ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ແຮ່ທາຕແຂວງຄໍາມ່ວນ ກໍາລັງຖືກສົນໃຈ
Anonymous

Date:
ແຮ່ທາຕແຂວງຄໍາມ່ວນ ກໍາລັງຖືກສົນໃຈ
Permalink   
 


ແຮ່ທາຕແຂວງຄໍາມ່ວນ ກໍາລັງຖືກສົນໃຈ

ກະຊວງແຜນການ ແລະ ການລົງທຶນ ເປີດເຜີຍວ່າ ໃນປີ 2012 ທາງການ ແຂວງຄຳມ່ວນ ໄດ້ອະນຸມັດ ການສຳປະທານ ທີ່ຕົກເປັນມູນຄ່າ ປະມານ 579 ລ້ານໂດລາ ໃຫ້ແກ່ນັກລົງທຶນ ຕ່າງຊາດ ເປັນສ່ວນໃຫຍ່ ໃນການສຳຣວດ ແລະ ຂຸດຄົ້ນບໍ່ແຮ່. ດັ່ງເຈົ້າຫນ້າທີ່ ບໍ່ແຮ່ ທ່ານນື່ງເວົ້າວ່າ:

"ສ່ວນຫລາຍ ເປັນປະເພດບໍ່ແຮ່ ມູນຄ່າທັງຫມົດ 579 ລ້ານໂດລາ ຂອງລາວ ບໍ່ມີ ມີແຕ່ ຍີ່ປຸ່ນ ຈີນ ຣັຖເຊັຽ ມາເລເຊັຽ ແລ້ວກໍໄທ ວຽດນາມ".

ເຈົ້າຫນ້າທີ່ ທ່ານນີ້ ກ່າວຕໍ່ໄປວ່າ ທາງການແຂວງ ໄດ້ໃຫ້ ສຳປະທານ ໃນ 13 ໂຄງການໃນປີ 2012 ສ່ວນໃຫຍ່ເປັນ ໂຄງການຂຸດຄົ້່ນ ສຳຣວດ ແລະ ສ້າງໂຮງງານ ບໍ່ແຮ່ ເຊັ່ນ: ເກືອກາລີ ໂປຣແຕສຊ້ຽມ ເຫລັກ ກົ່ວແລະຊືນ ໂດຍຜູ້ມາລົງທຶນ ຫລາຍກວ່າຫມູ່ ແມ່ນຈີນ ມີ 3 ໂຄງການ.

ສຳລັບໂຄງການ ທີ່ໃຫຍ່ກວ່າຫມູ່ ໃນແຂວງນັ້ນ ແມ່ນໂຄງການ ເກືອກາລີ ຂອງບໍຣິສັດ Lao Kaiyuan mining ໃນເມືອງທ່າແຂກ ທີ່ມີມູນຄ່າ ການລົງທຶນ ປະມານ 177 ລ້ານໂດລາ ທີ່ມີອາຍຸ ສຳປະທານ 30 ປີ ໃນການຂຸດຄົ້ນ ແລະ ສ້າງໂຮງງານແປຮູບ.

ເຈົ້າຫນ້າທີ່ ທ່ານນັ້ນກ່າວ ເພີ້ມວ່າ ສ່ວນທີ່ທາງການ ແຂວງຄຳມ່ວນ ຕ້ອງເອົາໃຈໃສ່ ໃນອະນາຄົດ ກໍແມ່ນການ ຄວບຄຸມ ຜົລກະທົບ ຕໍ່ສີ່ງແວດລ້ອມ ທີ່ຈະຕາມມາ ຈາກ ໂຮງງານຕ່າງໆ ຍ້ອນການຜລິດ ຈາກໂຮງງານ ນັ້ນ ຈະສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ແມ່ນ້ຳລຳທານ ໃນຂົງເຂດ ລາຍໃຫຍ່.



__________________
Anonymous

Date:
Permalink   
 

No such free lunch, ເມື່ອເຂົາຊ່ວຍເຫຼືອ ເຂົາກໍ່ຍ່ອມຢາກໄດ້ສິ່ງຕອບແທນເປັນຂອງທໍາມະດາ.



__________________
Anonymous

Date:
Permalink   
 

ນ່າເສຍດາຍທີ່ບໍແມ່ນບໍລິສັດລາວເປັນຜູ້ສຳປະທານ

ນ່າກັງວົນນຳສະພາບແວດລອ້ມແນ່ນອນອາດຈະກະທົບບໍຫລາຍກໍໜອ້ຍໃນຂອບເຂດ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard