ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ມີຄໍາຮ້ອງທຸກ ນໍ້າດື່ມ ຂາດຄຸນນະພາບ
Anonymous

Date:
ມີຄໍາຮ້ອງທຸກ ນໍ້າດື່ມ ຂາດຄຸນນະພາບ
Permalink   
 


ມີຄໍາຮ້ອງທຸກ ນໍ້າດື່ມ ຂາດຄຸນນະພາບ

ບໍຣິສັດ ຜລິດນໍ້າດື່ມ ໃນນະຄອນຫລວງ ວຽງຈັນ ບາງບ່ອນ ຜລິດນໍ້າດື່ມ ບໍ່ໄດ້ ມາຕຖານ.

ເຈົ້າໜ້າທີ່ ບໍຣິສັດ ຜລິດນໍ້າດື່ມ ໃນນະຄອນຫລວງ ວຽງຈັນ ເປີດເຜີຽວ່າ ຣະຫ່ວາງ ເດືອນກັນຍາ ຫາ ເດືອນຕຸລາ 2012 ນີ້ ມີຜູ້ບໍຣິໂພຄ ນໍ້າດື່ມ ທີ່ຜລິດຈາກ ໂຮງງານ ພາກັນຮ້ອງທຸກ ມາຍັງສະມາຄົມ ຜລິດນໍ້າດືມ ນະຄອນຫລວງ ວຽງຈັນ ວ່າ ນໍ້າດື່ມຂອງບາງ ບໍຣິສັດ ທີ່ວາງຂາຍຢູ່ ໜ້າຮ້ານຄ້າຕ່າງໆ ເປັນນໍ້າ ທີ່ບໍ່ສະອາດ ຂາດມາຕຖານ.

ກຸ່ມບໍຣິສັດ ຜລິດນໍ້າດື່ມ ຈື່ງໄດ້ ປືກສາຫາລືກັນ ເພື່ອແກ້ໄຂບໍ່ໃຫ້ ມັນເກີດຂື້ນອີກ ໂດຍແຈ້ງບັນຫາ ໄປຍັງທາງການ ກ່ຽວຂ້ອງ:

"ນໍ້າດື່ມກໍໄດ້ ສລຸບກັນແລ້ວ ແລ້ວເພິ່ນ ກໍໄດ້ແຈ້ງການຫາ ຣັຖບານ ເພິ່ນກໍວ່າ ຕ້ອງໄດ້ເຮັດ ໄດ້ແກ້ໄຂເລີຽ".

ໃນເຣື້ອງນີ້ ທ່ານວ່າ ທາງການ ໄດ້ຮັບຮູ້ນໍາແລ້ວ ກຸ່ມບໍຣິສັດ ຜລິດນໍ້າດື່ມ ໃຫ້ຂໍ້ສັງເກດວ່າ ສິ່ງທີ່ເປັນໄປໄດ້ ກໍອາດມີພໍ່ຄ້າ ຂາຍຍ່ອຍ ປອມແປງ ນໍ້າໃນກະຕຸກ ໂດຍຮ່າຍ ນໍ້າປະປາ ໃສ່ແທນ ແລ້ວນໍາໄປຂາຍ. ເຂົາມັກປອມແປງ ໃນເວລາທີ່ ການຜລິດນໍ້າ ບໍ່ພຽງພໍ. ອີກຢ່າງນື່ງ ວິທີປອມແປງ ຝາປິດກະຕຸກ ມັນກໍງ່າຍໆ.

ທ່ານອະທິບາຍ ວ່າ ປົກກະຕິແລ້ວ ເຄື່ອງຈັກ ໃນໂຮງງານ ເຄື່ອງນື່ງ ສາມາດຜລິດ ນໍ້າດື່ມ ມາຕຖານໄດ້ 1,800 ລິດ ຕໍ່ວັນ. ໃນນະຄອນຫລວງ ວຽງຈັນ ມີໂຮງງານຜລິດ ນໍ້າດື່ມ ປະມານ 40-50 ໂຮງງານ. ໃນເມື່ອນໍ້າດື່ມ ບໍ່ພໍຂາຍແລ້ວ ພໍ່ຄ້າບາງຄົນ ທີ່ຊື້ນໍ້າໄປຂາຍ ກໍອາດປອມແປງ ນໍ້າດື່ມ ທີ່ບໍ່ໄດ້ມາຕຖານ ໄປຂາຍ ກໍເປັນໄດ້.

ເຖິງຢ່າງໃດກໍດີ ເມື່ອ 2-3 ເດືອນຜ່ານມານີ້ ກະຊວງ ສາທາຣະນະສຸຂ ກວດເຫັນວ່າ ມີໂຮງງານຜລິດ ນໍ້າດື່ມ ບາງໂຮງງານ ຍັງບໍ່ສາມາດ ຜລິດນໍ້າດື່ມ ໄດ້ຕາມ ມາຕຖານ ຂອງ ກົມອາຫານ ແລະຢາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard