ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນໃນທ້ອງຖິ່ນໄດ້ຮັບຫຍັງແດ່ຈາກການສຳປະທານໂຄງການຄີງຄາຊິໂນ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ?
Anonymous

Date:
ຄົນໃນທ້ອງຖິ່ນໄດ້ຮັບຫຍັງແດ່ຈາກການສຳປະທານໂຄງການຄີງຄາຊິໂນ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ?
Permalink   
 


ຄົນໃນທ້ອງຖິ່ນໄດ້ຮັບຫຍັງແດ່ຈາກການສຳປະທານໂຄງການຄີງຄາຊິໂນ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ?

 

ເທົ່າທີ່ຂ້າພະເຈົ້າມີໂອກາດລົງໄປຕິດຕາມພື້ນທີ່ດັ່ງກ່າວມາກໍ່ຫຼາຍປີແລ້ວ, ຄັນຊິເວົ້າກໍ່ແມ່ນນັບແຕ່ເລີ່ມມີໂຄງການກໍ່ສ້າງມາພຸ້ນລະ!

ຈົນເທີງປະຈຸບັນເຫັນແຕ່ມີຜູ້ມາລົງທຶນເທົ່ານັ້ນທີ່ໄດ້ແບບເປັນກອບເປັນກຳ ສ່ວນປະຊາຊົນໃນທ້ອງຖີ່ນແມ່ນດິນດອນຕອນຫຍ້າທີ່ເຄີຍ

ທຳມາຫາກິນກໍ່ຈົນຈະບໍ່ມີໃຫ້ແລ້ວ ຍ້ອນພວກນາຍທຶນໂຄງການດັ່ງກ່າວຫວ່ານເງິນໃຫ້ເຈົ້ານາຍເພື່ອແລກກັບການກົດດັນໃຫ້ປະຊາຊົນ

ຢູ່ເຂດນັ້ນຈຳຕ້ອງອອກຈາກພື້ນທີ່ໆເຂົາຕ້ອງການ ທັ້ງໆທີ່ວ່າດິນດອນດັ່ງກ່າວແມ່ນປູ່ຍ່າຕາຍາຍເຂົາເຈົ້າສ້າງມາກັບຕີນກັບມືແລະ

ມີເອກະສານຄອບຄອງຖືກຕ້ອງຕາມກົດໝາຍ ແຕ່ກໍ່ຢ່າງທີ່ຮູ້ປະຊາຊົນຕາດຳໆມີພຽງສອງມືຈະເອົາຫຍັງໄປສູ້ເຂົາໄດ້ໃນເມື່ອປາກກະ

ບອກປືນມັນປີ່ນມາຫາ ອ້າປາກເວົ້າຂື້ນຄຳໃດ ກໍ່ມີສຽງປືນແຕກໂລດ ໂອ໋ຍ..ໜ້າສົງສານ, ບາດເຂດການຄຸ້ມຄອງຂອງເພີ່ນນ໋າເສັ້ນທາງ

ປານພໍຊິເອົາລີ້ນເລີຍໄດ້ ບາດເສັ້ນທາງທີ່ຈະເຂົ້າສູ່ຕົວເມືອງແທ້ໆ ໝາຍັງບໍ່ຢາກທຽວທາງນັ້ນເລີຍເກີນວ່າມັນຄັກອີ່ຫຼີເຈົ້ານາຍເພິ່ນ

ຖືກເຂົາເອົາເງິນອັດປາກອັດດັງໄວ້ກໍ່ເລີຍມືນຫູມືນຕາບໍ່ຂື້ນ

1b13e712353f64ec80efc128d4353449.jpg


  ທາງເຂົ້າເທດສະບານເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

00064f7043a1728f124c87e0f5e73a97.jpg


 ທາງຈາກທ່າເຮືອຂື້ນໄປຫາຄາຊິໂນ

5bdc10cbf966c8346698aee8b9b89edc.jpg



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard