາ​ເຊ ຊຶ່ງ​ເຮັດ​ໃຫ້​ຕ້ອງ​ມີການ​ເຈາະ​ອຸ​ໂມງ​ 76 ​ແຫ່ງ ກໍ​ຄິດ​ເປັນ​ລະຍະ​ທາງ​ລວມ​ເຖິງ 195 ກິ​ໂລ​ແມັດ ​​ແລະ​ຍັງ​ຈະຕ້ອງສ້າງ​ຂົວ​ອີກ 154 ແຫ່ງ​ ຄິດ​ເປັນລະຍະ​ທາງ​ຍາວ​ລວມກັນ​ເກືອບ ​ເຖິງ 70 ​ກິ​ໂລ​ແມັດ​ດ້ວຍ​ນັ້ນ ​ໂດຍ​ການ​ກໍ່ສ້າງ​ຈະ​ຕ້ອງ​ໃຊ້​ເວລາ​ບໍ່​ໜ້ອຍ​ກວ່າ 5​ ປີ.  



__________________
Anonymous

Date:
Permalink   
 

ທາງຣົດໄຟເງິນກູ້ ຈະມີແຕ່ເສັຍ

2012-10-25

ສະມາຊິກ ສະພາ ແຫ່ງຊາດລາວ 9 ທ່ານ ອອກສຽງ ບໍ່ເຫັນພ້ອມ ໃນໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ເພາະເຫັນວ່າ ສປປ ລາວ ຈະເສັຽປຽບ ໃນທຸກດ້ານ ໃຫ້ແກ່ຈີນ.

f-lao-china-train

RFA

ໂຄງການ ສ້າງທາງຣົດໄຟ ທີ່ຈີນ ບິດເບືອນ ປ່ຽນແປງ ສແວງຫາ ແຕ່ຜົນໄດ້ ຈາກສປປລາວ ມາໂດຍຕລອດ

 

ເຖິງແມ່ນວ່າ ໃນກອງປະຊຸມ ສະພາ ແຫ່ງຊາດ ສປປ ລາວ ສມັຍວິສາມັນ ທີ່ໄດ້ຕົກລົງ ຮອງຮັບເອົາ ໂຄງການຣົຖໄຟ ຄວາມໄວສູງ ລາວ-ຈີນ ໃນວັນທີ່ 18 ຕຸລາ 2012  ດ້ວຍຄະແນນສຽງ ທີ່ຖ້ວມລົ້ນ ກໍ່ຕາມ ແຕ່ກໍຍັງມີສຽງ ຄັດຄ້ານ ຈາກສະມາຊິກ ສະພາ 9 ທ່ານ ຍ້ອນເຫັນວ່າ ໂຄງການຣົຖໄຟ ຄວາມໄວສູງ ລາວ-ຈີນ ຈະເຮັດໃຫ້ລາວ ເສັຽປຽບ ໃຫ້ຈີນ ໃນທຸກດ້ານ ດ້ວຍເຫດຜົລ ທີ່ວ່າ:

1- ນອກຈາກຈີນ ຈະຍົກເລີກ ການລົງທຶນ ຮ່ວມແລ້ວ ຈີນຍັງຈະເປັນ ເຈົ້າຫນີ້ລາຍໃຫຍ່ ຂອງສປປ ລາວ ຊື່ງຈະກົດດັນ ໃຫ້ລາວ ປະຕິບັດຕາມ ເງື່ອນໄຂທີ່ຈີນ ຕ້ອງການ. ຈີນ ຈະໄດ້ທາງຣົຖໄຟ ລ້າໆ ເພື່ອຂົນສົ່ງສິນຄ້າ ຈາກຈີນ ໂດຍບໍ່ຕ້ອງລົງທຶນ ຊ້ຳຍັງໄດ້ດອກເບັ້ຽ ຈາກເງິນກູ້ນຳອີກ ສ່ວນສປປ ລາວ ກໍຕ້ອງ ການເກັບພາສີ ຈາກການສົ່ງ ສີນຄ້າຈາກຈີນ ຜ່ານລາວ ເພາະຈີນ ເປັນຜູ້ຜລິດ ລາຍໃຫຍ່ ໃນຂົງເຂດ ຫາກປາສຈາກ ການເກັບພາສີ ຜ່ານທາງຣົຖໄຟ ສາຍນີ້ແລ້ວ ສປປ ລາວ ກໍຂາດຣາຍໄດ້ ໄປອີກ.

2- ຣັຖບານລາວ ຕ້ອງໄດ້ຄ້ຳປະກັນ ເງີນກູ້ຈາກຈີນ 100% ດ້ວຍຊັພຍາກອນ ທັມມະຊາດ ຢູ່ໃນດິນລາວ ໃນອັດຕຣາດອກເບັ້ຽ 2% ຕໍ່ປີ ໃນຣະຍະ 30 ປີ ເຖິີງແມ່ນວ່າ ຈະມີການໃຫ້ ເວລາປອດການ ຊຳຣະຫນີ້ ໃນຊ່ວງ 10 ປີ ທຳອິດ ຂອງການກູ້ເງີນ ກໍຕາມ ແຕ່ຍັງຈະຄິດໄລ່ ຕັ້ງແຕ່ປີທຳອິດ ຂອງການກູ້ຢືມ ໃຫ້ເປັນເງີນຕົ້ນ ນຳອີກ.

3- ການຄ້ຳປະກັນ ເງິນກູ້ດ່ັງກ່າວ ຂອງຣັຖບານລາວ ກໍຈະແມ່ນມາຈາກ ຣາຍຮັບສ່ວນແບ່ງ ຈາກບໍ່ແຮ່ 2 ແຫ່ງ ທີ່ຈີນລົງທຶນ ໃນລາວ ໃນນັ້ນ ກໍຫມາຍເຖິງ ບໍ່ຄຳ ແລະ ທອງແດງເຊໂປນ ຢູ່ເມືອງ ວິຣະບູຣີ ແຂວງ ສວັນນະເຂດ ແລະ ອີກແຫ່ງນື່ງ ກໍແມ່ນບໍ່ບອກໄຊ ຢູ່ແຂວງ ຈຳປາສັກ ທີ່ດົງບໍຣະເວນ ຊື່ງກໍຖືວ່າ ເປັນບໍ່ບອກໄຊ ທີ່ໃຫຍ່ ທີ່ສຸດ ໃນຂົງເຂດ ເອເຊັຽ.

ຖ້າຫາກ ຣັຖບານລາວ ຍອມຮັບເອົາເຂື່ອນໄຂ ຂອງຈີນ ກໍຫມາຍຄວາມວ່າ ຣົຖໄຟ ຄວາມໄວສູງ ໃນລາວ ຈະຕ້ອງຕົກຢູ່ ພາຍໃຕ້ ການຄວບຄຸມ ຂອງຈີນ ໂດຍຈີນບໍ່ຕ້ອງ ລົງທຶນ ດ້ວຍໂຕເອງ. ເຖິງແມ່ນວ່າ ທາງການລາວ ຈະໃຫ້ການ ຢືນຢັນວ່າ ໂຄງການຣົຖໄຟ ຄວາມໄວສູງ ຈະສ້າງປະໂຫຍດ ໃຫ້ແກ່ ສປປລາວ ໃນຣະຍະຍາວ ກໍຕາມ.



__________________
Anonymous

Date:
RE: ຈີນຈະບໍ່ຮ່ວມລົງທຶນ ກັບລາວ ໃນໂຄງການກໍ່ສ້າງ ທາງລົດໄຟ ຄວາມໄວສູງ
Permalink   
 


ຈີນໃຊ້ທາງຣົດໄຟ ໜີບລາວເອົາຊັພ

87a9k8f7kahg5jk6aba7a.jpg

ຈີນ ປ່ຽນຈາກ ເປັນຜູ້ ຮ່ວມລົງທຶນ ມາເປັນເຈົ້າໜີ້ ຂອງລາວ ຫລັງຈາກທີ່ ເຫັນວ່າ ຂໍ້ຕົກລົງ ບໍ່ໄດ້ ຕາມໃຈມັກ ຂອງຕົນ.

ຈີນ ຜີກໂຕຈາກ ການເປັນຄູ່ຮ່ວມ ລົງທຶນ ມາເປັນເຈົ້າໜີ້ ລາຍໃຫຍ່ ຂອງສປປ ລາວ ໂດຍບໍ່ຄໍານຶງ ເຖີງສີ່ງທີ່ຕ້ອງ ປະຕິບັດຕາມ ຂໍ້ຕົກລົງ ທີ່ໄດ້ເຊັນກັນ ໃນບົດບັນທຶກ ຄວາມເຂົ້າໃຈ ຫລື MOU ກ່ຽວກັບການ ຮ່ວມມື ໃນໂຄງການ ສ້າງທາງຣົດໄຟ ເມື່ອວັນທີ 7 ເມສາ 2010. ຕາມຄໍາເຫັນຂອງ ນັກສັງເກດການ.

ນັກສັງເກດການ ເວົ້າວ່າ ສາເຫດທີ່ພາໃຫ້ ຈີນ ປ່ຽນທິດທາງ ບໍ່ຮ່ວມລົງທຶນ ຫລື ເປັນຮຸ້ນສ່ວນກັບ ສປປລາວນັ້ນ ອັນສໍາຄັນທີ່ສຸດ ກໍແມ່ນຜົນທີ່ໄດ້ ຈາກການສຶກສາ ຄວາມເປັນໄປໄດ້ ຂອງໂຄງການ ທີ່ຈະເປັນໄປຕາມ ເຈຕນາ ທີ່ທາງການລາວ ຕ້ອງການນັ້ນ ມັນຈະບໍ່ເກີດ ປະໂຫຍດທີ່ຄູ້ມຄ່າ ແລະໄວວາໃຫ້ແກ່ຈີນ ໂດຍສະເພາະ ຢ່າງຍິ່ງ ກໍຄື "ຈີນ" ເຄີຍຄາດຫວັງວ່າ ຈະໄດ້ຄອບຄອງ ແລະ ສະແຫວງຫາ ຜົນປະໂຫຍດ ຈາກຜືນທີ່ດິນ ທີ່ຢູ່ພາຍໃຕ້ ໂຄງການ ທີ່ຈີນຄາດວ່າ ຕ້ອງມີເນື້ອທີ່ ທັງໝົດ ເຖິງ 840 ກິໂລແມັດ ມົນທົນ ແລະ ສັມປະທານ ເປັນເວລາ 90 ປີ ແຕ່ຕາມແຜນການ ຂອງສປປລາວ ແລ້ວນັ້ນ ໄດ້ຈັດສັນທີ່ດິນ ສໍາລັບໂຄງການນີ້ ໃນເນື້ອທີ່ພຽງ 30.5 ກິໂລແມັດ ມົນທົນ ເທົ່ານັ້ນ.

ເຖິງຢ່າງໃດກໍດີ ຝ່າຍລາວຕ້ອງການ ຢາກພັທນາປະເທດ ໃຫ້ເປັນປະເທດ ເຊື່ອມຕໍ່ທາງ ຄົມມະນາຄົມ ໃນພູມີພາຄ ຈຶ່ງໄດ້ຕັດສີນໃຈ ເລືອກເປັນຜູ້ ລົງທຶນ "ເອງ" ໂດຍຈີນ ສເນີໃຫ້ຢືມເງິນ ຈາກຈີນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard