ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຜົ້ງສາລີເອົາໄມ້ໃຊ້ໜີ້
Anonymous

Date:
ຜົ້ງສາລີເອົາໄມ້ໃຊ້ໜີ້
Permalink   
 


ຜົ້ງສາລີເອົາໄມ້ໃຊ້ໜີ້

Logging-yard.jpg

ແຂວງ ຜົ້ງສາລີ ອະນຸມັດ ໂຄຕາ ຕັດໄມ້ ໃຫ້ຈີນ ເພື່ອໃຊ້ໜີ້ ໂຄງການ ລົງທຶນ ພັທນາ.

ການລົງທຶນ ຂອງຈີນ ໃນແຂວງ ຜົ້ງສາລີ ເຮັດໃຫ້ມີການ ຕັດໄມ້ຢູ່ໃນປ່າ ບໍຣິເວນ ເຂດຊາຍແດນ ຫລາຍຂື້ນ ໂດຍສະເພາະ ຢູ່ເມືອງບຸນເໜືອ ແລະ ເມືອງຜົ້ງສາລີ ເອງ ເພາະວ່າ ທາງແຂວງ ໄດ້ໃຫ້ໂຄຕາ ຂາຍໄມ້ແກ່ຈີນ ເພື່ອເປັນການ ໃຊ້ໜີ້ຄືນ ໃນໂຄງການ ທີ່ຈີນອອກເງິນ ລົງທຶນລ່ວງໜ້າ ໃຫ້ລາວ ໄປກ່ອນ. ຕາມການເປີດເຜີຽ ຂອງ ຊາວບ້ານ ໃນແຂວງ ຜົ້ງສາລີ ເມື່ອວັນທີ່ 8 ພຶສຈິກາ 2012 ນີ້:

"ອັນທີ່ວ່າໃກ້ກັບ ຊາຍແດນ ອັນນັ້ນ ໂຄຕາ ທີ່ວ່າຣັຖບານ ໄດ້ຂາຍໄມ້ໃຫ້ຈີນ ເຂົາຈະມີການ ລົງທຶນຂອງຈີນ ເຂົາມາ ແລະ ຣັຖບານ ຜົ້ງສາລີ ຈະຂາຍເອົາເປັນ ເງິນທຶນ ຂອງຣັຖ ຈີນມາລົງທຶນ ອັນໃດອັນນື່ງແລ້ວ ມັນມາລົງທຶນ ໃຫ້ກ່ອນ ແລ້ວໃຫ້ ຣັຖບານລາວ ໃຊ້ໜີ້ແທນ".

ການທີ່ຈີນ ຕັດໄມ້ ຈໍານວນຫລາຍ ໃນແຂວງຜົ້ງສາລີ ນັ້ນເຮັດໃຫ້ ປະຊາຊົນ ສົງສັຍວ່າ ເປັນຫຍັງ ຄືວ່າຕັດຫລາຍແທ້ ແມ່ນໃຜອະນຸຍາດ ໂດຍມີ ບໍຣິສັດ ຄົນລາວ

ຮ່ວມຢູ່ນໍາ ຜູ້ຕັດໄມ້ແທ້ໆ ແມ່ນຄົນຈີນ. ເລົາເວົ້າວ່າ ຄົນຈີນ ເຂົາຢາກຕັດ ໄມ້ບ່ອນໃດ ເຂົາກໍຕັດໂລດ ລາມໄປຮອດປ່າສງວນ ຂອງປະຊາຊົນ ໂດຍສະເພາະ ໃນເຂດ ຊາຍແດນ ເມືອງບຸນເໜືອ ແລະ ເຂດເມືອງ ຜົ້ງສາລີເອງ. ເມື່ອເອເຊັຽເສຣີ ຖາມໄປຍັງ ເຈົ້າໜ້າທີ່ ທາງການແຂວງ ຜແນກປ່າໄມ້ ເພິ່ນກໍ ປະຕິເສດ ວ່າບໍ່ມີມູນ ຄວາມຈິງ:

"ອັນນີ້ ບໍ່ມີຄວາມຈິງ ອັນນີ້ນະ ບໍ່ມີຄວາມຈິງ ອັນນີ້ ຂ່າວນອກ ຂະເຈົ້າ ໃສ່ຮ້າຍປ້າຍສີ ເຮົາຊື່ໆດອກ ບໍ່ມີຄວາມຈິງ ອັນນີ້ ມາເບິ່ງ ໂຕຈິງກໍໄດ້".

ເຈົ້າໜ້າທີ່ປ່າໄມ້ ກໍຍອມຮັບວ່າ ການລົງທຶນຂອງຈີນ ທີ່ເພີ້ມຂື້ນໃນແຂວງ ເຖິງແມ່ນວ່າດີ ສໍາລັບເສຖກິດ ແຕ່ກໍສົ່ງ ຜົນກະທົບ ຕໍ່ສິ່ງແວດລ້ອມ ແລະຊີວິດ ການເປັນຢູ່ ຂອງປະຊາຊົນ. ຈີນລົງທຶນ ດ້ານບໍ່ແຮ່ ແລະ ປູກຕົ້ນໄມ້ ອຸດສະຫະກັມ ຫລາຍທີ່ສຸດ ເຮັດໃຫ້ ສະພາບແວດລ້ອມ ຊຸດໂຊມ ຍ້ອນໃຊ້ ສານເຄມີ ໃນການ ປູກຕົ້ນໄມ້ ແລະ ການລ້າງ ແຮ່ທາຕ.



Attachments
__________________
Anonymous

Date:
Permalink   
 

ຖ້າໝົດໄມ້ ຈະເອົາຫຍັງໃຊ້?

__________________
Anonymous

Date:
Permalink   
 

Anonymous wrote:

ຖ້າໝົດໄມ້ ຈະເອົາຫຍັງໃຊ້?


ໄປຫາຫວຽດນາມ,ຫວຽດນາມກໍເອົາໄມ້

ໄປຫາຈີນ,ຈີນກໍເອົາໄມ້, ແລ້ວລາວຈະມີຫຍັງເຫຼືອ..............?



__________________
Anonymous

Date:
Permalink   
 

ຕົ້ນໄມ້ສາມາດປູກໄດ້ ແຕ່ບໍ່ແຮ່ໝົດແລ້ວໝົດໄປ.



__________________
Anonymous

Date:
Permalink   
 

ໃຊ້ໜີ້ໃຫ້ບໍລິສັດໃດຂອງຈີນນໍ ບໍ່ເຫັນບອກລະ

ແບບນີ້ ທາງກົດໝາຍເອີ້ນວ່າ ການໃສ່ຮ້າຍປ້າຍສີຜູ້ອື່ນ



__________________
Anonymous

Date:
Permalink   
 

Anonymous wrote:

ຖ້າໝົດໄມ້ ຈະເອົາຫຍັງໃຊ້?


    ກະຍັງແຜ່ນດິນຄຳປະກັນເດ! 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard