ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊວ່ຍບອກຕໍ່ ມີຄົນຮອ້ງທຸກຈາກ ຂົວມິຕະພາບແຂວງສະຫວັນະເຂດ ເກັບເງີນ ຄ່າຜ່ານແດນ Passportເຂົ້າ 10,000kip
Anonymous

Date:
ຊວ່ຍບອກຕໍ່ ມີຄົນຮອ້ງທຸກຈາກ ຂົວມິຕະພາບແຂວງສະຫວັນະເຂດ ເກັບເງີນ ຄ່າຜ່ານແດນ Passportເຂົ້າ 10,000kip
Permalink   
 


ຊວ່ຍບອກຕໍ່ ມີຄົນຮອ້ງທຸກຈາກ ຂົວມິຕະພາບແຂວງສະຫວັນະເຂດ ເກັບເງີນ ຄ່າຜ່ານແດນ Passportເຂົ້າ 10,000kip

 

ຂພຈ ພຽ່ງຊວ່ຍເອົາມາບອກຕໍ່ ແຕ່ຄວາມຈີງເປັນແນວນັ້ນແທ້ບໍ? ຂພຈກໍ່ບໍຮູ້ເພາະບໍເຄີຍໃຊ້ບໍລິການ
ຈາກ facebook ຂອງ:
 
ບົດເລື່ອງກ່ຽວກັບການເກັບຄ່າທຳນຽມບັດຜ່ານແດນ (Passport)

ພະນັກງານຕຳຫລວດຢູ່ດ່ານສາກົນຂົວມິດຕະພາບລາວ - ໄທ ແລະ ທ່າເຮືອຂ້າມຂອງ ແຂວງສະຫວັນນະເຂດ ໄດ້ເກັບຄ່າທຳນຽມບັດຜ່ານແດນ (Passport) ເປັນຈຳນວນເງິນ 10.000 ກີບ ທັງຂາອອກ ແລະ ຂາເຂົ້າ ເຊິ່ງຕາມຫລັກການແລ້ວແມ່ນບໍ່ໄດ້ເສຍຄ່າທຳນຽມໃດໆ ເລີຍ ໃນຂະນະທີ່ດ່ານສາກົນຂົວມິດຕະພາບລາວ - ໄທຢູ່ນະຄອນຫລວງວຽງ...
ຈັນແມ່ນບໍ່ໄດ້ເກັບ ຄ່າທຳນຽມ ຂ້າພະເຈົ້າບໍ່ຮູ້ວ່າມີຫນ່ວຍງານໃດທີ່ເປັນຝ່າຍກວດສອບ ແລະ ແກ້ໄຂປະກົດການ ຫຍໍ້ທໍ້ນີ້ບໍ່ ແຕ່ຮູ້ວ່າຕອນນີ້ພະນັກງານກໍຍັງຄົງເກັບຄ່າທຳນຽມກັບພໍ່ແມ່ປະຊາຊົນຢູ່ຄືເກົ່າ ດັ່ງນັ້ນຂ້າພະເຈົ້າຈຶ່ງຂຽນບົດຄວາມນີ້ຂຶ້ນມາເພື່ອບອກຕໍ່ໃຫ້ພໍ່ແມ່ປະຊາຊົນໄດ້ຮູ້ວ່າ ບໍ່ມີຄ່າທຳນຽມສຳຫລັບບັດຜ່ານແດນແຕ່ຢ່າງໃດ (Passport)

ຈົ່ງຊ່ອຍກັນຕໍ່ຕ້ານການສໍ້ລາດບັງຫລວງນຳກັນເດີ ເພື່ອຄວາມຖືກຕ້ອງ ຄວາມສະເຫມີພາບ ແລະ ຄວາມຍຸດຕິທຳ ເພື່ອສັງຄົມອັນດີງາມ ເພື່ອຄວາມຈະເລີນຮຸ່ງເຮືອງເຫລືອງເຫລື້ອມຂອງ ປະເທດຊາດ

ກະລຸນາສົ່ງຕໍ່ບົດເລື່ອງນີ້ນຳກັນເດີ ຂໍຂອບໃຈ


__________________
Anonymous

Date:
RE: ຊວ່ຍບອກຕໍ່ ມີຄົນຮອ້ງທຸກຈາກ ຂົວມິຕະພາບແຂວງສະຫວັນະເຂດ ເກັບເງີນ ຄ່າຜ່ານແດນ Passportເຂົ້າ 10,000kip
Permalink   
 


ບອກເຂົາເຈົ້າຫລາຍເທຶ່ອລະເຂົາຍັງບໍ່ເຊົາເກັບ ກະເລີຍໃຫ້ເຂົາສະ ເຫັນຕໍ່ໜ້າຕໍ່ຕາເຂົາກະຍັງເກັບ. ພະນັກງານລັດເຂົານີ້ຈະເລີນແທ້ນໍ. ບໍ່ວ່າແຕ່ຄ່າພາສະປໍ ເຂົາຍັງເກັບຄ່າລວງເວລາອີກ. ຊໍ້າບໍ່ໜໍ່າມັນຍັງເກັບແບບສັກດີນາທີ່ສຸດໂດຍສະເພາະເອົາລົດສ່ວນຕົວຂ້າມຂົວ.

ເວົ້າໄປກະເຮັດຫຍັງບໍ່ໄດ້ດອກ ເພາະເຂົາມີໃຊ້ອຳນາດກົງຈັກລັດທາງທີ່ຜິດ. ຄັນບໍ່ເອົາພວກກິນບ້ານກິນເມຶອງນີ້ອອກ ສະຫວັນນະເຂດ ຈະກາຍເປັນເຂດນະລົກໃນ ໝໍໝໍນີ້ລະ ຊາວບ້ານເອີຍ



__________________
Anonymous

Date:
Permalink   
 

ພວກຂູດຫີດປຊຊ

ພວກຂູດຫີດ ປ ຊຊ

ພວກຂູດຫີດປຊຊ

ພວກຂູດຫີດ ປ ຊຊ

ພວກຂູດຫີດປຊຊ

ພວກຂູດຫີດ ປ ຊຊ

ພວກຂູດຫີດປຊຊ

ພວກຂູດຫີດ ປ ຊຊ

ພວກຂູດຫີດປຊຊ

ພວກຂູດຫີດ ປ ຊຊ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard