ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຈົ້ານາຍສໍ້ຣາສ ສົມຮູ້ກຸ່ມຄ້າໄມ້
Anonymous

Date:
ເຈົ້ານາຍສໍ້ຣາສ ສົມຮູ້ກຸ່ມຄ້າໄມ້
Permalink   
 


ເຈົ້ານາຍສໍ້ຣາສ ສົມຮູ້ກຸ່ມຄ້າໄມ້

ການຕັດໄມ້ ຢູ່ ສປປລາວ ຍັງດຳເນີນໄປ ຢ່າງບໍ່ຢຸດຢັ້ງ ສ່ວນນຶ່ງ ເປັນຍ້ອນ ຄົນລາວ ແລະ ຄົນ ຕ່າງປະເທດ ສົມຮູ້ ຮ່ວມຄິດກັນ ຕັດໄມ້ ສືບຕໍ່ໄປ ເລື້ອຍໆ.

ການຕັດໄມ້ໃນລາວ ໂດຍມີນາຍໜ້າ ທີ່ເປັນຄົນລາວ ຫລື ເປັນບໍຣິສັດ ຂອງຄົນລາວ ເປັນຜູ້ວິ້ງເຕັ້ນ ຂໍອະນຸຍາດ ຈາກເຈົ້າໜ້າທີ່ ຂັ້ນສູງ ທີ່ສໍ້ຣາສບັງຫລວງ ຂອງຣັຖບານ ລາວ ແລ້ວເອົາໃບ ອະນຸຍາດ ນັ້ນໃຫ້ແກ່ ບໍຣິສັັດຕັດໄມ້ ຕ່າງປະເທດ ເປັນຜູ້ຕັດ ແລະ ຂົນອອກໄປ ປະເທດເພື່ອນບ້ານ. ຄົນລາວຜູ້ນຶ່ງ ຢູ່ແຂວງ ສວັນນະເຂດ ອະທິບາຍ ວິທີຕັດໄມ້ ຢູ່ລາວຕື່ມວ່າ:

“ສ່ວນຫລາຍກໍ ບໍຣິສັດ ຂອງລາວ ແຕ່ວ່າເນື້ອແທ້ ຄົນລາວໄປຕັດນີ່ ກໍນ້ອຍ ສ່ວນຫລາຍ ກໍມີຄົນຕ່າງປະເທດ ເຂົ້າມາ ເຂົາກໍຕັດແລ້ວ ເຂົາກໍເອົາໄປ ໂດຍກົງ ມີແຕ່ລາວ ເຮົາ ກໍແລ່ນເຊັນໜັງສື ກວດສອບໂຄຕ່າ ແລ່ນນີ່ແລ່ນນັ່ນ ໃຫ້ຂະເຈົ້າ ແຕ່ສ່ວນຫລາຍເຂົາ ກໍລວຍນຳການແລ່ນ ເຊັ່ນໜັງສື ເຮັດ ຕົວຈິງບາງເທື່ອ ກໍມີຄວາມສ່ຽງ ຫລາຍ ແຕ່ວ່າພວກນາຍໜ້າ ເຂົາກໍມີສາຍ ມີຫຍັງ”.

ຜ່ານມາ ຣັຖບານລາວ ກໍໄດ້ອອກກົດໝາຍ ຫ້າມຂາຍໄມ້ທ່ອນ ອອກຕ່າງປະເທດ ແລະຄວບຄຸມ ການຕັດໄມ້ ຢ່າງເຂັ້ມງວດ ເພື່ອປົກປັກຮັກສາ ປ່າໄມ້ ແລະຕົ້ນໄມ້ ແຕ່ປະກົດວ່າ ກົດໝາຍ ແລະ ການຄວບຄຸມທີ່ວ່ານັ້ນ ບໍ່ສັກສິດ ບໍ່ໄດ້ຜົນເລີຍ ການຕັດໄມ້ຢູ່ລາວ ຍັງດຳເນີນ ສືບຕໍ່ໄປເລື້ອຍໆ. ດັ່ງຄົນລາວ ຜູ້ດຽວກັນນັ້ນ ເວົ້າອີກວ່າ:

“ມັນກໍຢາກ ຫລ້າສວາຍໄປ ເພາະວ່າມັນຮັກສາ ບໍ່ໄດ້ ເຮົາຮູ້ສຶກວ່າ ປະເທດເຮົານີ່ ຄັ່ນເຮົາຮັກສາປ່າໄມ້ ໃຫ້ມັນດົກມັນໜານີ່ ມັນຈະສ້າງ ສິ່ງແວດລ້ອມທີ່ດີ ແຕ່ວ່າມັນບໍ່ໄດ້ ມັນກໍຕັດພໍມັນ ຂໍອະຍຸາດພໍມັນ ແລ້ວມັນກໍເຮັດໃຫ້ ຜູ້ນີ້ກໍຢາກໄດ້ ຜູ້ນັ້ນກໍຢາກໄດ້ ສຸດທ້າຍມາ ກໍເປັນ ຂະບວນການ”.

ອົງການສືບສວນ ສິ່ງແວດລ້ອມ ທີ່ມີສຳນັກງານໃຫຍ່ ຢູ່ປະເທດອັງກິດ ຣາຍງານວ່າ ປ່າໄມ້ຕົນໄມ້ ຢູ່ລາວ ຖືກທຳຣາຍຫລາຍ ໃນຣະຍະສາມສິບປີ ທີ່ຜ່ານມາ. ຜູ້ຕັດເອົາໄມ້ ຢູ່ລາວ ສ່ວນຫລາຍ ແມ່ນບໍຣິສັດ ກອງທັບວຽດນາມ. ອົງການສືບສວນ ສິ່ງແວດລ້ອມ ໄປສຳຣວດ ດ້ວຍຕົນເອງ ຖ່າຍຮູບເອົາຣົດ ຂົນສົ່ງໄມ້ ແລະ ປະກົດວ່າ ໄມ້ແຕ່ລະທ່ອນ ມີກາບໍຣິສັດ ວຽດນາມ ຕີໃສ່ທຸກໆທ່ອນ.



__________________
Anonymous

Date:
Permalink   
 

if you guys never watched it, dont miss this clip



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard