ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ອາເຊັມສລຸບກອງປະຊຸມ ຄັ້ງທີ 9
Anonymous

Date:
ອາເຊັມສລຸບກອງປະຊຸມ ຄັ້ງທີ 9
Permalink   
 


ອາເຊັມສລຸບກອງປະຊຸມ ຄັ້ງທີ 9

f-asem

ວັນສລຸບ ກອງປະຊຸມ ສຸດຍອດ ຜູ້ນໍາ ເອເຊັຽ-ຢູໂຣບ ທີ່ ນະຄອນຫລວງ ວຽງຈັນ

ຜູ້ນໍາເອເຊັຽ ແລະ ຜູ້ນໍາຢູໂຣບ ສລຸບກອງປະຊຸມ ສຸດຍອດ 2 ວັນ ໃນຕອນບ່າຍ ຂອງ ວັນອັງຄານນີ້ ທີ່ນະຄອນຫລວງ ວຽງຈັນ ຫລັງຈາກໄດ້ ສົນທະນາບັນຫາ ພູມີພາກ ແລະ ບັນຫາລວມ ຂອງໂລກ ເຊັ່ນການປ່ຽນແປງ ຂອງດິນຟ້າອາກາດ ການພັທນາຍືນຍົງ ແລະ ຄວມປອດພັຍຂອງນີວເຄລັຽ.

ກອງປະຊຸມສຸດຍອດ ໄດ້ຮັບຮອງເອົາ ເອກກະສານບັນຫາ ທີ່ສົນທະນາກັນ ຈໍານວນນື່ງ ຫລັງຈາກ ໄດ້ສົນທະນາກັນ ຢູ່ໃນ 4 ວາຣະ ໃນຕອນເຊົ້າ ແລະ ຕອນບ່າຍ ຊື່ງໃນນັ້ນ ການຮ່ວມມື ສັງຄົມ-ວັທນາທັມ ແລະ ອະນາຄົດ ຂອງກຸ່ມ ເອເຊັຽ-ຢູໂຣບ ຈະໄດ້ນໍາມາ ປຶກສາຫາລືກັນ ໃນໂອກາດໜ້າ. ກອງປະຊຸມ ສຸດຍອດ ເອເຊັຽ-ຢູໂຣບ ມີຂື້ນທຸກໆ 2 ປີ ນັບແຕ່ຖືກສ້າງຕັ້ງຂື້ນ ໃນປີ 1996.

ຣາຍງານແຈ້ງວ່າ ນາຍົກຣັຖມົນຕຣີ ຍີ່ປຸ່ນ ທ່ານ  Yoshihiko Noda ທີ່ເຂົ້າຮ່ວມ ກອງປະຊຸມ ສຸດຍອດຄັ້ງນີ້ ມີກໍານົດ ພົບປະກັບ ຍານາງ ຍີ່ງລັກ ຊິນນະວັດ ນາຍົກ ຣັຖມົນຕຣີ ໄທ ຈາກນັ້ນ ທ່ານ Noda ຈະພົບກັບ ນາຍົກຣັຖມົນຕຣີ ປະເທດ ແດັນຫມາກ ທ່ານ Helle Thorning-Schmidt ແລະຈະ ພົບປະກັບ ປະທານ ປະເທດ ສປປ ລາວ ທ່ານ ຈູມມາລີ ໄຊຍະສອນ ຢູ່ນອກກອງປະຊຸມ. ຈະບໍ່ມີການ ພົບປະກັນ ຣະຫ່ວາງ ທ່ານ ໂນດາ ກັບ ທ່ານ ເຫວັນເຈັຽບາວ ນາຍົກ ຣັຖມົນຕຣີ ຈີນ. ທ່ານ ໂນດາ ໄດ້ພົບປະແບບ ສອງຝ່າຍ ກັບຜູ້ນໍາ ລາວ ກໍາພູຊາ ໂປແລັນ ສະຫະພາບ ຢູໂຣບ ແລະ ປະທານາທິບໍດີ ຟີລິບປິນ ແລ້ວ ເມື່ອວັນອາທິດ ແລະ ວັນຈັນຜ່ານມາ.

ການສົນທະນາ ໃນກອງປະຊຸມ ສຸດຍອດ ຂອງວັນຈັນ ແມ່ນສຸມໃສ່ ການຮັດແໜ້ນ ຄວາມຮ່ວມມື ຣະຫ່ວາງ ສອງພູມີພາກ ຢູ່ໃນ ຖ້າມກາງ ວິກິດການ ໜີ້ສີນ ໃນຢູໂຣບ.



__________________
Anonymous

Date:
Permalink   
 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard