ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລູກຫລານລາວ ມີໜີ້ເພີ້ມອີກ
Anonymous

Date:
ລູກຫລານລາວ ມີໜີ້ເພີ້ມອີກ
Permalink   
 


ລູກຫລານລາວ ມີໜີ້ເພີ້ມອີກ

f-asem

ຣັຖບານ ສປປລາວ ມີໜີ້ສິນ ເພີ້ມອີກ 250 ລ້ານ ໂດລາ ສະຫະຣັດ ໃນການ ເປັນເຈົ້າພາບ ກອງປະຊຸມ ອາເຊັມ.

ເຈົ້າຫນ້າທີ່ ຂັ້ນສູງ ໃນກະຊວງ ການເງີນ ສປປລາວ ທ່ານນື່ງ ກ່າວໃນວັນທີ 5 ພຶສຈິກາ 2012 ນີ້ວ່າ ການເປັນເຈົ້າພາບ ກອງປະຊຸມ ສຸດຍອດ ອາເຊັມ ຄັ້ງທີ 9 ເຮັດໃຫ້ ສປປລາວ ຕິດຫນີ້ ຕ່າງປະເທດເພີ້ມອີກ ກວ່າ 250 ລ້ານ ໂດລາ ສະຫະຣັດ.

ຈໍານວນເງິນ ຫນີ້ສີນ ດັ່ງກ່າວ ແມ່ນຢືມມາໃຊ້ ໃນການສ້າງສາ ໂຄງຮ່າງພື້ນຖານ ປະເພດຕ່າງໆ ສຳລັບ ກອງປະຊຸມ ເຊັ່ນ ການກໍ່ສ້່າງ ຫໍປະຊຸມ ນານາຊາດ ທີ່ຫລັກ 6 ຖນົນ ໄກສອນພົມວິຫານ ປະມານ 80 ລ້ານ ໂດລາ ຢືມມາຈາກຈີນ. ໂຄງການຂຍາຍ ບ່ອນຈອດເຮືອບີນ ຢູ່ສນາມບິນ ວັດໃຕ ເພື່ອໃຫ້ສາມາດ ຮອງຮັບເຄື່ອງບິນ ຂນາດ ໃຫຍ່ໄດ້ເຖິງ 40 ລຳ ພ້ອມທັງ ອຸປກອນ ທີ່ທັນສມັຍ ຮັກສາຄວາມປອດພັຍ ປະເພດຕ່າງໆ ໂດຍການຊ່ອຍເຫລືອ ຈາກຍີ່ປຸ່ນ ປະມານ 1 ພັນ 2 ຮ້ອຍ 46 ລ້ານ ເຢັນ ແລະ ອີກສ່ວນນື່ງ ແມ່ນເງີນກູ້ຈາກ ຣັຖບານຈີນ ປະມານກວ່າ 37 ລ້ານ ໂດລາ.

ນອກຈາກນັ້ນ ກໍແມ່ນການປັບປຸງ ຖນົນຫົນທາງ 21 ສາຍ ໃນເຂດ ນະຄອນຫລວງ ວຽງຈັນ ການສ້າງບ້ານພັກ ໃຫ້ແກ່ແຂກ ທີ່ມາຮ່ວມປະຊຸມ ປະມານ 50 ຫລັງ ຢູ່ຫາດ ດອນຈັນ.

ທັງຫມົດນີ້ ເຮັດໃຫ້ ສປປລາວ ຕິດຫນີ້ ເພີ້ມຂື້ນອີກ ປະມານກວ່າ 250 ລ້ານໂດລາ ໂດຍບໍ່ໄດ້ນັບ ການຊື້ຣົຖເບັນ ແລະ ຣົຖໂຕໂຍຕາ ຫລື ຣົຖຈັກ ສຳລັບຕຳຣວດ ຮວມເຂົ້າໃນ ຈຳນວນເງີນ ດັ່ງກ່າວ.

ທາງການລາວ ຖແລງວ່າ ເປັນການລົງທຶນ ທີ່ຄຸ້ມຄ່າ ໃນການເປັນເຈົ້າພາບ ຈັດກອງປະຊຸມ ເທື່ອນີ້ ເພາະຈະຍົກພາບພົດ ຂອງລາວ ໃນຣະດັບສາກົນ ແຕ່ນັກວິເຄາະ ເວົ້າວ່າ ເປັນຫນີ້ສີນ ໂດຍທີ່ບໍ່ຈຳເປັນ ແລະ ຫລັງຈາກສິ້ນສຸດ ວຽກງານແລ້ວ ຣົຖເບັນ ກໍຈະຢາຍ ໃຫ້ກັນໃຊ້ ບ້ານພັກ ກໍອາດຈະແບ່ງ ໃຫ້ຜູ້ນຳ ຣະດັບສູງຢູ່ ຫລື ຂາຍອອກ ແບບບ້ານພັກ ທີ່ປ່າສັກ ຜູ້ທີ່ເປັນແພະ ຮັບບາບນັ້ນ ກໍແມ່ນປະຊາຊົນ ແລະ ຄົນລາວລຸ້ນຫລັງ ທີ່ຈະເປັນຜູ້ ແບກຫາມ ຫນີິ້ສິນຕໍ່ໄປ. ຫນີ້ສີນບາງຢ່າງ ອາດແລກກັບ ຊັພຍາກອນ ທັມມະຊາດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard