ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຜົນຮ້າຍຈາກເຂື່ອນ ເຊກອງ 4
Anonymous

Date:
ຜົນຮ້າຍຈາກເຂື່ອນ ເຊກອງ 4
Permalink   
 


ຜົນຮ້າຍຈາກເຂື່ອນ ເຊກອງ 4

f-xayaburi

ໂຄງການ ສ້າງເຂື່ອນ ເຊກອງ 4 ທີ່ແຂວງ ເຊກອງ ຈະສົ່ງ ຜົນກະທົບ ຕໍ່ທັງ ຄົນ ແລະ ສັດ ສິ່ງແວດລ້ອມ ໃນຂົງເຂດນັ້ນ.

ເຂື່ອນ ເຊກອງ 4 ຫລັງຈາກສ້າງ ສຳເຣັດແລ້ວ ນ້ຳຈະຖ້ວມ ບໍ່ຖ່ານຫິນ ລິກໄນຕ໌ ເກົ່າ ຈະເຮັດໃຫ້ນ້ຳ ປົນກັບ ສາຣເຄມີ ໄຫລລົງສູ່ ພື້ນທີ່ຕໍ່າ ຊື່ງຈະເປັນ ອັນຕະຣາຍ ຕໍ່ ສິ່ງແວດລ້ອມ ໃນເຂດນັ້ນ. ນັກວິຈັຍ ກ່ຽວກັບ ພະລັງງານ ທ່ານນຶ່ງ ອະທິບາຍ ຣາຍລະອຽດ ຕື່ມວ່າ:

“ເມືອງກະລືມ ເນາະ ມັນຈະມີ ເໝືອງ ລິກໄນຕ໌ ທາງບໍຣິສັດ ທີ່ຈະສ້າງ ເຂື່ອນ ຈະເອົາລິກໄນຕ໌ ອອກກ່ອນ ຫລັງຈາກ ເອົາລິກໄນຕ໌ ອອກກ່ອນແລ້ວ ຈະສ້າງ ເຂື່ອນເຊກອງ ເຂື່ອນທີ່ 4 ແລ້ວ ບັນຫາຄື ນ້ຳເຊກອງ ໄຫລຜ່ານ ເມືອງເຊກອງ ແລະ ໄຫລຜ່ານ ເມືອງອັດຕະປີ ແລ້ວລອງຄິດ ເບິ່ງວ່າ ນ້ຳທີ່ຖ້ວມ ເໝືອງເກົ່າ ຄົນຢູ່ເຊກອງ ຄົນຢູ່ ອັດຕະປື ຜົນກະທົບ ມັນສິມີຫລາຍ”.

ຖ່ານຫິນລິກໄນຕ໌ ເປັນຖ່ານຫິນ ທີ່ເປິເປື້ອນ ຖ້າຖືກນ້ຳ ຈະລະລາຍ ໄຫລໄປຕາມນ້ຳ ແລະ ເວລາ ຖືກເຜົາໄໝ້ ກໍຈະປ່ອຍ ຄວັນເປັນພິດ. ຫລາຍປະເທດ ໄດ້ປະສົບກັບ ຜົນກະທົບ ຈາກໂຮງງານ ໄຟຟ້າລິກໄນຕ໌ ຕົວຢ່າງ ປະຊາຊົນໄທ ຢູ່ແຂວງ ລຳປາງ ທີ່ອາສັຍ ຢູ່ໃກ້ໂຮງງານ ໄຟຟ້າ ລິກໄນຕ໌ ເຈັບປ່ວຍ ຍ້ອນຫາຍໃຈ ເອົາຄວັນພິດ ເຖິງ 130 ຄົນ ໃນນັ້ນ 18 ເສັຍຊີວິດ. ນັ້ນແມ່ນ ຜົນກະທົບ ຈາກຄວັນພິດ ເທົ່ານັ້ນ ຖ້າກິນນ້ຳ ທີ່ມີສາຣພິດ ປະປົນຢູ່ ຜົນກະທົບ ຕໍ່ສຸຂພາບ ກໍຈະຮ້າຍແຮງ ກວ່ານັ້ນ.

ອີກຢ່າງນຶ່ງ ກ່ອນຈະສ້າງ ເຂື່ອນ ເຊກອງ 4 ປະຊາຊົນ ເກືອບ 5,000 ຄົນ ຈາກ 18 ບ້ານ ໃນເມືອງກະລຶມ ກໍຈຳເປັນຕ້ອງ ໂຍກຍ້າຍ ທີ່ຢູ່ອາສັຍ.

ປັດຈຸບັນ ບໍຣິສັດ ຂອງໄທ ກຳລັງ ສ້າງໂຮງງານ ໄຟຟ້າ ຫົງສາລິກໄນຕ໌ ຢູ່ແຂວງ ໄຊຍະບຸຣີ ຊຶ່ງຈະເປັນ ໂຮງງານໃຫຍ່ ໃຊ້ຖ່ານຫິນ ລິກໄນຕ໌ ຈໍາຫລວງຫລາຍ ແລະ ຈະປ່ອຍຄວັນພິດ ອອກສູ່ ບັນຍາກາດ ຫລາຍເຊັ່ນກັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard