ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ແມ່ຄ້າຂາຍ ຝາກມາ
Anonymous

Date:
ແມ່ຄ້າຂາຍ ຝາກມາ
Permalink   
 


ແມ່ຄ້າຂາຍ ຝາກມາ

 

ສະພາບການຄ້າຂາຍ ໃນເຂດມະຫາວິທະຍາໄລແຫ່ງຊາດ ຕອນນີ້ກຳລັງຢູ່ໃນຊ່ວງບໍ່ດີ ເຮັດໃຫ້ບັນດາແມ່ຄ້າ, ພໍ່ຄ້າ ທີ່ຫາເຊົ້າກິນຄຳ ໄດ້ຮັບຜົນກະທົບ ຜູ້ທີ່ເຄີຍເປັນຫນີ້ກໍ່ເປັນຫນີ້ຕື່ມ ແລະ ຜູ້ບໍ່ເຄີຍເປັນຫນີ້ກໍ່ເປັນ ຕາມໆ ກັນ

ສາຍເຫດມາຈາກ:

1.ການພັກຮຽນຂອງນັກສຶກສາ ມະຫາວິທະຍາໄລ ແຫ່ງຊາດ ນັບຕັ້ງແຕ່ວັນທີ 15 ເດືອນ ຕຸລາ 2012 ຮອດ ທ້າຍເດືອນ ທັນວາ ຫຼື ປະມານ 2 ເດືອນປາຍ

2. ການເພີ່ມຂຶ້ນຂອງລາຄາ ສິນຄ້າ: ປັດຈຸບັນລາຄາສິນຄ້າເພີ່ມຂຶ້ນ ເຮັດໃຫ້ຄ່າຄອງຊີບ ຂອງປະຊາຊົນເພີ່ມຂຶ້ນ

ແລະ ປັດໄຈອື່ນໆ...

ການພັກຮຽນດັ່ງກ່າວຍັງພໍຮັບໄດ້ເພາະເປັນການກະກຽມ ງານສຳຄັນຕ່າງໆ ຂອງຊາດ, ແຕ່ຕ້ອງມີການນະໂຍບາຍເລື່ອງ ການເກັບອາກອນ ຫຼື ການເສຍຄ່າຕ່າງໆ, ໃນຊ່ວງທີ່ບັນດາແມ່ຄ້າໄດ້ຮັບຜົນກະທົບ, ເປັນຕົ້ນແມ່ນ: ອາກອນຮ້ານ, ການປີ້ຕະຫຼາດ, ....ແລະ ອື່ນໆ ເຊິ່ງມັນຕິດພັນ ບໍ່ແມ່ນມານຳເກັບເອົາ ໂດຍການເອຶາພາລະຕ່າງໆ ມາໃຫ້ປະຊາຊົນ ກໍ່ຄືແມ່ຄ້າແບກຫາບ ເຊິ່ງບໍ່ຍຸດຕິທຳເລີຍ

ຜູ້ຂຽນບໍ່ໄດ້ຈົງໃຈຢາກເວົ້າໃຫ້ກັບຜູ້ຮັບຜິດຊອບ ແຕ້ຢາກສະແດງເຖິງ ສຽງປະຊາຊົນ ແມ່ຄ້າ ທີ່ໄດ້ຮັບຜົນກະທົບ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard