ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ມົລພິດ ຈາກການບຳບັດ ນ້ຳເສັຽ
Anonymous

Date:
ມົລພິດ ຈາກການບຳບັດ ນ້ຳເສັຽ
Permalink   
 


ມົລພິດ ຈາກການບຳບັດ ນ້ຳເສັຽ

f-dead-fish-khammuan


ການໃຫ້ ສຳປະທານ ຂຸດຄົ້ນ ແຮ່ທາດ ທີ່ແຂວງ ຄຳມ່ວນ ຍັງມີບັນຫາ ຕໍ່ ສະພາບແວດລ້ອມ ຫລາຍຢູ່.

ຫລັງຈາກ ທີ່ມີການ ອະນຸມັດ ສຳປະທານ ຂຸດຄົ້ນແຮ່ທາດ ແລະ ຕັ້ງໂຮງງານ ບໍ່ແຮ່ ເປັນຈຳນວນ ຫລວງຫລາຍ ທີ່ແຂວງ ຄຳມ່ວນ ຜົລທີ່ຕາມມາ ໃນປັດຈຸບັນ ກໍແມ່ນ ບັນຫາ ສິ່ງແວດລ້ອມ ທີ່ສົ່ງ ຜົລກະທົບ ຕໍ່ປະຊາຊົນ ທີ່ອາສັຍ ຢູ່ໃກ້ໂຮງງານ. ເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນື່ງ ເວົ້າວ່າ ບັນຫາ ດັ່ງກ່າວ ແມ່ນມາຈາກ ຂາດ ການຄຸ້ມຄ້ອງ. ທ່ານກ່າວວ່າ:

"ມັນມີສ່ວນ ຫລາຍກໍເປັນ ບັນຫາເຣື້ອງ ສີ່ງແວດລ່້ອມ ຈາກໂຮງງານ ຫລືວ່າ ຈາກແຫລ່ງ ຂຸດຄົ້ນ ເພາະວ່າຄຸ້ມຄອງ ຍັງບໍ່ທັນ ລະອຽດ ຍັງບໍ່ທັນ ຮັດກຸມ".

ໃນປີ 2012 ມີບໍຣິສັດ ຕ່າງຊາດ ໄດ້ຮັບສຳປະທານ ເຂົ້າມາຂຸດຄົ້ນ ແຮ່ທາດ ໃນແຂວງ ຄຳມ່ວນ ທັງຫມົດ 13 ໂຄງການ ທັງເປັນໂຄງການ ຈາກ ຍີ່ປຸ່ນ ຈີນ ຣັຖເຊັຽ ມາເລເຊັຽ ໄທ ແລະວຽດນາມ. ການເພີ້ມຂື້ນ ຢ່າງວ່ອງໄວ ຂອງໂຄງການ ເຮັດໃຫ້ ມາຕຖານ ການຄຸ້ມຄອງ ຜົລກະທົບ ຕໍ່ສິ່ງແວດລ້່ອມ ຈາກໂຄງການ ຕ່າງໆນັ້ນ ບໍ່ທົ່ວເຖິງ ຈື່ງເຮັດໃຫ້ເກີດ ມົລພິດ ໂດຍສະເພາະ ຈາກການບຳບັດ ນ້ຳເສັຽ ຊື່ງບາງໂຮງງານ ຍັງບໍ່ປະຕິບັດ ຕາມກົດຣະບຽບ ໃນການບຳບັດ ນ້ຳເສັຽ ຈາກໂຮງງານ ຂອງຕົນເທື່ອ. ເຫດການ ດັ່ງກ່າວນັ້ນ ສ້າງບັນຫາ ໃຫ້ແກ່ຊາວບ້ານ ຜູ້ທີ່ອາສັຍ ຢູ່ໃຕ້ນ້ຳ ແລະ ຝຸງປາ ຢ່າງໃຫຍ່ຫລວງ.

ຕົວຢ່າງ ທີ່ເຫັນໄດ້ ຢ່າງຊັດເຈນ ຄືບັນຫາ ມົລພິດ ຈາກໂຮງງານ ບໍ່ແຮ່ ກໍແມ່ນ ຜົລເສັຽຫາຍ ຕໍ່ສະພາບນ້່ຳ ໃນລໍານ້ຳຫວາຍ ທີ່ເກີດຈາກ ບໍຣິສັດ ເກືອກາລີ ຂອງຈີນ ຢູ່ ບ້ານດົງໃຕ້ ເມືອງທ່າແຂກ ຊື່ງໃນເດືອນ ພຶສພາ 2012 ບໍຣິສັດ ດັ່ງກ່າວ ໄດ້ປ່ອຍ ນ້ຳເສັຽ ລົງສູ່ລໍານ້ຳ ເຮັດໃຫ້ປາ ແລະ ສັດສາວາສິ່ງ ຕາຍເປັນຈຳນວນ ຫລວງຫລາຍ. ຫນ່ວຍງານ ທີ່ກ່ຽວຂ້ອງ ກໍໄດ້ລົງໄປ ແກ້ໄຂບັນຫາ ດັ່ງກ່າວ ແຕ່ກໍຍັງ ບໍ່ໄດ້ຜົລ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard