ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບ່ອນຫາກິນຊາວບ້ານ ປ່ຽນໂສມເປັນບ້ານພັກ
Anonymous

Date:
ບ່ອນຫາກິນຊາວບ້ານ ປ່ຽນໂສມເປັນບ້ານພັກ
Permalink   
 


ບ່ອນຫາກິນຊາວບ້ານ ປ່ຽນໂສມເປັນບ້ານພັກ

1city.jpg

ທາງການລາວ ໄດ້ຍຶດ ທີ່ດີນ ຊາວບ້ານ ມາສ້າງ ເປັນບ້ານພັກ ຂອງ ບັນດາ ຜູ້ນຳ ທີ່ເຂົ້າຮ່ວມ ປະຊຸມ ສຸດຍອດ ເອເຊັຽ ຢູໂຣບ.

ມີຊາວບ້ານ ປະມານ 500 ຄົນ ຖືກບັງຄັບ ໃຫ້ໂຍກຍ້າຍ ຈາກ ບ້ານເຮືອນ ບ່ອນທຳມາຫາກີນ ໃນເຂດ ຫາດດອນຈັນ ເພື່ອໃຫ້ຣັຖບານ ສ້າງເປັນບ້ານພັກ ຂອງຜູ້ນຳ ຈາກ ປະເທດ ເອເຊັຽ ແລະ ຢູໂຣບ ຜູ້ທີ່ເຂົ້າຮ່ວມ ປະຊຸມ ສຸດຍອດ ອາເຊັມ ເປັນເວລາ ສອງວັນ ຣະຫວ່າງ ວັນທີ 5-6 ພຶສຈິກາ 2012.

ກອງປະຊຸມສຸດຍອດ ອາເຊັຽ ຢູໂຣບ ມີຕົວແທນ ແລະ ຜູ້ນຳຈາກ 48-50 ປະເທດເຂົ້າຮ່ວມ ແລະ ກໍຈະເຊົາຢູ່ ບ້ານພັກ ທີ່ຫາກໍ່ສ້າງແລ້ວ ໃນເຂດ ຫາດດອນຈັນ ນະຄອນ ຫລວງວຽງຈັນ.

ໃນການສ້າງບ້ານ ພັກ 50 ຫລັງ ໃນສະຖານທີ່ ດັ່ງກ່າວ ຮ່ວມທັງສູນປະຊຸມ ສອງແຫ່ງນັ້ນ ທາງການລາວ ໄດ້ໂຍກຍ້າຍ ປະຊາຊົນ 102 ຄອບຄົວ ອອກຈາກເຂດ ຫາດດອນຈັນ ແລະ ຈາກທົ່ງນາ ເພື່ອສ້າງຫໍປະຊຸມ ໃຫມ່ ສຳລັບ ກອງປະຊຸມ ອາເຊັມ.

ຊາວບ້ານ ຜູ້ທີ່ເຄີຍອາສັຍ ຢູ່ຫາດດອນຈັນ ທີ່ຖືກໂຍກຍ້າຍ ໃຫ້ໄປຢູ່ບ່ອນໃຫມ່ ຫ່າງຈາກ ຫາດດອນຈັນ ປະມານ 15 ໄມສ໌ ທ່ານນື່ງເວົ້າວ່າ ບ່ອນຢູ່ໃຫມ່ ຂາດດີນທີ່ພໍຈະ ສົມບູນ ໃນການປູກຝັງ ເພື່ອລ້ຽງຄອບຄົວ ຂອງພວກຂະເຈົ້າ ດັ່ງທີ່ເຄີຍເຮັດມາ ໃນອະດີດ. ຊາວບ່້ານ ບາງຄົນ ບໍ່ໄດ້ ຮັບຄ່າຊົດເຊີຍ ແລະ ຜູ້ທີ່ໄດ້ຮັບ ກໍບໍ່ສເມີກັນ ບາງຄົນໄດ້ໜ້ອຍ ບາງຄົນກໍໄດ້ຫລາຍ ກວ່າຄົນອື່ນ.

ຣັຖມົນຕຣີ ຕ່າງປະເທດ ທ່ານນື່ງ ເວົ້າວ່າ ກອງປະຊຸມ ສຸດຍອດອາເຊັມ ເປັນເຫດການ ອັນຍີ່ງໃຫຍ່ ທີ່ໄດ້ຈັດຂື້ນ ໃນສປປ ລາວ ແຕ່ເມື່ອມາພັກຢູ່ ທີ່ດີນຊາວບ້ານ ທີ່ຖືກຍຶດ ນັ້ນ ມັນເປັນການ ຂົ່ມເຫັງ ປະຊາຊົນ ຜູ້ທຸກຍາກ.



__________________
Anonymous

Date:
Permalink   
 

ປະມຸກຣັຖ, ຫົວໜ້າຣັຖບານແລະຜູ່ແທນທີ່ໄປພັກເຊົາຢູ່ບ້ານພັກເຫຼົ່ານັ້ນກໍ່ນອນຫຼັບຢູ່ຫວາ
ເມື່ອຮູ້ວ່າເພິ່ນນອນເທິງຄວາມທຸກຂອງປະຊາຊົນຜູ່ບໍ່ມີສິດຮ້ອງທຸກຕໍ່ຣັຖບານຂອງຕົນ?

__________________
Anonymous

Date:
Permalink   
 

ລໍຟັງຂ່າວຕໍ່ໄປເດີ້ພີ່ນອ້ງຊາວລາວ ວ່າບ້ານພັກລາຄາ ສອງສາມລ້ານນີ້,ຈະຕົກໄປຢູ່ໃນກຳມືຜູ້ນຳພັກລັດຄົນໃດ ?

ລ້ວມທັງພາຫານະຕ່າງໆ ທີ່ເຂົ້າມາຮັບໃຊ້ໃນກອງປະຊຸມ, ຫລັງຈາກກອງປະຊຸມຈົບລົງແລ້ວ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard