ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫຼຸບ ລາວໄດ້ຫຍັງແດ່ຈາກ ຈີນ ໃນຊ່ວງກອງປະຊຸມອາເຊມ
Anonymous

Date:
ສະຫຼຸບ ລາວໄດ້ຫຍັງແດ່ຈາກ ຈີນ ໃນຊ່ວງກອງປະຊຸມອາເຊມ
Permalink   
 


ສະຫຼຸບ ລາວໄດ້ຫຍັງແດ່ຈາກ ຈີນ ໃນຊ່ວງກອງປະຊຸມອາເຊມ

IMG_49299.jpg

 

 ລາວ ແລະ ຈີນ ທັງ​ສອງ​ຝ່າຍ​ໄດ້​ມີ​ການ​ລົງ​ນາມເອ­ກະ­ສານ​ຮ່ວມ​ມື​ລະ­ຫວ່າງສອງ​ປະ­ເທດ (12+1) ເມື່ອຕອນ​ເຊົ້າ​ຂອງ​ວັນ​ທີ 5 ພະ­ຈິກ 2012 ຜ່ານ​ມາ.

   ການ​ລົງ​ນາມ​ດັ່ງ­ກ່າວ​ປະ ກອບ​ມີ​ເອ­ກະ­ສານ 6 ສະ­ບັບຫລັກ ໂດຍ​ມີ​ພະ­ນະ​ທ່ານ ທອງສິງ ທຳ​ມະ​ວົງ ນາ­ຍົກ​ລັດ​ຖະ​ມົນຕີ​ແຫ່ງ ສປປ ລາວ, ພະ­ນະ​ທ່ານ ເວີນ ເຈຍ ປາວ ນາ­ຍົກ​ລັດ​ຖະມົນ­ຕີແຫ່ງ ສປ ຈີນ ເຂົ້າ​ຮ່ວມເປັນ​ສັກ­ຂີ​ພິ­ຍານ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ.

 1/ ລົງ​ນາມ​ເອ­ກະ­ສານ​ການອະ­ນຸ​ສັນ­ຍາ ວ່າ​ດ້ວຍ​ການ​ກວດ ກາ​ຊາຍ​ແດນ​ຮ່ວມ​ລາວ-ຈີນ ຄັ້ງ​ທີ 1

2/ ລົງ​ນາມເອ­ກະ­ສານ​ຫນັງ­ສື​ມອບ-ຮັບ​ອຸປະ­ກອນ​ຮັບ​ໃຊ້​ກອງ​ປະ­ຊຸມ​ອາເຊັມ​ຄັ້ງ​ທີ 9

 3/  ລົງ​ນາມ​ຮ່ວມ​ກັນ 5 ສະບັບ ໃນ​ນັ້ນ  ມີ​ສັນ­ຍາ​:

- ການ​ຮ່ວມ​ມື​ທາງ​ດ້ານເສດ­ຖະ­ກິດ-ເຕັກ­ນິກ ວ່າ​ດ້ວຍລັດ­ຖະ­ບານ ສປ ຈີນ ສະ­ຫນອງເງິນ​ກູ້​ໃຫ້​ລັດ­ຖະ­ບານ ສປປ ລາວ ຈຳ­ນວນ 60 ລ້ານ​ຢວນ,

- ເອ­ກະ­ສານ​ຮ່ວມ​ມື​ລະ­ຫວ່າງ​ລັດຖະ​ບານ ສປປ ລາວ ກັບ​ລັດ​ຖະບານ​ແຫ່ງ ສປ ຈີນ ກ່ຽວ​ກັບ ການ​ຮ່ວມ​ມື​ລົດ­ໄຟ​ລາວ-ຈີນ,

- ສັນ­ຍາ​ຂອບ ວ່າ​ດ້ວຍ ສປ ຈີນ ສະຫນອງ​ເງິນ​ກູ້​ພິ­ເສດ​ໃຫ້​ແກ່ ສປປ ລາວ​ເພື່ອ​ປະ­ຕິ­ບັດ​ໂຄງ­ການ​ສ້າງດາວ​ທຽມ​ລະ­ບົບ​ວິ­ທະ­ຍຸ, ໂທລະພາບ ແລະ ໂທລະ​ຄົມ­ມະ­ນາ­ຄົມມູນ​ຄ່າ 245 ລ້ານ​ຢວນ,

- ສັນ­ຍາວ່າ​ດ້ວຍ ສປ ຈີນ ສະ­ຫນອງ​ເງິນກູ້​ພິ­ເສດ​ໃຫ້​ແກ່​ລັດ­ຖະ­ບານ​ລາວ ເພື່ອ​ປະ­ຕິ­ບັດ​ໂຄງ­ການ​ແກ້ວ​ໄຍແສງ​ຍຸດ​ທະ​ສາດ​ໄລ­ຍະ 2 ມູນ​ຄ່າ 589,5 ລ້ານ​ຢວນ

- ແລະ ຫນັງສື​ມອບ​ຮັບ​ອຸ­ປະ­ກອນ​ຮັບ​ໃຊ້​ຫ້ອງການ​ທີ່​ລັດ­ຖະ­ບານ​ຈີນ​ມອບ​ໃຫ້ເປັນ​ຂອງ­ຂວັນ​ແກ່​ລັດ­ຖະ­ບານລາວ ມູນ​ຄ່າ 1 ລ້ານ​ຢວນ;

4/ ເປັນ​ການ​ລົງ​ນາມ​ຈຳ­ນວນ 2 ສະ­ບັບ​ກ່ຽວກັບ:

- ສັນ­ຍາ​ເງິນ​ກູ້​ພິ­ເສດ​ສຳ­ລັບ​ໂຄງການ​ກໍ່­ສ້າງ​ດາວ​ທຽມ​ລະ­ບົບວິ­ທະ­ຍຸ​ໂທລະ­ພາບ ແລະ ໂທລະຄົມ­ມະ­ນາ­ຄົມ,

- ສັນ­ຍາ​ເງິນ​ກູ້​ພິເສດ​ແກ້ວ​ໄຍ​ແສງ​ຍຸດ​ທະ​ສາດໄລ­ຍະ 2;

5/ ລົງ​ນາມ​ເອ­ກະ­ສານຮັບ­ປາກ​ກ່ຽວ​ກັບ​ທະ­ນາ­ຄານພັດ­ທະ­ນາ​ຈີນ ສະ­ຫນອງ​ເງິນ​ກູ້ໃຫ້​ແກ່​ບໍ­ລິ­ສັດ​ໄຟ­ຟ້າ​ນ້ຳ​ອູ​ມູນ​ຄ່າ 770 ລ້ານ​ໂດ​ລາ​ສະ­ຫະ­ລັດ ລະຫວ່າງ ທ່ານ ສີ​ສະ­ຫວາດ ທິຣະ​ວົງ ຜູ້­ອຳ­ນວຍ­ການ​ໃຫຍ່​ລັດວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ແລະ ທ່ານ ເຕິ້ງ ຖົງ​ຕົວ (DENG TINGDUO) ຜູ້­ອຳ­ນວຍ­ການ​ໃຫຍ່​ທະ­ນາ­ຄານ​ພັດ­ທະ­ນາ​ຈີນ

6/ ລົງ​ນາມ​ສັນ­ຍາ​ເງິນ​ກູ້ກ່ຽວ​ກັບ​ທະ­ນາ­ຄານ​ພັດ­ທະ­ນາຈີນ ສະ­ຫນອງ​ສິນ​ເຊື່ອ​ໃຫ້​ແກ່ທະ­ນາ­ຄານ​ພັດ­ທະ­ນາ​ລາວ ມູນຄ່າ 20 ລ້ານ​ໂດ​ລາ​ສະ­ຫະ­ລັດລະ­ຫວ່າງ ທ່ານ ບົວ​ລຽນ ພົມມະ​ວົງ­ສາ ຮັກ­ສາ​ຜູ້​ອຳ­ນວຍການ​ໃຫຍ່​ທະ­ນາ­ຄານ​ພັດ​ທະນາ​ລາວ ແລະ ທ່ານ ເຕິ້ງ ຖົງ​ຕົວ ອຳ­ນວຍ​ການ​ໃຫຍ່​ທະ­ນາ­ຄານພັດ­ທະ­ນາ​ຈີນ.

   ພ້ອມ​ດຽວ​ກັນ ພະ­ນະ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ​ລັດຖະ​ມົນ­ຕີ​ແຫ່ງ ສປປ ລາວ ພ້ອມດ້ວຍ​ພະ­ນະ​ທ່ານ ເວີນ ເຈຍ​ປາວ (WEN JAIBAO) ນາ­ຍົກລັດ­ຖະ­ມົນ­ຕີ ສປ ຈີນ ໄດ້​ຮ່ວມກັນ​ເປີດ​ນຳ​ໃຊ້​ໂຄງ­ການ​ກໍ່­ສ້າງຫໍ​ປະ­ຊຸມ​ແຫ່ງ​ຊາດ​ໄລ­ຍະ​ທີ 1 ຢ່າງ​ເປັນ​ທາງ​ການ ໂດຍໂຄງ­ການ​ນີ້ ເປັນ​ການ​ຊ່ວຍເຫລືອ​ຈາກ​ລັດ­ຖະ­ບານ ສປ ຈີນ.



__________________
Anonymous

Date:
RE: ສະຫຼຸບ ລາວໄດ້ຫຍັງແດ່ຈາກ ຈີນ ໃນຊ່ວງກອງປະຊຸມອາເຊມ
Permalink   
 


ພ້ອມ​ດຽວ​ກັນ ພະ­ນະ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ​ລັດຖະ​ມົນ­ຕີ​ແຫ່ງ ສປປ ລາວ ພ້ອມດ້ວຍ​ພະ­ນະ​ທ່ານ ເວີນ ເຈຍ​ປາວ (WEN JAIBAO) ນາ­ຍົກລັດ­ຖະ­ມົນ­ຕີ ສປ ຈີນ ໄດ້​ຮ່ວມກັນ​ເປີດ​ນຳ​ໃຊ້​ໂຄງ­ການ​ກໍ່­ສ້າງຫໍ​ປະ­ຊຸມ​ແຫ່ງ​ຊາດ​ໄລ­ຍະ​ທີ 1 ຢ່າງ​ເປັນ​ທາງ​ການ ໂດຍໂຄງ­ການ​ນີ້ ເປັນ​ການ​ຊ່ວຍເຫລືອລ້າ​ຈາກ​ລັດ­ຖະ­ບານ ສປ ຈີນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard