ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບໍຣິສັດພອຍຣີ ຈະຖືກສອບສວນ
Anonymous

Date:
ບໍຣິສັດພອຍຣີ ຈະຖືກສອບສວນ
Permalink   
 


ບໍຣິສັດພອຍຣີ ຈະຖືກສອບສວນ

f-poyry

ຣັຖບານ ຟີນແລນ ຈະສືບສວນ ກ່ຽວກັບ ບົດບາດ ຂອງ ບໍຣິສັດ ພອຍຣີ ໃນໂຄງການ ເຂື່ອນ ໄຊຍະບູຣີ.

ຣັຖບານ ປະເທດຟີນແລນ ປະກາດ ກ່ຽວກັບ ແຜນການ ທີ່ຈະສືບສວນ ບົດບາດ ຂອງກຸ່ມ ພອຍຣີ ໃນໂຄງການ ເຂື່ອນໄຊຍະບູຣີ ໃສ່ແມ່ນໍ້າຂອງ ຂອງລາວ. ຕັ້ງແຕ່ ປີ 2011 ມາ, ກຸ່ມ ພອຍຣີ ມີບົດບາດ ທີ່ສໍາຄັນ ກ່ຽວກັບ ຄວາມຂັດແຍ່ງ ໃນແມ່ນໍ້າຂອງ ທີ່ເຮັດໃຫ້ ບັນດາ ຣັຖບານ 4 ປະເທດ ແມ່ນໍ້າຂອງ ຕັ້ງຄໍາຖາມ ວ່າ ຄວນຈະສ້າງ ເຂື່ອນໃສ່ ແມ່ນໍ້າຂອງ ຫລື ບໍ່.

ທ່ານ ໂອດໂຕ ບຣູອັນ, ຜູ້ຈັດການ ຈາກມູນນິທິ ໄຊ໋ເມັນພູ ໃນປະເທດ ຟິນແລນ ເວົ້າວ່າ ກຸ່ມພອຍຣີ ໄດ້ສົ່ງເສີມ ໃຫ້ ເຂື່ອນ ທີ່ມີຄວາມຂັດແຍ່ງກັນນີ້ ເດີນໜ້າ, ເຖິງແມ່ນວ່າ ປະເທດເພື່ອນບ້ານ ຈະສະແດງຄວາມເປັນຫ່ວງ ກໍຕາມ ເນື່ອງຈາກວ່າ ຜົລກະທົບ ຈາກໂຄງການເຂື່ອນນີ້ ຍັງບໍ່ທັນໄດ້ ສຶກສາ ຢ່າງເຕັມທີ່ເທື່ອ. ແລະ ວ່າ ນີ້ ເປັນຕົວຢ່າງ ອີກສ່ວນນຶ່ງ ໃນການປະພຶດ ທີ່ບໍ່ຍຸຕິທັມ ໃນການປະຕິບັດງານ ຂອງ ບໍຣິສັດ ພອຍຣີ ໃນຕ່າງປະເທດ. ເປັນເວລາ ຫລາຍປີ ທີ່ບໍຣິສັດ ພອຍຣີ ໄດ້ປະພຶດຕົນ ແບບແປກໆ ກ່ຽວກັບ ນະໂຍບາຍ ຕ່າງປະເທດ ຂອງຟີນແລນ ໃນພາກພື້ນ ເອເຊັຍຕາເວັນອອກສ່ຽງໃຕ້. ໃນຂະນະດຽວກັນ, ຍານງ ແອມມີ ທແຣນເດັມ, ອໍານວຍ ໂຄງການເອເຊັຍຕາເວັນອອກສ່ຽງໃຕ້ ຂອງ ອົງການແມ່ນໍ້າສາກົນ ເວົ້າວ່າ:

”ພອຍຣີ ກ່າວວ່າ ຣັຖບານ ລາວ ໄດ້ນັບຖື ຂໍ້ຕົກລົງ ແມ່ນໍ້າຂອງ ໃນປີ 1995. ເຖິງຢ່າງໃດ ກໍຕາມ, ມັນບໍ່ເປັນຄວາມຈິງ. ພອຍຣີ ຫລົ້ມແຫລວ ໃນການເຈຣະຈາ ກັບ ກັມມາທິການ ແມ່ນໍ້າຂອງ ແລະ ຍອມຮັບວ່າ ມີການຂັດແຍ່ງກັນ ຊຶ່ງເກີດຂຶ້ນ ໃນປັດຈຸບັນ ວ່າ  ເຂື່ອນໄຊຍະບູຣີ ຈະຖືກສ້າງຂຶ້ນ ຫລື ບໍ່. ດັ່ງນັ້ນ ພາກປະຊາສັງຄົມ ໄດ້ຮຽກຮ້ອງ ໄປຍັງ ຣັຖບານ ຟີນແລນ ເພື່ອໃຫ້ສືບສວນ ບົດບາດ ຂອງ ພອຍຣີ ໃນໂຄງການສ້າງເຂື່ອນນີ້.”

ການສືບສວນ ດັ່ງກ່າວ ມີຂຶ້ນ ພາຍຫລັງ ທີ່ມີການຮ້ອງຮຽນ ຕໍ່ຕ້ານ ບໍຣິສັດ ພອຍຣີ ໃນເດືອນມິຖຸນາ ປີ 2012 ໂດຍ 15 ອົງການ ພາກປະຊາສັງຄົມ ຈາກ 7 ປະເທດ. ການຮ້ອງຮຽນ ນັ້ນ ໄດ້ກ່າວຫາ ວ່າ ພອຍຣີ ໄດ້ລະເມີດ ການຮັບຜິດຊອບ ດ້ານທຸຣະກິຈ ທີ່ມາຕຖານ ຂອງປະເທດ ຟີແລນ ໂດຍມີສ່ວນຮ່ວມ ໃນໂຄງການ ສ້າງເຂື່ອນໄຊຍະບູຣີ, ຊຶ່ງເປັນເຂື່ອນ 1 ໃນຈໍານວນ 11 ເຂື່ອນ ທີ່ຖືກສເນີ ສ້າງ ໃນແມ່ນໍ້າຂອງ ຕອນລ່າງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard