ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສັດລ້ຽງລົ້ມຕາຍນັບຮ້ອຍ ຍ້ອນຫຍັງ?


Guru

Status: Offline
Posts: 622
Date:
ສັດລ້ຽງລົ້ມຕາຍນັບຮ້ອຍ ຍ້ອນຫຍັງ?
Permalink   
 


ສັດລ້ຽງລົ້ມຕາຍນັບຮ້ອຍ ຍ້ອນຫຍັງ?

f-cattles

ສັດລ້ຽງ ຂອງ ຊາວບ້ານ ລົ້ມຕາຍ ນັບຮ້ອຍ ຢ່າງບໍ່ຮູ້ ສາເຫດ ໃນແຂວງ ສວັນນະເຂດ.

ເຈົ້າຫນ້າທີ່ ຜແນກ ຊັພຍາກອນນ້ຳ ແລະ ສິ່ງແວດລ້ອມ ແຂວງ ສວັນນະເຂດ ທ່ານນື່ງ ເວົ້າໃນວັນທີ 14 ພຶສພາ ນີ້ວ່າ ໃນຣະຍະ 2-3 ປີນີ້ ມີງົວຄວາຍ ຂອງຊາວບ້ານ ໃນເຂດ ເມືອງໄຊບູຣີ ລົ້ມຕາຍ ເປັນຈຳນວນ ຫລວງຫລາຍ ໂດຍບໍ່ຮູ້ ສາເຫດ ຈື່ງສ້າງຄວາມ ເດືອນຮ້ອນ ໃຫ້ຜູ້ ເປັນເຈົ້າຂອງ ຍ້ອນຂາດການ ດູແລ ເບີ່ງແຍງ ກວດກາ ຈາກເຈົ້າຫນ້າທີ່ ສັຕວະແພດ ປະຈຳແຂວງ. ນາງກ່າວ ໃນຕອນນື່ງ ວ່າ:

"ເມືອງໄຊບູຣີ ທັງລຸທັງຕາຍ ກະປະມານ 100 ປາຍ ນີ້ແຫລະ ມັນຕາຍ ເຮົາບໍ່ຮູ້ສາເຫດ ຂອງມັນນະ ແຕ່ວ່າ ເຮົາຊີ່ເວົ້າ ຍັງຢັ້ງຢືນບໍ່ໄດ້ ເພາະວ່າ ຄົນກວດມັນຍັງ ບໍ່ຊັດເຈນ ເທື່ອ".

ນາງກ່າວ ຕໍ່ໄປວ່າ ເບື້ອງຕົ້ນ ສາເຫດການຕາຍ ຂອງສັດ ເຫລົ່ານັ້ນ ເຈົ້າຫນ້າທີ່ ຄາດວ່າເປັນ ຍ້ອນໄປກິນຫຍ້າ ຫລື ດື່ມນ້ຳ ທີ່ປົນເປື້ອນ ໄປດ້ວຍ ສາຣເຄມີ ເຊັ່ນ ຢາຂ້າຫຍ້າ ແລະ ຂ້າແມງໄມ້ ເພາະເມືອງ ໄຊບູຣີ ເປັນເມືອງ ທີ່ຊາວ ກະສີກອນ ໃຊ້ຢາຊນີດ ດັ່ງກ່າວ ໃນການປາບ ສັດຕຣູ ພືດ.

ອາດເປັນໄດ້ ທີ່ວ່າສາຣເຄມີ ດັ່ງກ່າວ ໄດ້ໄຫລລົງ ໄປສູ່ແມ່ນ້ຳ ຫລື ທົ່ງນາ. ແຕ່ກໍເປັນການ ຄາດຄະເນຊື່ໆ ຍັງບໍ່ເປັນ ການສລຸບສາເຫດ ທີ່ແທ້ຈີງເທື່ອ.

ເຈົ້າຫນ້າທີ່ ກ່າວຕໍ່ໄປວ່າ ເພື່ອຊອກຫາ ສາເຫດ ທີ່ແທ້ຈີງ ເຈົ້າຫນ້າທີ່ ຍັງຂາດເຄື່ອງມື ກວດໂຣຄສະເພາະ ທີ່ທັນສມັຍ ແລະ ຍັງບໍ່ຮູ້ວ່າ ຈະໄດ້ເຄື່ອງມື ດັ່ງກ່າວ ມາແຕ່ໃສ ເພາະທາງການ ກໍຂາດ ງົບປະມານ ທີ່ຈະຊື້ ເມື່ອປາສຈາກ ເຄື່ອງມື ກໍເປັນການຍາກ ທີ່ຈະຮູ້ ສາເຫດ ການຕາຍ ທີ່ແທ້ຈິງໄດ້.

ນາງວ່າ ການຕາຍ ຂອງສັດລ້ຽງ ປະຊາຊົນ ຜູ້ເປັນເຈົ້າຂອງ ກໍບໍ່ໄດ້ຮັບ ການຊົດເຊີຍ ແນວໃດ ເພາະບໍ່ແມ່ນ ຄວາມຜິດຂອງໃຜ ຈື່ງພາກັນ ຣະມັດຣະວັງ ໃນການລ້ຽງສັດ ຂອງພວກຂະເຈົ້າ ຫລາຍຂື້ນ ໃນເວລານີ້ ເພື່ອບໍ່ໃຫ້ ມີການຕາຍ ເກີດຂື້ນອີກ ແຕ່ກໍຍັງ ບໍ່ແນ່ວ່າ ບັນຫານັ້ນ ຈະສິ້ນສຸດ ແລ້ວ ຫຼືຍັງ?



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard