ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບ້ານພັກເຮືອນງາມສ້າງແລ້ວ ຊາວບ້ານລອຍແພ
Anonymous

Date:
ບ້ານພັກເຮືອນງາມສ້າງແລ້ວ ຊາວບ້ານລອຍແພ
Permalink   
 


ບ້ານພັກເຮືອນງາມສ້າງແລ້ວ ຊາວບ້ານລອຍແພ

1city.jpg

ການສ້າງບ້ານພັກ ໃນເຂດ ຫາດດອນຈັນ ເພື່ອຮັບຕ້ອນ ຜູ້ນໍາ ຕ່າງປະເທດ ທີ່ເຂົ້າຮ່ວມ ກອງປະຊຸມ ເອເຊັມ ເຮັດໃຫ້ ປະຊາຊົນ ເກືອບ 500 ຄົນ ເໝິດອາຊີພ.

ໜັງສືພິມ Telegraph ຂອງອັງກິດ ແຈ້ງວ່າ ວິລລ່າ 50 ຫລັງ ທີ່ທາງການລາວ ສ້າງຂື້ນ ຢູ່ດອນຈັນ ເພື່ອເປັນທີ່ພັກ ຂອງບັນດາ ຜູ້ນໍາ ຈາກຕ່າງປະເທດ ທີ່ເດີນທາງ
ມາຮ່ວມກອງປະຊຸມ ສຸດຍອດ ເອເຊັຽ-ຢູໂຣບ ໃນວັນທີ່ 5 ພຶສຈິກາ 2012 ນີ້ ແມ່ນສ້າງໃສ່ທີ່ດິນ ບ່ອນທໍາມາຫາກິນ ຂອງ ປະຊາຊົນ ປະມານ 102 ຄອບຄົວ ທີ່ທາງການລາວ ຕ້ອງໄດ້ ໃຫ້ໂຍກຍ້າຍ ໄປຢູ່ບ່ອນໃໝ່ ແລ້ວໃຫ້ຄ່າ ຕອບແທນ ແກ່ເຂົາເຈົ້າ ແບບບໍ່ເໝາະສົມ.

ຊາວສວນ ໃນຫາດດອນຈັນ ແຕ່ກ່ອນມີຣາຍໄດ້ ຈາກການປູກເຂົ້າ ແລະ ປູກຜັກຂາຍ ແຕ່ຫລັງຈາກ ຍ້າຍໄປຢູ່ ນອກເມືອງແລ້ວ ເຂົາເຈົ້າ ບໍ່ມີດິນປູກຝັງ ຄືເກົ່າ ແລະ ການລ້ຽງຊີພ ກໍຫຍູ້ງຍາກ ລໍາບາກຂື້ນ. ຊາວສວນຄົນນື່ງ ທີ່ຖືກໂຍກຍ້າຍ ເວົ້າວ່າ ດຽວນີ້ ເລົາບໍ່ສາມາດ ປູກເຂົ້າ ແລະ ພືດຜັກໄດ້ອີກແລ້ວ ເລົາວ່າ ບໍ່ຮູ້ວ່າຊີ່ ຫາລ້ຽງຊີພ ແບບໃດ ເພາະດິນທີ່ລາວ ເຄີຽມີ ຖືກຣັດເອົາໄປແລ້ວ.

ການຍຶດທີ່ດິນ ປະຊາຊົນ ເພື່ອໂຄງການພັທນາ ເປັນບັນຫາທີ່ ສ້າງຄວາມເດືອດຮ້ອນ ໃຫ້ຊາວລາວ ໃນປັດຈຸບັນ. ປະຊາຊົນ ສູນເສັຽ ທີ່ດິນໄດ້ກາຍເປັນ ຄົນບໍ່ມີຣາຍໄດ້ ຄອບຄົວ ຂາດສມັຕພາບ ລູກເຕົ້າບໍ່ມີ ອະນາຄົດ ແຕ່ສໍາລັບ ເຈົ້າໜ້າທີ່ລາວ ທີ່ຮັບຜິດຊອບ ໂຄງການແລ້ວ ປະຊາຊົນ ເຫັນວ່າ ພວກເພິ່ນ ມີຣາຍໄດ້ເຂົ້າຖົງ ຢ່າງງາມໆ.

ທີ່ດິນຢູ່ໃນເຂດ ດອນຈັນຕອນນີ້ ຣັຖບານລາວ ໄດ້ມອບໃຫ້ ບໍຣິສັດພັທນາ ເຄຫາສະຖານ ຂອງຈີນ ທີ່ລົງທຶນຮ່ວມກັບ ນັກທຸຣະກິດ ໃນລາວ ສັມປະທານ ເປັນເວລາ 50 ປີ ແລະ ສາມາດຕໍ໋ໄດ້ ອີກ 40 ປີ.

ຫລັງຈາກ ກອງປະຊຸມ ອາເຊັມ ສິ້ນສຸດລົງ ຄຸ້ມບ້ານພັກ ເຫລົ່ານັ້ນ ກໍຈະຖືກ ປະກາດຂາຍ ໃຫ້ແກ່ນັກ ທຸຣະກິດ ສໍາລັບຣັຖບານ ເພິ່ນກໍເວົ້າໄດ້ ຢ່າງເຕັມປາກວ່າ ມັນເປັນກຽດ ອັນສູງສົ່ງ ທີ່ຣັຖບານລາວ ສາມາດ ຮັບຕ້ອນ ບັນດາຜູ້ນໍາ ຂອງໂລກໄດ້.

f-don-chan



__________________
Anonymous

Date:
Permalink   
 

ກະດຽວວ່າເພິ່ນຊິຮັກສາໄວ້ເພື່ອຕ້ອນຮັບແຂກເມືອງໃນໂອກາດຕໍ່ໄປ.

ການທີ່ເຈົ້ານຳມາເວົ້າກັບທີ່ທາງການຖະແຫຼງຄືຕ່າງກັນແທ້?

ໃຜຕົວະປະຊາຊົນກັນແນ່?



__________________
Anonymous

Date:
Permalink   
 

Anonymous wrote:

ກະດຽວວ່າເພິ່ນຊິຮັກສາໄວ້ເພື່ອຕ້ອນຮັບແຂກເມືອງໃນໂອກາດຕໍ່ໄປ.

ການທີ່ເຈົ້ານຳມາເວົ້າກັບທີ່ທາງການຖະແຫຼງຄືຕ່າງກັນແທ້?

ໃຜຕົວະປະຊາຊົນກັນແນ່?





ບາງຄົນກໍ່ວ່າເພິ່ນຈະເຮັດເຮືອນຫຼວງໃຫ້ພະນັກງານຂັ້ນນໍາຂອງລາວຢູ່, ບາງຄົນກໍ່ວ່າເພິ່ນຈະຂາຍ
ຈິງແທ້ແນວໃດ໋ກໍ່ຕ້ອງຖ້າເບິງຕົວຈິງ.

__________________
Anonymous

Date:
Permalink   
 

 

ງ່າຍໄວ ບໍ່ພາດ
03 11 2012
 
ລາຍການພີເສດ ຕ້ອນຮັບກອງປະຊູມ ອາຊຽມ9 ທີ່ ວຈ
-Asem ຄືຫຍັງ?
-ປທ ໃດ ເປັນເຈົ້າພາບທຳອີດ? ປິ ໃດ ?
-ເປັນຫຍັງ ສປປລ ກັ້ນໄຈ ກັດແຂ້ວຂໍເປັນເຈົ້າພາບ?
-ປິ 2012 ມີ14ທປທ ບໍ່ຍອມເຂົ້າຮ່ວມ ເທື່ອອີດ ໃນປະວັດສາດ ອາຊຽມເດີ
-ປຊຊ ລາວໄດ້ຫຍັງກັບສີ່ງນີ້
-ກ່ອນກອງປະຊູມ ສື່ ໃນຕ່າງ ປທ ໃຫ້ຄວາມສົນໄຈບໍ? ມີຄຳຕອບແລ້ວ!
 
-ມີແຕ່ພວກຄົນພັກໂຈນເທົ້ານັ້ນສວຍໂອກາດໄດ້ຮັບຜົນປະໂຍດຈາກກອງປະຊູມນີ້!
-ໃຜເສັຍຫາຍທີ່ສຸດ? ຊາວລາວ500ຄົນ ທີ່ດອນຈັນເດີ ລູງ!
-ລາວອາສາສະມັກເປັນເຈົ້າພາບໃຊ້ຄວາມແຂງແຮງຕົນເອງບໍ? 
-ປທ ໃດ ຊ່ວຍເຫລືອ?
-ແມ່ຈ້າງນາງເລງ ກະຫລີພັກ ນາງບຳເລີ ນາງບໍລີການ ນາງຂັດແງ້ນລູກຫລານຈູມາລີທອງສີງ ພໍ່ເລົ້າແມງດາ ຫັວອອກ
-ລູກຄ້າຫ້ນາໄຫ່ມສາມມຶ້ສີ່ຄີນ ພົກແຕ່ ໃບຂຽວທັງນັ້ນ. ຄັກລະນໍສຸ!
 
 
-ເຫດການຫລັງ ທີ່ 5+6  ຈະມີຫຍັງເກີດຂື້ນ?
-ແບ່ງຣົດ ແບ່ງບ້ານ ແບ່ງຫລຽນໃຫ້ບັກທອງລຸນ ແລະບັກແກວບູນເກີດ
-ໂຮງແຮມ ຊີເຈັ້ງກ່ອນຫູ່ມ ຍ້ອນຫຍັງ?  ມາຟັງ ຊີບອກຄວາມຈີງ
-ຮ້ານອາຫານ ຄົນເສີບ ຄົນຄັວກິນ ຄົນລ້າງຊາມ ໃຜຮັບຜີດຊອບ?
-ຮ້ານຂາຍດອກໄມ້ ຮ້ານຂາຍເຫລົ້າຢາ ຮ້ານຂາຍນ້ຳມັນຣົດ ພັກຣັຖຊີຈ່າຍເງີນເຂົາໄດ້ດ້ວຍວີທີໃດ
-ສະຫລູບ ການຍອມເອົາຄວາມທຸກຍາກອານາຖາຂໍທານມາແຜ່ແບເປັນເຈົ້າພາບຄັ້ງນີ້ ?
 
 
 


__________________
Anonymous

Date:
Permalink   
 


ພໍ່ຕູ້ອະນຸຣັກທັມແຕກ, ທ່ານໃຊ້ຕົວອັກສອນລາວຊະນິດໃດ໋ພິມຢູ່ເວັບສຽງເສຣີຊົນລາວ ອ່ານບໍ່ໄດ້ເລີຍ
ສົງໃສທ່ານບໍ່ໄດ້ໃຊ້ຕົວອັກສອນໄຊເສດຖາໂອທີເໝືນໃນເມືອງກ່ອນ. ຖ້າພໍເປັນໄປໄດ້ ກະຣຸນາປ່ຽນຕົວ
ອັກສອນເດີທ່ານ, ຂອບໃຈ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard